Home ຂ່າວຕ່າງປະເທດ ຜູ້ນຳ ສປປ ເກົາຫລີ-ຣັດເຊຍ ແລກປ່ຽນຈົດໝາຍຍົກລະດັບການຮ່ວມມື

ຜູ້ນຳ ສປປ ເກົາຫລີ-ຣັດເຊຍ ແລກປ່ຽນຈົດໝາຍຍົກລະດັບການຮ່ວມມື

0

ສຳນັກ​ຂ່າວສານ ສູນ​ກາງ ​​ເກົາຫລີ (KCNA) ​ໄດ້​ລາຍ​ງານ​ວ່າ, ທ່ານ ​ກິມ ຈົງ ອຶນ, ຜູ້ນຳ​ ສປປ ​ເກົາຫລີ ​ໄດ້​ສົ່ງ​ ຈົດໝາຍ​ເຖິງ ທ່ານ ວາ​ລາ​ດີ​ເມຍ ປູ​ຕິນ, ​ປະທານາທິບໍດີ ຣັດ​ເຊຍ ​ເນື່ອງ​ໃນ​ໂອກາດ ​ວັນ​ປະກາດ​ ເອກະລາດ ​ຄົບຮອບ 78 ປີ.​ສຳລັບ ເນື້ອ​ໃນ​ຈົດໝາຍ ​ໄດ້ເນັ້ນໃສ່ ການ​ຍົກ​ລະດັບ​ ມິດຕະພາບ ​ແລະ ການ​ຮ່ວມ​ມື​ ຢ່າງ​ແໜ້ນ​ແຟ້ນ ລະຫວ່າງ ສປປ ​ເກົາຫລີ ​ແລະ ຣັດ​ເຊຍ ​ເພື່ອ​ພັດທະນາ ​ກ້າວ​ໄປ​ສູ່ ຍຸດ​ທະ​ສາດ ​ໃນ​​ໄລຍະ​ຍາວ ພ້ອມ​ທັງ ​ສົ່ງ​ເສີມ​ ການ​ຮ່ວມ​ມື​ ລະດັບ​ ທະວິ​ພາຄີ ຢ່າງ​ງ​ເຂັ້ມ​ແຂງ​ ໃນຕໍ່ໜ້າ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version