Home ຂ່າວການເມືອງ ວາລະສານອະລຸນໃໝ່ – ວາລະສານກົ້ງສານ ເສີມຂະຫຍາຍການ​ຮ່ວມ​ມືຢ່າງຕໍ່ເນື່ອງ

ວາລະສານອະລຸນໃໝ່ – ວາລະສານກົ້ງສານ ເສີມຂະຫຍາຍການ​ຮ່ວມ​ມືຢ່າງຕໍ່ເນື່ອງ

0

ຢູ່ສໍານັກງານ ວາລະສານກົ້ງສານ ສູນກາງພັກກອມມູນິດຫວຽດນາມ ນະຄອນຫຼວງຮ່າໂນຍ ສສ ຫວຽດນາມ, ສະຫາຍ ຟາມມິງຕັວນ ວ່າການ​ຫົວ​ໜ້າບັນນາທິການໃຫຍ່ ວາລະສານກົ້ງສານ ໄດ້ໃຫ້ການຕ້ອນຮັບ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາວາລະສານອະລຸນໃໝ່ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ລະຫວ່າງ ວັນທີ 7-14 ສິງຫາ 2023.

​​ພິ​ທີຕ້ອນ​ຮັບໄດ້​ຈັດ​ຂຶ້ນ​ ເມື່ອວັນ​ທີ 8 ສິງ​ຫາ, ​ສະຫາຍ ຟາມມິງຕັວນ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະ ຢູ່ ສສ ຫວຽດນາມ ໃນຄັ້ງນີ້, ພ້ອມທັງຢືນຢັນວ່າ: ຝ່າຍຫວຽດນາມ ກໍຄືວາລະສານກົ້ງສານ ພ້ອມໃຫ້ການຮ່ວມມືສະໜັບສະໜູນຢ່າງແຂງແຮງ ໂດຍສະເພາະການແລກປ່ຽນບົດຮຽນ, ແບ່ງປັນປະສົບການ, ແບ່ງປັນຂໍ້ມູນຂ່າວສານ, ການຝຶກອົບຮົມ-ຍົກລະດັບທາງດ້ານວິຊາການ ແລະ ເຄື່ອງມືອຸປະກອນຮັບໃຊ້ຈໍານວນໜຶ່ງທີ່ຈຳເປັນ ໃຫ້ແກ່ ວາລະສານອະລຸນໃໝ່ ເພື່ອຮັບປະກັນ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ສະ ຫາຍ ຟາມມິງຕວັນ ສະແດງຄວາມເຊື່ອໝັ້ນວ່າ: ພາຍໃຕ້ການ ນໍາພາ-ຊີ້ນໍາ ຂອງສູນກາງພັກປະຊາຊົນປະຕິວັດລາວ ໂດຍສະເພາະ ການຊີ້ນຳໂດຍກົງຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ສປປ ລາວ ຈະຍາດໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ.

ສະຫາຍ ຟາມມິງຕັວນ ໄດ້ກ່າວວ່າ: ສາຍພົວພັນຮ່ວມມືທີ່ມີມູນເຊື້ອຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກໍຄືສາຍພົວພັນມິດ​ຕະ​ພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ບໍລິສຸດຜຸດຜ່ອງ ທັງເປັນສະຫາຍ ທັງເປັນອ້າຍນ້ອງ ຊຶ່ງຍາມໃດກໍຄຽງບ່າຄຽງໄຫຼ່ກັນ, ອູ້ມຊູຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນໄລຍະການປະຕິວັດປົດປ່ອຍຊາດ ໃນເມື່ອກ່ອນ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ.

ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ກໍຄືຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ສືບຕໍ່ຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈໍາການຮ່ວມມືຂອງສອງວາລະສານໄລຍະປີ 2023-2027 ໃຫ້ບັນລຸຜົນສໍາເລັດ. ພ້ອມດຽວກັນນີ້, ກໍໄດ້ມີການແລກປ່ຽນບັນຫາອື່ນໆ​ທີ່​ມີ​ຄວາມ​ສົນ​ໃຈ ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການປັບປຸງວຽກງານວາລະສານ ແລະ ເພີ່ມທະວີການພົວພັນຮ່ວມມືຂອງສອງວາລະສານ ໃນຕໍ່ໜ້າ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ.

ຂະ​ນະ​ດຽວ​ກັນນີ້, ສະຫາຍ ນາງ ວິລະວອນ ພັນທະວົງ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ຟາມມິງຕັວນ ທີ່ໄດ້ສະຫຼະເວລາອັນມີຄ່າໃຫ້ຕ້ອນຮັບ ແລະ ເຮັດວຽກຮ່ວມກັບຄະນະວາລະສານອະລຸນໃໝ່ ດ້ວຍບັນຍາກາດອັນສະໜິດສະໜົມຖານອ້າຍນ້ອງ, ພ້ອມທັງສະແດງຄວາມຂອບໃຈມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ເວົ້າລວມ, ເວົ້າສະເພາະ ວາລະສານກົ້ງສານ ສູນກາງພັກກອມມູນິດຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອ ວາລະສານອະລຸນໃໝ່ ຕະຫຼອດມາ.

ໃນໂອກາດທີ່​ມີ​ຄວາມ​ໝາຍ​ສຳຄັນນີ້, ສະຫາຍ ນາງ ວິລະວອນ ພັນທະວົງ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີເປີດວາລະສານເອເລັກໂຕຣນິກເຫດການຂອງວາລະສານກົ້ງສານ. ນອກຈາກນີ້, ກໍໄດ້ມີ​ການພົບປະແລກປ່ຽນບົດຮຽນກັບຄະນະໂຄສະນາສຶກສາສູນກາງພັກ, ສະຖາບັນສື່ມວນຊົນ ແລະ ໂຄສະນາແຫ່ງຊາດ, ສຳນັກພິມຈໍາໜ່າຍການເມືອງແຫ່ງຊາດສຶ້ເຖິດ, ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມຫວຽດ​ແທວ, ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງນິງບິ່ງ, ແຂວງບ່າເຣ້ຍ-ວຸ້ງ​ເຕົ່າ, ແຂວງດົ່ງນາຍ ແລະ ນະຄອນໂຮ່​ຈິມິນ.

(ຂ່າວ: ຄໍາພັນ ຂະທຸມພົມ).

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version