Home ຂ່າວການເມືອງ ກອງທັບປະຊາຊົນລາວ – ຫວຽດນາມຈັດກອງປະຊຸມສາມັນ

ກອງທັບປະຊາຊົນລາວ – ຫວຽດນາມຈັດກອງປະຊຸມສາມັນ

0

ກອງປະຊຸມສາມັນປະຈໍາປີ 2023 ລະຫວ່າງ 11 ກົມກອງພາກເໜືອ ກອງທັບປະຊາຊົນລາວ ແລະ ກອງບັນຊາການທະຫານເຂດ 2 ກອງທັບປະຊາຊົນຫວຽດນາມໄດ້ຈັດຂຶ້ນໃນວັນທີ 14 ສິງຫາ ຜ່ານມາ, ຢູ່ກອງບັນຊາການທະຫານແຂວງຫຼວງພະບາງ, ມີທ່ານ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ, ທ່ານ ພົນຈັດຕະວາ ຄໍາດີ ໄຊຍະວົງ ຫົວໜ້າການທະຫານ ກອງພົນທີ 2, ພ້ອມດ້ວຍຄະນະບັນຊາກອງພົນທີ 3, ໂຮງຮຽນກໍ່ສ້າງນາຍສິບເລກ 1 ແລະ ກອງບັນຊາການທະຫານ 8 ແຂວງພາກເໜືອ, ຝ່າຍຫວຽດນາມ ມີທ່ານ ພົນຕີ ຟ້າມ ຮົ່ງເຈືອງ ຫົວໜ້າກອງບັນຊາການທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ ເປັນຫົວໜ້າຄະນະ.

ໃນກອງປະຊຸມທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານ ຜົນສໍາເລັດຂອງການຈັດຕັ້ງປະຕິບັດການຮ່ວມມືສອງຝ່າຍ ໃນຊຸມປີຜ່ານມາ, ຍົກໃຫ້ເຫັນຈຸດພິເສດສະພາບການຂອງໂລກ, ພາກພື້ນ, ສະພາບພົ້ນເດັ່ນຢູ່ພາຍໃນປະເທດ ແລະ ບັນດາກົມກອງຂອງຕົນ ໂດຍສະເພາະແມ່ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການປົກປັກຮັກສາສ້າງສາພັດທະນາເສັ້ນຊາຍແດນລາວ-ຫວຽດນາມ, ການກໍ່ສ້າງພະນັກງານ, ການຊອກຂຸດຄົ້ນຈັດສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມກັບຄືນປະເທດ, ການຊ່ວຍເຫຼືອກໍ່ສ້າງພື້ນຖານໂຄງລ່າງເຕັກນິກການທະຫານ, ການແພດ, ການສ້າງເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ອື່ນໆ ທີ່ຈະຕ້ອງເສີມຂະຫຍາຍ, ທັງສືບຕໍ່ປັບປຸງແກ້ໄຂ ບັນຫາຄົງຄ້າງໃນຕໍ່ໜ້າໃຫ້ມີຄວາມຮັດແໜ້ນຂຶ້ນຕື່ມ, ເພື່ອຍູ້ແຮງການພັດທະນາຂອງສອງປະເທດ ກໍຄືກໍາລັງຫຼວງ-ກໍາລັງທ້ອງຖິ່ນ 11 ກົມກອງພາກເໜືອລາວ ແລະ ກອງບັນຊາການ ທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ ໃຫ້ນັບມື້ກ້າວສູ່ລວງເລິກ.

ໂອກາດນີ້, ທັງສອງຝ່າຍໄດ້ເຫັນດີເປັນເອກະພາບລົງນາມເຊັນບົດບັນທຶກຊ່ວຍຈໍາ ສືບຕໍ່ພົວພັນຮ່ວມມືຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ, ຕາງໜ້າຝ່າຍລາວລົງນາມໂດຍທ່ານ ພົນຈັດຕະວາ ຄຳດີ ໄຊຍະວົງ, ຕາງໜ້າຝ່າຍຫວຽດນາມລົງນາມໂດຍທ່ານ ພົນຕີ ຟ້າມ ຮົ່ງເຈືອງ

(ຂ່າວ: ສົມພອນ ສຸວັນທອນ, ພາບ: ບຸນເພັງ ວົງແກ້ວມະນີ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version