Home ສຶກສາ ກົມສ້າງຄູ ສສກ ຫາລື ແລະ ຜ່ານເນື້ອໃນຮ່າງນະໂຍບາຍຄູແຫ່ງຊາດ ຄັ້ງທີ 3

ກົມສ້າງຄູ ສສກ ຫາລື ແລະ ຜ່ານເນື້ອໃນຮ່າງນະໂຍບາຍຄູແຫ່ງຊາດ ຄັ້ງທີ 3

0

ກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມປຶກສາຫາລື ແລະ ຜ່ານເນື້ອໃນຮ່າງນະໂຍບາຍຄູແຫ່ງຊາດ ຄັ້ງທີ 3 ເມື່ອວັນທີ 8 ສິງຫາ 2023 ທີ່ຫ້ອງປະຊຸມກະຊວງສຶກສາທິການ ແລະ ກິລາ (ເຂດຊຽງຍືນ) ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ມາກາເຣດ ຊັດ-ອິສະຣາແອນ ຫົວໜ້າພະແນກການສຶກສາເພື່ອການຮຽນຮ່ວມທີ່ມີຄຸນນະພາບ ຫ້ອງການພາກພື້ນຫຼາຍພາກສ່ວນຂອງອົງການອຸຍແນັດໂກ ປະຈໍາບາງກອກ ແລະ ທ່ານ ນາງ ນັນຕາວັນ ຮາຍ ຜູ້ປະສານງານໂຄງການ ພະແນກການສຶກສາຮຽນຮ່ວມ ທີ່ມີຄຸນນະພາບ ອຸຍແນັດໂກ ບາງກອກ ພ້ອມດ້ວຍຄະນະທີມງານຊ່ຽວຊານຈາກພາຍໃນ ແລະ ສາກົນ, ຜູ້ຕາງໜ້າຈາກກະຊວງອ້ອມຂ້າງ, ສູນກາງສະຫະພັນແມ່ຍິງ ແລະ ບັນດາຄູ່ຮ່ວມພັດທະນາ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ເລຂາທິການກໍາມາທິການແຫ່ງຊາດລາວ ເພື່ອອຸຍແນັດໂກ, ຄະນະບໍດີຄະນະສຶກສາສາດ ມະຫາວິທະຍາໄລ 4 ແຫ່ງ, ຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ, ຜູ້ອຳນວຍການສະຖາບັນ, ສູນ, ຜູ້ອຳນວຍການ-ຮອງຜູ້ອຳນວຍການວິທະຍາໄລຄູ ແລະ ແຂກຖືກເຊີນເຂົ້າຮ່ວມແບບເຊິ່ງໜ້າ ແລະ ອອນລາຍ.

ໂອກາດນີ້, ທ່ານ ປອ ນາງ ສີສຸກ ວົງວິຈິດ ໄດ້ກ່າວວ່າ: ດັ່ງທີ່ຮູ້ກັນແລ້ວ ການພັດທະນາການສຶກສາ ໃນ ສປປ ລາວ ຈຳເປັນຕ້ອງມີຄູທີ່ມີຄຸນນະພາບ, ມີຄຸນວຸດທິ, ໄດ້ຮັບການຝຶກອົບຮົມ ແລະ ການສະໜັບສະໜູນໃຫ້ພຽງພໍ ແລະ ມີປະສິດທິພາບ ທີ່ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຕົວຈິງ. ສະນັ້ນ, ເພື່ອບັນລຸເປົ້າໝາຍດັ່ງກ່າວ ຄະນະນຳກະຊວງສຶກສາທິການ ແລະ ກິລາ ຈຶ່ງໃຫ້ຄວາມສຳຄັນຕໍ່ການພັດທະນານະໂຍບາຍຄູ ຢ່າງຮອບດ້ານ ເພື່ອປັບປຸງ-ແກ້ໄຂ ຄວາມກະແຈກກະຈາຍ, ຊ່ອງວ່າງ ແລະ ຄວາມແຕກໂຕນຂອງບັນດາເອກະສານນິຕິກຳທີ່ກ່ຽວຂ້ອງກັບຄູ ໃນ ສປປ ລາວ, ການພັດທະນານະໂຍບາຍຄູຢ່າງຮອບດ້ານນີ້ ໄດ້ອີງໃສ່ຜົນການສຶກສາຄົ້ນຄວ້າຈາກຫຼັກຖານຕົວຈິງ ແລະ ບັນດານິຕິກໍາທັງໝົດທີ່ກ່ຽວຂອງກັບຄູທີ່ມີ ທັງພາຍໃນ ແລະ ບົດຮຽນຈາກຕ່າງປະເທດ, ສະພາບການຕົວຈິງຂອງການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນການພັດທະນາການສຶກສາໃນປະເທດເຮົາ, ໃນວາລະກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນ ຊຶ່ງເປັນໂຄ້ງສຸດທ້າຍຂອງການພັດທະນານະໂຍບາຍຄູແຫ່ງຊາດນີ້ ຂໍຮຽກຮ້ອງມາຍັງບັນດາທ່ານທີ່ເປັນຕົວແທນຈາກທຸກພາກສ່ວນ ຈົ່ງພ້ອມກັນເປັນເຈົ້າການ ປະກອບສ່ວນຄວາມຮູ້, ບົດຮຽນ ແລະ ສະຕິປັນຍາທັງໝົດ ໃນການເຮັດໃຫ້ນະໂຍບາຍຄູແຫ່ງຊາດສະບັບນີ້ ມີເນື້ອໃນຄົບຖ້ວນ, ຄຳຄິດຄຳເຫັນ ແລະ ຂໍ້ສະເໜີແນະຈາກບັນດາທ່ານ ແມ່ນມີຄວາມສໍາຄັນຢ່າງຍິ່ງ ທີ່ຈະເຮັດໃຫ້ເນື້ອໃນຂອງນະໂຍບາຍຄູມີລັກສະນະກວມລວມ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ສາມາດຕອບສະໜອງກັບຄວາມມຸ່ງຫວັງ ແລະ ເປົ້າໝາຍທີ່ກໍານົດໄວ້.

ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງພາບລວມຂະບວນການພັດທະນານະໂຍບາຍຄູແຫ່ງຊາດ ແລະ ແຜນຈັດຕັ້ງປະຕິບັດທີ່ຕິດພັນກັບການຄິດໄລ່ງົບປະມານ; ນຳສະເໜີກ່ຽວກັບເນື້ອໃນຫຍໍ້ຂອງນະໂຍບາຍຄູແຫ່ງຊາດ ແລະ ແຜນຈັດຕັ້ງປະຕິບັດທີ່ຕິດພັນກັບການຄິດໄລ່ງົບປະມານ ພ້ອມທັງຈັດກຸ່ມຄົ້ນຄວ້າປຶກສາຫາລືວຽກງານໃນບາດກ້າວໃນຂັ້ນຕໍ່ໄປ ແນໃສ່ເຮັດໃຫ້ວຽກງານເປັນໄປຕາມແຜນທີ່ກຳນົດໄວ້.

ຂ່າວໂດຍ: ບົວລະພາ ອິນສີມະນີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version