Home ຂ່າວຕ່າງປະເທດ ຜູ້ນຳ ສປປ ເກົາຫລີ ເລັ່ງປັບປຸງພື້ນທີ່ຜະລິດກະສິກຳທີ່ໄດ້ຮັບຜົນກະທົບຈາກພາຍຸ

ຜູ້ນຳ ສປປ ເກົາຫລີ ເລັ່ງປັບປຸງພື້ນທີ່ຜະລິດກະສິກຳທີ່ໄດ້ຮັບຜົນກະທົບຈາກພາຍຸ

0

ສຳນັກ​ຂ່າວ​ກາງ​ ເກົາຫລີ (KCNA) ວັນ​ທີ 18​ ສິງຫາ​ນີ້ ທ່ານ ຄິມ​ເຈີງ​ອຸນ (Kim Jong-un) ຜູ້ນຳ​ສູງ​ສຸດ ຂອງ​ ສປປ ​ເກົາຫລີ ລົງ​ຢ້ຽມຢາມເຂດ Anbyon ໃນ​ແຂວງ Gangwon ​ພາກ​ໃຕ້ ​ຂອງ​ປະ​ເທດເຊິ່ງເປັນເຂດທີ່ໄດ້ຮັບຜົນກະທົບຢ່າງໜັກຈາກ​ອິດ​ທິພົນ ​ຂອງ​ໄຕ້​ຝຸ່ນ “​Khanun” ທີ່​ຜ່ານ​ແຫລມ​ເກົາຫລີໃນຕົ້ນເດືອນນີ້ ຊຶ່ງ​ເປັນ​ພື້ນ​ທີ່​ປູກ​ເຂົ້າ​ແຫ່ງ​ສຳຄັນ​ຂອງ​ປະ​ເທດ ​ເລັ່ງ​ໃຫ້​ໄດ້​ຮັບ​ການປັບປຸງ​ ໃຫ້​ໄວ​ທີ່​ສຸດ ​ແລະ ​ໃຫ້ການ​ຊ່ວຍ​ເຫລືອ​ປະຊາຊົນ ​ທີ່​ໄດ້​ຮັບ​ຜົນ​ກະທົບທາງ​ດ້ານ​ກະສິກຳຈາກ​ພາຍຸ ​ເພື່ອ​ເປັນ​ການ​ຍົກ​ລະດັບພື້ນ​ທີ່ຜະລິດ​ກະສິກຳໃຫ້​ໄດ້​ຮັບ​ຄຸນ​ນະພາ​ບສູງ​ຂຶ້ນໃນ​ຕໍ່ໜ້າ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version