Home ຂ່າວກິລາ ປະກາດລາຍຊື່ 23 ນັກເຕະ ທີມຊາດລາວ ຊຸດລຸຍ ຢູ-23 ຊີງແຊ໋ມອາຊຽນ 2023 ຢ່າງເປັນທາງການ

ປະກາດລາຍຊື່ 23 ນັກເຕະ ທີມຊາດລາວ ຊຸດລຸຍ ຢູ-23 ຊີງແຊ໋ມອາຊຽນ 2023 ຢ່າງເປັນທາງການ

0

ສະຫະພັນບານເຕະແຫ່ງຊາດລາວ ປະກາດລາຍຊື່ 23 ນັກເຕະທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ຫຼື ຢູ-23 ອອກມາຢ່າງເປັນທາງການ ຊຸດເຂົ້າຮ່ວມການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 23 ປີ ຊີງແຊ໋ມອາຊຽນ ປະຈຳປີ 2023 ທີ່ແຂວງຣະຢອງ ປະເທດໄທ ເປັນເຈົ້າພາບ.

ສຳລັບລາຍຊື່ນັກກິລາທີມຊາດລາວ 23 ຄົນສຸດທ້າຍ ປະກອບມີ ຜູ້ຮັກສາປະຕູ: ກົບ ໂລກພະທິບ ຈາກສະໂມສອນ ເອສຣາ ເອັບຊີ, ຊະນະໄຊ ສອນທະວົງ ຈາກສະໂມສອນ ເມືອງຫາດ (ລີກ 2 ນະຄອນຫຼວງ) ແລະ ສໍລະສັກ ທິລະວົງ ຈາກສະໂມສອນ ຊ້າງນ້ອຍ ເອັບຊີ; ກອງຫຼັງ: ພຸດທະວົງ ສັງວິໄລ ຈາກສະໂມສອນ ເອສຣາ ເອັບຊີ, ເພັດດາວັນ ສົມສະນິດ ຈາກສະໂມສອນ ມາດເຕີ ເຊເວັນ ເອັບຊີ, ຄຳສະຫງ່າ ພິມມະສອນ ຈາກສະໂມສອນ ເມືອງຫາດ ຢູໄນເຕັດ (ລີກ 2 ນະຄອນຫຼວງ), ອານຸລັກ ວັນນະລາດ ຈາກສະໂມສອນ ເອັບຊີ ຈັນທະບູລີ (ລີກ 2 ນະຄອນຫຼວງ), ອິນທະຈັກ ສີສຸພັນ ຈາກ ສະໂມສອນ ຫຼວງພະບາງ ເອັບຊີ, ຈິດຕະກອນ ວັນນະຈອນ ຈາກສະໂມສອນ ຫຼວງພະບາງ ເອັບຊີ, ວິກຕໍ ໄຊຊະນະ ໂຍວິນາສັກ ຈາກສະໂມສອນ IS-CSELONGEY (ລີກ 3 ປະເທດຝຣັ່ງ) ແລະ ອິນທະວົງ ຫຼວງສະລາດ ຈາກສະໂມສອນ ເຮັດບີທີ 941 (ລີກ 2 ນະຄອນຫຼວງ).

ສ່ວນກອງກາງ: ຈັນທະວີໄຊ ຂຸນທຸມພອນ, ດາໝົດ ທອງຄໍາສະຫວັດ, ອານຸສອນ ໄຊປັນຍາ ຈາກສະໂມສອນກິລາ ເອສຣາ ເອັບຊີ, ຈັນທະວີພອນ ພູມສະຫວັນ, ອານຸລັກ ໄຊຍະລາດ ຈາກສະໂມສອນ ນ້ຳທາ ຢູໄນເຕັດ, ສຸພັນ ຄຳໃບອ່ອນ ແລະ ທະນູທອງ ກຽດນະລົງລົບ ຈາກສະໂມສອນ ຊ້າງນ້ອຍ ເອັບຊີ; ກອງໜ້າ: ພຸດທະຈັກ ວົງສິຣິ ຈາກສະໂມສອນ ເມືອງຫາດ ຢູໄນເຕັດ (ລີກ 2 ນະຄອນຫຼວງ), ພົມມາ ໂຄດພູທອນ ຈາກສະໂມສອນ ເອັດທີທີ (ລີກ 2 ນະຄອນຫຼວງ), ກົງຢ່າງ ໄຟດ່າງຢ່າງຈົງຕົວ ຈາກສະໂມສອນ ກອງທັບ ເອັບຊີ, ສຸກພະຈັນ ເລື່ອນທະລາ ຈາກສະໂມສອນ ມາດເຕີ ເຊເວັນ ເອັບຊີ ແລະ ທິບພະຈັນ ຄຳໃບອ່ອນ ຈາກສະໂມສອນ ເມືອງຫາດ ຢູໄນເຕັດ (ລີກ 2 ນະຄອນຫຼວງ).

ຂະນະທີ່ການແຂ່ງຂັນເຕະບານລາຍການດັ່ງກ່າວ ມີທັງໝົດ 10 ປະເທດ ເຂົ້າຮ່ວມການແຂ່ງຂັນໂດຍແບ່ງອອກເປັນ 3 ກຸ່ມ ຄື: ກຸ່ມ A ມີ ທີມຊາດໄທ ເຈົ້າພາບ, ກຳປູເຈຍ, ບຣູໄນ ແລະ ທີມຊາດມຽນມາ; ກຸ່ມ B ມີ ທີມຊາດຕີມໍເລດເຕ, ມາເລເຊຍ ແລະ ທີມຊາດອິນໂດເນເຊຍ; ກຸ່ມ C ມີ ທີມຊາດຫວຽດນາມ, ຟີລິບປິນ ແລະ ທີມຊາດລາວ. ຊຶ່ງຕາຕະລາງການແຂ່ງຂັນຂອງທີມຊາດລາວ ໃນວັນທີ 18 ສິງຫາ 2023 ເວລາ 16:00 ໂມງ ພົບ ຟີລິບປິນ ແຂ່ງຂັນຢູ່ທີ່ສະໜາມ RAYONG PROVINCIAL STADIUM ແລະ ໃນວັນທີ 20 ສິງຫາ 2023 ເວລາ 16:00 ໂມງ ພົບ ຫວຽດນາມ ແຂ່ງຂັນຢູ່ທີ່ສະໜາມ RAYONG PROVINCIAL STADIUM.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

ພາບ-ຂໍ້ມູນ: ສຕລ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version