Home ຂ່າວດ່ວນ ເຈົ້າແຂວງບໍລິຄຳໄຊ ລົງກວດກາຜົນກະທົບຈາກໄພນ້ຳຖ້ວມ ຢູ່ເມືອງວຽງທອງ

ເຈົ້າແຂວງບໍລິຄຳໄຊ ລົງກວດກາຜົນກະທົບຈາກໄພນ້ຳຖ້ວມ ຢູ່ເມືອງວຽງທອງ

0

ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ວັນທີ 11 ສິງຫາ 2023, ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມຄະນະ ໄດ້ລົງກວດກາຕິດຕາມຜົນກະທົບ ຈາກໄພພິບັດນ້ຳຖ້ວມ ຢູ່ເມືອງວຽງທອງ ໂດຍການຮ່ວມພາທາງຂອງ ທ່ານ ຄຳມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ, ມີຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ, ຂັນເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ລາຍງານຫຍໍ້ກ່ຽວກັບສະພາບລວມຂອງເມືອງ ວ່າ: ມີບ້ານທີ່ໄດ້ຮັບຜົນກະທົບມີ 18 ບ້ານ ສ່ວນຫລາຍແມ່ນເນື້ອທີ່ທຳການຜະລິດຂອງພໍ່ແມ່ປະຊາຊົນ, ເສັ້ນທາງພາຍໃນເມືອງ ມີດິນເຈື່ອນຢູ່ຕາມເສັ້ນທາງ ແລະ ໄດ້ຮັບການແກ້ໄຂແລ້ວ, ແຕ່ບາງຈຸດການເດີນທາງຍັງພົບຄວາມຫຍຸ້ງຍາກ, ຂົວນໍ້າຕາກ ຖືກນໍ້າຊຸຂາດ, ເສົາໄຟຟ້າຫລາຍຕົ້ນໄດ້ຮັບຄວາມເສຍຫາຍ ບໍ່ສາມາດນໍາໃຊ້ໄຟຟ້າໄດ້ ຈໍານວນ 5 ບ້ານ, ໂຮງຮຽນຖືກນໍ້າຖ້ວມຂັງ 3 ແຫ່ງ(ປັດຈຸບັນນໍ້າບົກແຫ້ງແລ້ວ ສາມາດນໍາໃຊ້ໄດ້ປົກກະຕິ).

ຕໍ່ຜົນກະທົບດັ່ງກ່າວ, ທ່ານ ກອງແກ້ວ ໄຊສົງຄາມ ໄດ້ຮຽກຮ້ອງໃຫ້ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ, ຂັ້ນເມືອງ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈເກັບກຳຂໍ້ມູນໃຫ້ລະອຽດຈະແຈ້ງ ເພື່ອຈະໄດ້ແກ້ໄຂໃຫ້ຖືກຕ້ອງ ຕາມຄວາມຮຽກຮ້ອງຕ້ອງການຂອງພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ, ແກ້ໄຂລະບົບໄຟຟ້າ ໃຫ້ໄດ້ຮັບການປັບປຸງຢ່າງຮີບດ່ວນ, ສ້າງແຜນໂດຍໄວໃນການສ້າງ ແລະ ສ້ອມແປງຂົວ ທີ່ເປ່ເພຈາກນ້ຳຖ້ວມ ໃຫ້ຮັບປະກັນຄຸນນະພາບ, ສຸມໃສ່ຟື້ນຟູຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ໃຫ້ກັບຄືນສູ່ປົກກະຕິ, ກະກຽມແນວພັນພືດທົດແທ່ນ ຜົນພະລິດກະສິກຳທີ່ເສຍຫາຍ, ຕ້ານ ແລະ ປ້ອງກັນພະຍາດລະບາດ ໂດຍສະເພາະພະຍາດລະບາດສູ່ຄົນ, ພະຍາດພືດ ແລະ ພະຍາດສັດລ້ຽງ. ພ້ອມນັ້ນຕ້ອງຕິດຕາມເຝົ້າລະວັງ ບັນຫາໄພທຳມະຊາດ ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ ໂດຍສະເພາະການປັບປຸງລະບົບການແຈ້ງເຕືອນ ແລະ ຊ່ວຍເຫລືອປະຊາຊົນເຂດທີ່ມີຈຸດສ່ຽງໄພ ໄປສູ່ເຂດປອດໄພ ໃຫ້ທັນເວລາ ແລະ ບັນເທົາທຸກໃຫ້ວ່ອງໄວ ຕໍ່ພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບ.

ຂ່າວ: ສີປະເສີດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version