Home ຂ່າວພາຍໃນ ສື່ມວນຊົນ ຕ້ອງພ້ອມກັນປັບປຸງຕົນເອງໃຫ້ມີຄວາມເຂັ້ມແຂງທັນກັບຍຸກດີຈີຕອນ

ສື່ມວນຊົນ ຕ້ອງພ້ອມກັນປັບປຸງຕົນເອງໃຫ້ມີຄວາມເຂັ້ມແຂງທັນກັບຍຸກດີຈີຕອນ

0

ໃນຍຸກຂໍ້ມູນຂ່າວສານທີ່ບໍ່ມີພົມແດນ, ນັກຮົບສື່ມວນຊົນເຖິງເວລາແລ້ວຕ້ອງໄດ້ພັດທະນາຕົນເອງໃຫ້ທັນ ຍຸກ ທັນສະໄໝ ວ່ອງໄວ ທັນກັບສະພາບການຕົວຈິງ ເພື່ອປັບປຸງຕົນເອງໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກໆດ້ານ ເພື່ອປັບຕົວເຂົ້າກັບຍຸກດີຈີຕອນ.

ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ໃຫ້ຮູ້ວ່າ: ຍຸກນີ້ແມ່ນຍຸກ 4.0 ແມ່ນຍຸກຂໍ້ມູນຂ່າວສານທີ່ບໍ່ມີພົມແດນ ຄົນເຮົາສາມາດສົ່ງຂໍ້ມູນຂ່າວສານໄດ້ຫຼາຍຊ່ອງທາງ ແຕ່ລະຄົນສາມາດສົ່ງຂໍ້ມູນ ແລະ ຮູບພາບຕ່າງໆທີ່ເປັນຄວາມຈິງ ແລະ ບໍ່ເປັນ ຄວາມຈິງ. ສະນັ້ນ, ສື່ມວນຊົນຕ້ອງພ້ອມກັນປັບປຸງຕົນເອງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງໃນທຸກໆດ້ານຂຶ້ນເປັນກ້າວໆ ພັດທະນາສື່ອອນລາຍໃຫ້ຮັບປະກັນ ເພື່ອເຮັດໜ້າທີ່ເຜີຍແຜ່ຂໍ້ມູນຂ່າວສານຢ່າງກວ້າງຂວາງ ພ້ອມກັນເຄື່ອນໄຫວເກັບກຳຂໍ້ມູນຈາກພາກສ່ວນກ່ຽວຂ້ອງມາຊີ້ແຈງຢ່າງທັນການ ເພື່ອໃຫ້ສັງຄົມເຂົ້າໃຈຄວາມເປັນຈິງຕໍ່ເຫດການທີ່ເກີດຂຶ້ນ.

ໃນຍຸກປັດຈຸບັນ ສື່ມວນຊົນຕ້ອງເຂົ້າໃຈດີວ່າເປັນຍຸກດີຈີຕອນ ເປັນຍຸກ 4.0 ຊຶ່ງຫຼາຍຄົນສາມາດຮັບຂໍ້ມູນຂ່າວສານໄດ້ຫຼາຍຊ່ອງທາງ ແລະ ສາມາດນໍາເອົາຂໍ້ມູນ, ເອົາຮູບພາບລົງມາເອງ. ສະນັ້ນຮຽກຮ້ອງມາຍັງສື່ຕ່າງໆຕ້ອງໄດ້ພ້ອມກັນເອົາໃຈໃສ່ໃນການພັດທະນາ ເພື່ອເຮັດໃຫ້ຂ່າວທີ່ເປັນທາງການທີ່ມີມູນຄວາມຈິງໄດ້ອອກສູ່ສາຍ ຕາຂອງປະຊາຊົນກໍຄືຊາວໂລກ. ພວກເຮົາຕ້ອງສຸມໃສ່ອ່ຽງໄປຕາມການຂະຫຍາຍຕົວຂອງສື່ອອນລາຍເປັນຕົ້ນການຜະລິດຂ່າວຕ້ອງສັ້ນກະທັດຮັດ ນຳເອົາຂໍ້ມູນທີ່ຖືກຕ້ອງຕາມຄວາມເປັນຈິງແທ້ມາອອກ ແລະ ພະຍາຍາມຄົ້ນຫາຂໍ້ມູນຈາກຕົ້ນເຫດ, ຈາກບຸກຄົນ, ຈາກຜູ້ໃຫ້ຂ່າວໃຫ້ຫຼາຍທີ່ສຸດ ເພື່ອໃຫ້ຄວາມກະຈ່າງແຈ້ງຕໍ່ກຸ່ມຄົນໃນສັງຄົມທີ່ມັກເບິ່ງຂ່າວປອມ, ຂ່າວຫຼອກລວງ, ສຸມໃສ່ທຸກຊ່ອງທາງເພື່ອໃຫ້ລະບົບການເຮັດວຽກຂອງພວກເຮົາຫັນໄປສູ່ທັນສະໄໝໃຫ້ສົມກັບວ່າເປັນຍຸກ 4.0 ແທ້.

ທ່ານ ວັນໄຊ ຕະວິນຍານ ໃຫ້ຮູ້ຕື່ມວ່າ: ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນລາວ ແລະ ການພິມຈຳໜ່າຍແຫ່ງຊາດ ວັນທີ 13 ສິງຫາ ຄົບຮອບ 73 ປີນີ້, ຂໍຝາກເຖິງສື່ມວນຊົນທຸກຂະແໜງ ຈົ່ງພ້ອມກັນຕັດສິນໃຈພັດທະນາວຽກງານທາງດ້ານເນື້ອໃນ ແລະ ຮູບການໃຫ້ມີຫຼາຍຮູບ, ຫຼາຍສີ ສາມາດດຶງດູດຄວາມສົນໃຈຂອງຜູ້ອ່ານ, ຜູ້ຟັງ ແລະ ຜູ້ຊົມ ເຮັດໃຫ້ສັງຄົມເຂົ້າມາມີສ່ວນຮ່ວມນໍາໃຊ້ເຕັກໂນໂລຊີສົ່ງຂໍ້ມູນຂ່າວສານ ລາຍງານຄວາມເປັນຈິງໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈທຸກເຫດການທີ່ເກີດຂຶ້ນ. ນໍາເອົາແນວທາງແຜນນະໂຍບາຍ, ກົດໝາຍຂອງລັດລົງເຖິງຮາກຖານເຂດຫ່າງໄກສອກຫຼີກຢ່າງກວ້າງຂວາງ ແລະ ທົ່ວເຖິງ.

ໂດຍ: ພູວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version