Home ຂ່າວກິລາ ລິເວີພູລ ສະເທືອນ 2 ທີມຊາອຸ ຕ້ອງການ ຊາລາ-ອະລິສຊອນ ຮ່ວມທີມ

ລິເວີພູລ ສະເທືອນ 2 ທີມຊາອຸ ຕ້ອງການ ຊາລາ-ອະລິສຊອນ ຮ່ວມທີມ

0

ສື່ລາຍງານວ່າ Al-Ittihad ແລະ Al-Nasser ສອງສະໂມສອນຈາກ ຊາອູດິ ອາຣະເບຍ ຕ້ອງການຄວ້າຕົວ ໂມຮາເໝັດ ຊາລາ ແລະ ອະລິສຊອນ ເບກເກີ 2 ຜູ້ຫຼິ້ນຄົນສຳຄັນຂອງ ລິເວີພູລ ໄປຮ່ວມທີມ.

ໂດຍ “ຟຸດ ແມກາໂຕ” ລາຍງານວ່າ Al-Ittihad ທີມແຊັມ ຊາອຸດິ ໂປຣລີກ ລະດູການທີ່ຜ່ານມາ ໄດ້ສອບຖາມໄປຍັງ ລິເວີພູລ ເຖິງຄວາມເປັນໄປໄດ້ໃນການເຊັນສັນຍາ ຊາລາ ໄປຮ່ວມທີມ ເຊິ່ງກ່ອນໜ້ານີ້ລະບຸວ່າ ພວກເຂົາພ້ອມຍື່ນຂໍ້ສະເໜີຈໍານວນ 60 ລ້ານເອີໂຣ ໃຫ້ກັບ ລີເວີພູລ ພິຈາລະນາ ພ້ອມຈະຈ່າຍຄ່າຈ້າງໃຫ້ນັກເຕະອາຍຸ 31 ປີຄົນນີ້ເຖິງ 180 ລ້ານເອີໂຣ ໃນສັນຍາ 2 ປີ.

ແຕ່ກ່ອນໜ້ານີ້ ຣາມີ ອັບບາສ ຕົວແທນສ່ວນຕົວຂອງ ຊາລາ ຈະອອກມາຢືນຢັນວ່າ ນັກເຕະໃນການດູແລຂອງເຂົາຍັງຄົງມຸ່ງໝັ້ນກັບ ລີເວີພູລ ແຕ່ອີງຕາມການລາຍງານຫຼ້າສຸດເປີດເຜີຍວ່າ ກອງໜ້າທີມຊາດອີຢິບ ບໍ່ມີຄວາມຄິດທີ່ຈະຍ້າຍໄປຫຼິ້ນໃນລີກສູງສຸດຂອງ ຊາອູດິ ອາຣະເບຍ ແຕ່ຜູ້ກ່ຽວຈະໃຫ້ສະໂມສອນເປັນຄົນຕັດສິນໃຈເລື່ອງອະນາຄົດ.

ທັງນີ້ Al-Ittihad ລົງທືນເສີມຜູ້ຫຼິ້ນຄົນດັງເຂົ້າມາຫຼາຍຄົນໃນຕະຫຼາດລະດູຮ້ອນນີ້ ທັງ ຄາຣິມ ເບນເຊມາ ກອງໜ້າຂອງ ຣິວ ມາດຣິດ ເອັນໂກໂລ ກອງເຕ ກອງກາງເຊວຊີ ແລະ ຟາບິນໂຢ່ ກອງກາງ ລີເວີພູລ ເປັນຕົ້ນ.

ຂະນະທີ່ໃນລາຍຂອງ ອະລິສຊອນ ນັ້ນ “Foot Mercato”, ສື່ເດີມລະບຸວ່າ ຜູ້ຮັກສາປະຕູທີມຊາດບຣາຊິນ ກໍາລັງຕົກເປັນເປົ້າໝາຍເສີມທັບຂອງ Al-Nasser ອີກໜຶ່ງທີມຈາກ ຊາອູດິ ໂປຣ ລີກ ແລະ ຕົ້ນສັງກັດຂອງ ຄຣິສເຕຍໂນ ໂຣນັນໂດ ແລະຊາດິໂອ ມາເນ ອະດີດໝູ່ຮ່ວມທີມ ລີເວີພູລ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version