Home ຂ່າວໜ້າໜຶ່ງ ໄລຍະແຫ່ງການກຳເນີດສານປະຊາຊົນ (ເນື່ອງໃນໂອກາດ ວັນສ້າງຕັ້ງສານປະຊາຊົນ ແຫ່ງ ສປປ ລາວ ຄົບຮອບ 41 ປີ)

ໄລຍະແຫ່ງການກຳເນີດສານປະຊາຊົນ (ເນື່ອງໃນໂອກາດ ວັນສ້າງຕັ້ງສານປະຊາຊົນ ແຫ່ງ ສປປ ລາວ ຄົບຮອບ 41 ປີ)

0

ຄືດັ່ງທີ່ຮູ້ນຳກັນແລ້ວວ່າ ວັນທີ 15 ສິງຫາ 1982 ຖືເປັນວັນສ້າງຕັ້ງສານປະຊາຊົນ ແຫ່ງ ສປປ ລາວ ຊຶ່ງປີ 2023 ນີ້ ໄດ້ໝູນວຽນມາຄົບຮອບ 41 ປີ (15 ສິງຫາ 1982-15 ສິງຫາ 2023). ບົນ ເສັ້ນທາງແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງສານປະຊາຊົນ ແມ່ນໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສັບສົນ, ລະອິດລະອ້ຽວ ແລະ ສິ່ງທົດສອບ, ທ້າທາຍຫຼາຍປະການໃນການປະຕິບັດ ໜ້າທີ່ວຽກງານ ເພື່ອປະກອບສ່ວນເຂົ້າໃນການຄຸ້ມຄອງລັດ ຄຸ້ມຄອງສັງຄົມ ດ້ວຍລະບຽບກົດໝາຍ, ເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວ, ສັງຄົມມີຄວາມສາມັກຄີປອງດອງ ແລະ ຍຸຕິທຳ.

ໄລຍະແຫ່ງການກຳເນີດສານປະຊາຊົນ (1975-1982) ພາຍຫຼັງປະເທດຊາດໄດ້ຮັບການປົດ ປ່ອຍໃນເບື້ອງຕົ້ນບໍ່ມີການຈັດຕັ້ງຂອງສານປະຊາຊົນ ແຕ່ການເຄື່ອນໄຫວດຳເນີນຕັດສິນຄະດີແມ່ນຂຶ້ນກັບ ກະຊວງຍຸຕິທຳໂດຍແມ່ນກົມພິພາກສາຂອງກະຊວງຍຸຕິທຳເຮັດໜ້າທີ່ໃນການຊີ້ນຳການພິຈາລະນາຕັດສິນຄະດີຢູ່ໃນແຕ່ລະທ້ອງຖິ່ນ ໂດຍອີງໃສ່ຄຳສັ່ງຂອງສຳນັກງານນາຍົກລັດຖະມົນຕີ ເລກທີ 53/ນຍ ລົງວັນທີ 15 ຕຸລາ 1976 ກ່ຽວກັບການຈັບຕົວ, ການສືບສວນ ແລະ ການຕັດສິນຜູ້ກະທຳຜິດ ເປັນພື້ນຖານດ້ານການຈັດຕັ້ງ ແລະ ເຄື່ອນໄຫວພິຈາລະນາຕັດສິນຄະດີ ຊຶ່ງແບ່ງອອກເປັນ 3 ຂັ້ນຄື:

– ຢູ່ຂັ້ນເມືອງແມ່ນຂະແໜງຍຸຕິທຳຂອງເມືອງ ເຮັດໜ້າທີ່ເປັນສານຕັດສິນຄະດີ ເມື່ອມີຄະດີເກີດ ຂຶ້ນ, ຄະນະປົກຄອງເມືອງຈະສະເໜີຕໍ່ຄະນະປົກຄອງແຂວງ ເພື່ອແຕ່ງຕັ້ງເອົາຫົວໜ້າຂະແໜງຍຸຕິທຳ ເມືອງເປັນຫົວໜ້າສານຕັດສິນ ພ້ອມດ້ວຍຕຸລາການປະຊາຊົນສອງຄົນ ເປັນຄະນະ ແລະ ແຕ່ງຕັ້ງເອົາ ຄະນະ ປກສ ເມືອງເປັນໄອຍະການ.

– ຢູ່ຂັ້ນແຂວງ ຫຼື ກຳແພງນະຄອນ ແມ່ນພະແນກຍຸຕິທຳແຂວງ, ກຳແພງນະຄອນ ເຮັດໜ້າທີ່ເປັນສານຕັດສິນຄະດີ ເມື່ອມີຄະດີເກີດຂຶ້ນ, ຄະນະປົກຄອງແຂວງ, ກໍາແພງນະຄອນ ຈະສະເໜີ ຕໍ່ລັດຖະມົນຕີວ່າການກະຊວງຍຸຕິທຳ ເພື່ອແຕ່ງຕັ້ງເອົາຮອງຫົວໜ້າພະແນກຍຸຕິທຳ ເປັນຫົວໜ້າສານຕັດ ສິນ ພ້ອມດ້ວຍຕຸລາການປະຊາຊົນສອງຄົນເປັນຄະນະ ແລະ ແຕ່ງຕັ້ງ ເອົາຄະນະ ປກສ ແຂວງ, ກຳແພງນະຄອນ ເປັນໄອຍະການ.

– ຢູ່ຂັ້ນສູນກາງ ແມ່ນກົມຜູ້ພິພາກສາ ເຮັດໜ້າທີ່ເປັນສານຕັດສິນຄະດີ ເມື່ອມີຄະດີເກີດຂຶ້ນ, ລັດຖະມົນຕີວ່າການ ກະຊວງຍຸຕິທຳຈະແຕ່ງຕັ້ງຄະນະສານ ເພື່ອຕັດສິນຄະດີ.

ສັງລວມແລ້ວໃນໄລຍະນີ້, ສານຍັງບໍ່ມີການຈັດຕັ້ງທີ່ຖາວອນ. ແຕ່ເມື່ອມີຄະດີເກີດຂຶ້ນ ຈະແຕ່ງຕັ້ງຄະນະສານຂຶ້ນ ເພື່ອພິຈາລະນາຕັດສິນຄະດີ ເມື່ອຕັດສິນສຳເລັດການຈັດຕັ້ງຂອງສານກໍຈະສິ້ນສຸດລົງ ແລະ ເມື່ອມີຄະດີໃໝ່ເກີດຂຶ້ນກໍແຕ່ງຕັ້ງຄະນະສານຂຶ້ນໃໝ່ຕາມຕົວຈິງ ຊຶ່ງການຕັດສິນຄະດີສ່ວນໃຫຍ່ ແມ່ນຄະດີອາຍາ ທີ່ພົວພັນກັບການທໍລະຍົດຕໍ່ການປະຕິວັດຊາດ ແລະ ບຸກຄົນທີ່ມີໂທດກຳຮ້າຍແຮງ ຕໍ່ສິດຜົນປະໂຫຍດຂອງປະຊາຊົນຜູ້ອອກແຮງງານ. ແຕ່ເຖິງຢ່າງໃດກໍຕາມ ກໍຖືວ່າເປັນບາດກ້າວແຫ່ງການກຳເນີດລະບົບການຈັດຕັ້ງຂອງສານປະຊາຊົນ.

ໂດຍ: ຕຸໄລເພັດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version