Home ຂ່າວໜ້າໜຶ່ງ ແຈ້ງເຕືອນໃຫ້ປະຊາຊົນ ຈົ່ງມີສະຕິລະວັງຕົວບໍ່ໃຫ້ຫຼົງເຊື່ອເພສປອມຢູ່ Facebook ແລະ ໂຄສະນາວ່າສາມາດປ່ອຍເງິນກູ້ທີ່ອະນຸມັດໄວ

ແຈ້ງເຕືອນໃຫ້ປະຊາຊົນ ຈົ່ງມີສະຕິລະວັງຕົວບໍ່ໃຫ້ຫຼົງເຊື່ອເພສປອມຢູ່ Facebook ແລະ ໂຄສະນາວ່າສາມາດປ່ອຍເງິນກູ້ທີ່ອະນຸມັດໄວ

0

ນທະນາຄານແຫ່ງ ສປປ ລາວ ຂໍແຈ້ງມາຍັງພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານລັດຖະກອນ, ທະຫານ, ຕຳຫຼວດ ຕະຫຼອດຮອດຜູ້ທີ່ອາໄສຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ ຈົ່ງມີສະຕິລະວັງຕົວ ບໍ່ໃຫ້ຫຼົງເຊື່ອມິດສາຊີບ ຈຳນວນໜຶ່ງທີ່ໄດ້ແອບອ້າງເອົາຊື່ທະນາຄານທຸລະກິດ ຊຶ່ງປະກອບມີ ທະນາຄານ ພັດທະນາລາວ (LDB) ແລະ ທະນາຄານ ຮ່ວມພັດທະນາ (JDB) ແລ້ວມາເຄື່ອນໄຫວສ້າງເພສປອມຢູ່ Facebook ແລະ ໂຄສະນາວ່າສາມາດປ່ອຍເງິນກູ້ທີ່ອະນຸມັດໄວ ພາຍໃນ 30 ນາທີ ພ້ອມທັງຮຽກຮ້ອງໃຫ້ຈ່າຍຄ່າທຳນຽມກ່ອນ, ເມື່ອມີຜູ້ຫຼົງເຊື່ອໂອນຄ່າທຳນຽມແລ້ວ ຈະຕິດຕໍ່ບໍ່ໄດ້ທັນທີ.

ສະນັ້ນ, ທະນາຄານແຫ່ງ ສປປ ລາວ ຈຶ່ງຂໍແຈ້ງມາຍັງທ່ານ ຈົ່ງມີສະຕິລະວັງຕົວຕໍ່ກົນອຸບາຍຂອງກຸ່ມຄົນທີ່ບໍ່ຫວັງດີນີ້ດ້ວຍ. ເນື່ອງຈາກ ທະນາຄານແຫ່ງ ສປປ ລາວ ຍັງບໍ່ໄດ້ອະນຸຍາດໃຫ້ທະນາຄານທຸລະກິດໃດ ໃນ ສປປ ລາວ ປ່ອຍກູ້ຜ່ານລະບົບອອນລາຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version