Home ຂ່າວໜ້າໜຶ່ງ ລັດ ຕ້ອງສົ່ງເສີມການສ້າງບຸກຄະລາກອນສື່ມວນຊົນ ໃຫ້ມີຄຸນນະພາບ-ທັນສະໄໝ

ລັດ ຕ້ອງສົ່ງເສີມການສ້າງບຸກຄະລາກອນສື່ມວນຊົນ ໃຫ້ມີຄຸນນະພາບ-ທັນສະໄໝ

0

ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ໄດ້ຂຶ້ນກ່າວໃນເວທີສຳມະນາ ທາງດ້ານວິຊາການ ໃນຫົວຂໍ້ທິດທາງ ແລະ ການພັດທະນາສື່ມວນຊົນ ເພື່ອໃຫ້ສື່ແບບເກົ່າ ແລະ ສື່ແບບໃໝ່ ໄດ້ຢູ່ຮ່ວມກັນ ທີ່ຈັດຂຶ້ນໃນວັນທີ 10 ສິງຫາ 2023. ໃນໂອກາດດັ່ງກ່າວ, ທ່ານໄດ້ຍົກໃຫ້ເຫັນເຖິງວິໄສທັດ ໃນການພັດທະນາວຽກງານສື່ມວນຊົນ ເຊິ່ງໄດ້ຮັບຮອງເອົາໃນແຜນ ພັດທະນາເສດຖະກິດ- ສັງ ຄົມຂອງກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຕ່ນີ້ຮອດປີ 2030.

ວິໄສທັດດັ່ງກ່າວ, ໄດ້ກຳນົດເອົາ 6 ເນື້ອໃນຄື: ຕ້ອງພັດທະນາສື່ມວນຊົນໃຫ້ມີຄຸນນະພາບ, ທັນສະໄໝ, ວ່ອງໄວ, ຊັດເຈນ, ທັນເວລາ, ທັນເຫດການ ແລະ ສາມາດເຂົ້າເຖິງພຶ້ນທີ່ ໃນຂອບເຂດທົ່ວປະເທດ ແລະ ທົ່ວໂລກ; ຕ້ອງມີຄວາມຫລາກຫລາຍ, ຄົບຖ້ວນດ້ານເນື້ອໃນ, ເປັນແຫລ່ງສະໜອງຂໍ້ມູນຂ່າວສານ ແລະ ໃຫ້ສາລະຄວາມຮູ້ຮອບດ້ານ ໃຫ້ແກ່ພາກລັດ ແລະ ປະຊາຊົນທຸກຊັ້ນຄົນ; ສົ່ງເສີມຊຸກຍູ້ໃນການສ້າງບຸກຄະລາກອນສື່ມວນຊົນ ໃຫ້ມີຄຸນນະພາບ, ມີຄວາມໜັກແໜ້ນດ້ານການເມືອງ, ມີວຸດທິດ້ານສື່ສານມວນຊົນທີ່ກ້າວໜ້າ ໃຫ້ສົມຄູ່ກັບຍຸກສະໄໝ; ສ້າງຄວາມເຂັ້ມແຂງ ແລະ ຫັນໄປສູ່ການເພິງຕົນເອງໃນລະດັບທີ່ແນ່ນອນ; ສົ່ງເສີມການຮ່ວມມືລະຫວ່າງພາກລັດ, ເອກະຊົນ ແລະ ຕ່າງປະເທດເພື່ອສົ່ງເສີມການລົງທຶນ ໃນວຽກງານຖະແຫລງຂ່າວ ສື່ສານມວນຊົນ ໃຫ້ກວ້າງຂວາງ, ຂະຫຍາຍຂອບເຂດ ການເຊື່ອມໂຍງກັບສາກົນໃຫ້ກວ້າງ ຂວາງຂຶ້ນຕື່ມ; ພັດທະນານິຕິກຳ, ກົດໝາຍສື່ມວນຊົນໃຫ້ເໝາະສົມກັບສະພາບການໃນແຕ່ລະໄລຍະ.

ນອກຈາກນີ້, ທ່ານ ໂພສີ ແກ້ວມະນີວົງ ຍັງກ່າວອີກວ່າ: ເພື່ອໃຫ້ສື່ແບບເກົ່າສາມາດ ຢູ່ຮ່ວມກັບສື່ແບບໃໝ່ໄດ້ ເຮົາຕ້ອງໄດ້ພັດທະນາທາງດ້ານເນື້ອໃນ ຖ້າເນື້ອໃນດີກໍສາມາດໂນມນາວສັງຄົມໄດ້ດີ, ສາມາດດຶງດູດຜູ້ບໍລິໂພກຂໍ້ມູນຂ່າວສານໄດ້ດີ ເຊິ່ງປັດຈຸບັນ ເຫັນວ່າສື່ມວນຊົນໄດ້ມີການພັດທະນາທາງດ້ານເນື້ອໃນໃຫ້ດີຂຶ້ນ, ຄົບຖ້ວນ, ວ່ອງໄວ ໂດຍລາຍງານໃນຫລາຍຮູບແບບເຊັ່ນ: ເຮັດເປັນຂ່າວ, ຄລິບວິດີໂອແບບສັ້ນໆ, ການປະກອບຮູບພາບ ແລະ ອື່ນໆ ເພື່ອເຮັດໃຫ້ຄົນເບິ່ງເຂົ້າໃຈງ່າຍ, ສາມາດດຶງດູດຜູ້ອ່ານ, ຜູ້ຊົມໄດ້ດີ ເຊິ່ງຖ້າເຮັດໄດ້ດີກໍສາມາດສ້າງລາຍຮັບເຂົ້າໃນອົງກອນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version