Home ຂ່າວກິລາ ເຮັດດີທີ່ສຸດແລ້ວ ເຍົາວະຊົນລາວ ດັບເບິນຢູໄອຈີ ຄວ້າຮອງແຊ໋ມ ເຕະບານນານາຊາດ ທີ່ສປ ຈີນ

ເຮັດດີທີ່ສຸດແລ້ວ ເຍົາວະຊົນລາວ ດັບເບິນຢູໄອຈີ ຄວ້າຮອງແຊ໋ມ ເຕະບານນານາຊາດ ທີ່ສປ ຈີນ

0

ພາຍຫຼັງທີ່ ທັບນັກເຕະເຍົາວະຊົນລາວ ສະໂມສອນ ດັບເບິນຢູໄອຈີ ນາຄາ ຮຸ່ນອາຍຸບໍ່ເກີນ 10 ປີ ຫຼື U10 (WIG NAGA) ໜຶ່ງດຽວຈາກນະຄອນຫຼວງວຽງຈັນ ສປປ ລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນ ບໍ່ເສຍໃຫ້ທີມໃດຈົນຜ່ານເຂົ້າສູ່ຮອບຊີງຊະນະເລີດ ແຕ່ໜ້າເສຍດາຍ ໄປເສຍໃຫ້ ຫຸນໜານ ທີມເຕັງ 1 ຂອງລາຍການ ໄປແບບຫວຸດຫວິດ 0-1 ປະຕູ ໄດ້ພຽງອັນດັບທີ 2 ມາຄອງ ໃນການແຂ່ງຂັນເຕະບານ 8 ຄົນ ເຍົາວະຊົນນານາຊາດ ລາຍການ Peace Cup 2023 ທີ່ເມືອງເສິນຢາງ ສປ ຈີນ ເປັນເຈົ້າພາບ.

ການແຂ່ງຂັນເຕະບານລາຍການດັ່ງກ່າວ ຮອບຊີງຊະນະເລີດ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 17 ສິງຫາ 2023 ລະຫວ່າງ ທີມມ້າມືດ ດັບເບິນຢູໄອຈີ ນາຄາ ທີມເຍົາວະຊົນໜຶ່ງດຽວຈາກສປປ ລາວ ພົບກັບ ຫຸນໜານ ທີມເຕັງ 1 ຂອງລາຍການ ຈາກສປ ຈີນ ເຈົ້າພາບ ຊຶ່ງຜົນງານຂອງທັງສອງທີມ ສ້າງສະຖິຕິໄດ້ຢ່າາງສຸດຍອດບໍ່ເສຍໃຫ້ທີມໃດ ກ່ອນຈະໂຄຈອນມາພົບກັນ ແລະ ຜົນການແຂ່ງຂັນປະກົດວ່າ: ທີມເຈົ້າຖິ່ນ ຈາກ ສປ ຈີນ ເປັນຝ່າຍເອົາຊະນະ ໄປແບບຫວຸດຫວິດ 1-0 ປະຕູ ຄວ້າແຊ໋ມລາຍການນີ້ ໄປຄອງ ສ່ວນດັບເບິນຢູໄອຈີ ນາຄາ ໄດ້ພຽງອັນດັບທີ 2 ຂະນະທີ່ພິທີມອບ-ຮັບລາງວັນ ແລະ ປິດການແຂ່ງຂັນລາຍການດັ່ງກ່າວ ແມ່ນຈະຈັດຂຶ້ນໃນວັນທີ 18 ສິງຫາ 2023 ຫຼັງຈາກນັ້ນ ຄະນະນັກກິລາສະໂມສອນ ດັບເບິນຢູໄອຈີ ນາຄາ ກໍຈະເດີນທາງກັບບ້ານເກີດເມືອງນອນໃນວັນດັ່ງກ່າວ ຄາດວ່າໃນເວລາ 21:00 ໂມງ ເຖິງນະຄອນຫຼວງວຽງຈັນ.

ສໍາລັບຜົນງານ 6 ນັດຂອງ ດັບເບິນຢູໄອຈີ ນາຄາ ໃນການແຂ່ງຂັນເຕະບານ 8 ຄົນ ລາຍການ Peace Cup 2023 ໃນຮອບແບ່ງກຸ່ມ ສາມາດໄລ່ເອົາຊະນະ QIN HUANGBOY ຂາດຮອຍ 7-0 ປະຕູ, ຊະນະ SHENYANG LONGXIN FC 4-0 ປະຕູ, ຊະນະ LANGFANG QUANTA ທີມຈາກ ສປ ຈີນ 5-1 ປະຕູ ແລະ ກໍໄລ່ຖະຫຼົ່ມເອົາຊະນະ Korea STS ທີມຈາກ ສ.ເກົາຫຼີ ໄປໄດ້ 9-1 ປະຕູ ຜ່ານເຂົ້າຮອບ 8 ທີມສຸດທ້າຍ ໄລ່ເອົາຊະນະ Boyue Youth Training 4-0 ປະຕູ ແລະ ກໍຍັງຮັກສາຟອມເກັ່ງ ໄລ່ເອົາຊະນະ Dalian Ledong 5-0 ໃນຮອບ 4 ທີມສຸດທ້າຍ.

ສ່ວນຜົນງານໃນການຍິງປະຕູຂອງຫຼານນ້ອຍເຍົາວະຊົນລາວ ໃນການລົງສະໜາມແຂ່ງຂັນ 6 ນັດ ຍິງໄປ 34 ປະຕູ ແມ່ນໄດ້ຈາກການຍິງຂອງ ອານຸສັກ ວິໄລກຸນ ຫຼື ບ້ຽວເກດ 15 ປະຕູ ກາຍເປັນດາວຍິງສູງສຸດຂອງທີມ ແລະ ຍັງມີລຸ້ນດາວຊັນໂວຂອງລາຍການອີກດ້ວຍ ສ່ວນປະຕູທີ່ເຫຼືອໄດ້ຈາກການຍິງຂອງ ໄຊຍະສອນ 6 ປະຕູ, ສຸກພະໄຊ 4 ປະຕູ, ພັດທະນາ 3 ປະຕູ, ພົງສະຫວັນ 2 ປະຕູ ແລະ ອີກ 4 ຄົນຍິງຄົນປະຕູ ປະກອບມີ ນັດທະວຸດ, ສຸກັນ, ທິລະກອນ ແລະ ສິນລະພັດ.

ຂ່າວໂດຍ: ສົງການ ພັນແພງດີ

ພາບ-ຂໍ້ມູນ: WIG NAGA

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version