Home ຂ່າວໜ້າໜຶ່ງ ມ້າງກຸ່ມໄລ້ສົດ ເຕັ້ນໂຊ ຜ່ານສື່ອອນລາຍ

ມ້າງກຸ່ມໄລ້ສົດ ເຕັ້ນໂຊ ຜ່ານສື່ອອນລາຍ

0

ອີງຕາມຂໍ້ມູນຂ່າວສານສັງຄົມອອນລາຍເປັນຕົ້ນແມ່ນເຟັສບຸກ ແລະ ຕິກຕ໋ອກທີ່ເຜີຍແຜ່ຄີບວີດີໂອກ່ຽວກັບ ຄົນຕ່າງປະເທດ ແລະ ລະດົມຂົນຂວາຍເອົາຍິງສາວລາວຫຼາຍຄົນມາໄລ້ສົດເຕັ້ນໂຊລົງສື່ສັງຄົມອອນລາຍ. ຕໍ່ກັບເຫດການດັ່ງກ່າວ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດໄດ້ເກັບກໍາຂໍ້ມູນຕົວຈິງເບື້ອງຕົ້ນ ເຖິງວັນທີ 28 ກໍລະກົດ 2023 ໄດ້ປະສານສົມທົບກັບພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານາກນຄ້າມະນຸດ ປກສ ແຂວງ ໄຊຍະບູລີ ເຂົ້າກວດຄົ້ນເຮືອນເຊົ່າແຫ່ງໜື່ງຢູ່ເມືອງ ແລະ ແຂວງ ໄຊຍະບູລີ ແລະ ໄດ້ພົບເຫັນຍິງສາວ ຈໍານວນ 08 ຄົນ, ຊາຍທັງ 2 ເປັນຄົນສັນຊາດຈີນຄົນ ພ້ອມອຸປະກອນຕ່າງໆ ທີ່ປະກອບເຂົ້າໃນການໄລ້ສົດຢູ່ພາຍໃນເຮືອນດັ່ງກ່າວ.

ດັ່ງນັ້ນເຈົ້າໜ້າທີ່ຈຶ່ງໄດ້ກັກຕົວທ້າວ ຕວນ ຈີ ເຫວິນ ແລະ ທ້າວ ຫຼິວ ຊີ ກົ່ວ ຜ່ານການສຶບສວນ-ສອບສວນເບື້ອງຕົ້ນ ທັງສອງໄດ້ຮັບສາລະພາບວ່າ: ໄດ້ມາເຊົ່າເຮືອນຫຼັງດັ່ງກ່າວ ຢູ່ເມືອງ ແລະ ແຂວງ ໄຊຍະບູລີຈາກນັ້ນໄດ້ປະກາດຮັບເອົາຍິງສາວລາວຜ່ານສື່ສັງຄົມອອນລາຍ ເພື່ອມາໄລສົດເຕັ້ນໂຊຜ່ານແອັບຕິກຕ໋ອກ ມີທີ່ພັກອາໃສໃຫ້ ແລະ ເງິນເດືອນ1,000,000 ກີບ/ເດືອນ (ໜຶ່ງລ້ານກີບ), ຖ້າຜູ້ໃດເຮັດວຽກໄດ້ດົນ ຫຼື ໃນຄະນະໄລ້ສົດ ຄົນທີ່ເຂົ້າມາເບິ່ງສົ່ງຂອງຂັວນໃຫ້ຫຼາຍ ຄົນນັ້ນຈະໄດ້ຮັບເງິນເພີ້ມຕາມຈໍານວນຂອງຂັວນປະມານ 1.000.000 ຫາ 1.500.000 ກີບ/ເດືອນ, ສ່ວນລາຍຮັບຂອງທ້າວ ຕວນ ຈີເຫວີນ ໄດ້ຈາກການໄລ້ສົດ ປະມານ 100.000.000 ກີບ ຫາ 150.000.000 ກີບ/ເດືອນ (ໜື່ງຮ້ອຍລ້ານຫາໜື່ງຮ້ອຍຫ້າສິບລ້ານກີບ) ໃນການໄລ້ສົດນັ້ນແມ່ນເຮັດສອງຄັ້ງຕໍ່ມື້ ຄັ້ງທີ່ໜຶ່ງແມ່ນເລີ່ມຕັ້ງແຕ່ເວລາ 13:00  ຫາ– 17:00 ໂມງ, ຄັ້ງທີ່ສອງແມ່ນເລີ່ມຕັ້ງແຕ່ເວລາ 19:00 ຫາ– 00:00 ໂມງ.

ໃນການໄລ້ສົດ ແມ່ນ ທ້າວ ຕວນ ຈີ ເຫວິນ (DUAN ZHI WEN) ແລະ ທ້າວ ຫຼິວ ຊີ ກົ່ວ (LIU XI GUA) ເປັນຄົນຖືກ້ອງພ້ອມທັງບັນຍາຍເປັນພາສາຈີນ ແລະ ໃຫ້ຍິງສາວປະຕິບັດ ຕາມຄໍາແນະນໍາຂອງພວກກ່ຽວ, ເດັກຍິງທີ່ມາເຕັ້ນໂຊ ນັ້ນສ່ວນໃຫຍ່ແລ້ວແມ່ນມີອາຍຸຕໍ່າກວ່າ 18 ປີ, ການກະທໍາດັ່ງກ່າວແມ່ນຂັດຕໍ່ກົດໝາຍ ແລະ ວັດທະນະທໍາອັນດີງາມຂອງຊາດ ແລະ ຕໍ່ກັບຄະດີດັ່ງກ່າວກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດກໍາລັງສຶບຕໍ່ຂະຫຍາຍຜົນນໍາເອົາພັກພວກທີ່ຮ່ວມກັນກະທໍາຜິດມາດໍາເນີນຄະດີຕາມລະບຽບກົດໝາຍຂອງ ສປປລາວ.

ດັ່ງນັ້ນຈຶ່ງຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດຈົ່ງເອົາໃຈໃສ່ສຶກສາອົບຮົມລູກຫຼານຂອງຕົນເອງ ໃຫ້ມີສະຕິລະວັງຕົວ ເພື່ອບໍ່ໃຫ້ກຸ່ມຄົນທີ່ບໍ່ຫັວງດີມາຕົວະຍົວະຫຼອກລວງເອົາລູກຫຼານຂອງຕົນເອງໄປເຄື່ອນໄຫວໃນສິ່ງທີ່ບໍ່ດີ ກໍລະນີພົບເຫັນພຶດຕິກໍາດັ່ງກ່າວ ໃຫ້ໂທຫາກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ເບີໂທສາຍດ່ວນ1300, ວອດແອັບ 020 2288 1300

ຂຽນຂ່າວ: ຮອ ນັນທະໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version