Home ສຶກສາ ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ຈະຮັບນັກສຶກສາຊຸດທໍາອິດ 360 ຄົນ

ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ຈະຮັບນັກສຶກສາຊຸດທໍາອິດ 360 ຄົນ

0

ວັນທີ 15 ສິງຫາ 2023, ທ່ານ ບຸນຍະລິດ ຂັນທະຈັກ ຜູ້ອໍານວຍການວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ໄດ້ໃຫ້ສໍາພາດຕໍ່ CMG ປະຈໍາລາວວ່າ: ​ພວກເຮົາມີຄວາມພ້ອມ 100% ໃນການໄຂສົກຮຽນປີ 2023​-2024 ແລະຈະຮັບນັກສຶກສາຊຸດທໍາອິດ ໃນຈຳນວນ360 ຄົນ, ໃນນີ້ການສອບເສັງ ແລະຄັດເລືອກແມ່ນຈະມີຄະນະກໍາມະການຄັດເລືອກສອບເສັງ ເຊິ່ງຈະເລີ່ມຂາຍ-ຮັບຄໍາຮ້ອງ ແຕ່ວັນທີ 15 ສິງຫາ ຮອດວັນທີ 14 ກັນຍາ 2023. ຫຼັງຈາກນັ້ນ, ຈະຈັດການສອບເສັງໃນວັນທີ 15 ກັນຍາ 2023 ດ້ວຍຮູບແບບເຊິ່ງໜ້າ.

ທ່ານ ບຸນຍະລິດ ຂັນທະຈັກ ກ່າວວ່າ: ມາຮອດປະຈຸບັນຄະນະຮັບຜິດຊອບແມ່ນໄດ້ກຽມຄວາມພ້ອມໃນດ້ານຕ່າງໆ ໂດຍສະເພາະແມ່ນທາງດ້ານພື້ນຖານໂຄງລ່າງອາຄານ, ສະຖານທີ່ອາຄານພາກປະຕິບັດ, ອາຄານຮຽນ,​ ອາຄານບໍລິຫານ, ຫໍສະໝຸດ, ໂຮງອາຫານ, ຫໍພັກ ແລະສິ່ງອໍານວຍຄວາມສະດວກອື່ນໆ ພ້ອມນີ້, ໂຮງຮຽນໄດ້ປະກອບອຸປະກອນເຕັກນິກ ແລະ ສື່ການຮຽນ-ການສອນທີ່ຫຼາກຫຼາຍ, ຄູອາຈານຜ່ານການຝຶກອົບຮົບຈາກສປ ຈີນ ເພື່ອຕອບສະໜອງໃນການສິດສອນໃຫ້ແກ່ນັກສຶກສາໃນສົກ 2023-2024.

ສໍາລັບເງື່ອນໄຂຕ້ອງແມ່ນນັກຮຽນທີ່ຈົບມັດທະຍົມຕອນປາຍ ການເສັງຈະປະກອບມີວິຊາຄະນິດສາດ,​ ຟິຊິກສາດ, ພາສາລາວ-ວັນນະຄະດີ ແລະ ຄວາມຮູ້ທົ່ວໄປໂດຍພື້ນຖານ. ສາມາດດາວໂຫຼດແບບຟອມໄດ້ທີ່ https://tved.edu.la/lrtvc.php ນັກສຶກສາຜູ້ທີ່ສົນໃຈມີຈຸດປະສົງເຂົ້າຮຽນສາມາດຍື່ນແບບຟອມສະໝັກ ແລະ ລົງທະບຽນຢູ່ທີ່ວິທະຍາໄລເຕັກນິກ -ວິຊາຊີບ ການລົດໄຟ, ສະຖານທີ່ຫຼັກ16, ບ້ານໂພນຄໍາ, ເມືອງໄຊທານີ ນະຄອນຫຼວງວຽງຈັນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version