Home ຂ່າວດ່ວນ ສະຫະພັນແມ່ຍິງແຂວງສະຫວັນນະເຂດ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນໍ້າຖ້ວມ

ສະຫະພັນແມ່ຍິງແຂວງສະຫວັນນະເຂດ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນໍ້າຖ້ວມ

0

ສະຫະພັນແມ່ຍິງແຂວງສະຫວັນນະເຂດ ຮ່ວມກັບ ສະຫະພັນແມ່ຍິງເມືອງຈໍາພອນ ຊຶ່ງນໍາໂດຍທ່ານນາງ ສົມຫວັງ ລໍາພູວົງ ຮອງປະທານສະຫະພັນແມ່ຍິງແຂວງ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກ ງານວິຊາການກ່ຽວຂ້ອງ ໄດ້ເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອໃຫ້ແມ່ຍິງທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ (ນໍ້າຖ້ວມ) ຢູ່ບ້ານລໍາເທນ ເມືອງຈໍາພອນ ແຂວງສະຫວັນນະເຂດ ໃນວັນທີ 17 ສິງຫາຜ່ານມາ.

ເຄື່ອງທີ່ນໍາມາມອບໃນຄັ້ງນີ້ມີຈໍານວນ 101 ຊຸດ, ປະກອບມີເຄື່ອງໃຊ້ໃນຊີວິດປະຈຳວັນ, ເຄື່ອງນຸ່ງຫົ່ມ, ຢາປົວພະຍາດ ແລະ ອື່ນໆ ລວມມູນຄ່າ 36.363.000 ລ້ານກີບ. ເຄື່ອງດັ່ງກ່າວໄດ້ຮັບການສະໜັບສະໜູນຈາກອົງການ UNFPA.

ຂ່າວ-ພາບ: ສະຫວັນນະເຂດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version