Home ຂ່າວຕ່າງປະເທດ ສປຈີນ ນໍາເຂົ້າຖົ່ວເຫລືອງ ບັນລຸ 62 ລ້ານໂຕນ

ສປຈີນ ນໍາເຂົ້າຖົ່ວເຫລືອງ ບັນລຸ 62 ລ້ານໂຕນ

0

ສຳນັກ​ຂ່າວ ຊິນ​ຮວາ​ຂອງ ສປຈີນ, ເມື່ອບໍ່ດົນມານີ້, ສຳນັກ​ບໍລິຫານ ພາສີ ​ທົ່ວ​​ໄປ ຂອງ​ຈີນ ລາຍ​ງານ​ວ່າ: ປະລິມານ ການ​ນໍາ​ເຂົ້າ ຖົ່ວ​ເຫລືອງ ຈຳນວນ 62,3 ລ້ານ​ໂຕນ ​ໃນ​ໄລຍະ 7 ​ເດືອນ​ທຳ​ອິດ​ ຂອງ​ປີ 2023 , ​ເພີ່ມ​ຂຶ້ນ 15% ເມື່ອທຽບໃສ່ ໃນໄລຍະດຽວກັນ ຂອງປີ​ກາຍ. ໂດຍສະເພາະ ​ເດືອນ​ ກໍລະກົດ ລວມມີ  9,73 ລ້ານ​ໂຕນ, ເພີ່ມຂຶ້ນ ທຽບໃສ່ ​ເດືອນ​ດຽວ​ກັນ​ຂອງ​ປີ 2022. ສ່ວນ​ມູນ​ຄ່າ​ການ​ນໍາ​ເຂົ້າ​ ຕໍ່​ໂຕນ ​ໃນ​ໄລຍະ​ເດືອນມັງກອນ-​ເດືອນ​ກໍລະກົດ ​ເພີ່ມ​ຂຶ້ນ 1,3% ​ເມື່ອທຽບໃສ່​ປີ​ຕໍ່​ປີ  4.334,6 ຢວນ. ໃນຂະນະ​ທີ່ ຈີນ ເປັນ​ຜູ້ ​ນໍາ​ເຂົ້າ​ ຖົ່ວ​ເຫລືອງ ຂະໜາດໃຫຍ່​ທີ່​ສຸດ​ ຂອງ​ໂລກ , ໂດຍນໍາ​ເຂົ້າ ​ຖົ່ວ​ເຫລືອ​ງ ລວມມີ 91,08 ລ້ານ​ໂຕນ ​ເມື່ອ​ປີ​ກາຍນີ້, ຊຶ່ງຖົ່ວ​ເຫລືອງ ທີ່​ນໍາ​ເຂົ້າ​ ດັ່ງກ່າວ​ນັ້ນ ສ່ວນ​ໃຫຍ່ ນໍາ​ມາ​ບົດ ​ເປັນ​ອາຫານ​ສັດລ້ຽງ ພາຍ​ໃນ​ປະ​ເທດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version