Home ຂ່າວພາຍໃນ ສ ເກົາຫລີ ຕ້ອງການແຮງງານລາວ 2.000 ຄົນ ໃນຂະແໜງອຸດສະຫະກຳ

ສ ເກົາຫລີ ຕ້ອງການແຮງງານລາວ 2.000 ຄົນ ໃນຂະແໜງອຸດສະຫະກຳ

0

ອີງຕາມການລາຍງານຂອງ ອົງການພັດທະນາຊັບພະຍາກອນມະນຸດ ສາທາລະນະລັດ ເກົາຫລີ ສູນອະນຸຍາດຈ້າງງານ(ESP) ປະຈຳສປປ ລາວ ໄດ້ແຈ້ງໃຫ້ຮູ້ວ່າ ໃນປີ 2023, ທາງ ສ ເກົາຫລີ ແມ່ນມີຄວາມຕ້ອງການແຮງງານລາວຈຳນວນ 2.000 ຄົນ ເຊິ່ງປະກອບມີ 2 ລະບົບ ຄື: ການໄປເຮັດວຽກຕາມລະດູການ ແມ່ນຈະເຮັດວຽກໃນຂະແໜງກະສິກຳ ແລະ ການປະມົງ ກຳນົດເວລາ 3-5 ເດືອນ ແລະ ການໄປເຮັດວຽກຢູ່ຂະແໜງອຸດສາຫະກຳ ແມ່ນເຮັດວຽກຢູ່ຫົວໜ່ວຍການຜະລິດຂະໜາດກາງ ແລະ ຂະໜາດນ້ອຍ ຫລື ລະບົບອະນຸຍາດການຈ້າງງານ (ESP) ມີກຳນົດເວລາ 3-5 ປີ.

ທ່ານ ຊໍ ຊອກ ມ່ຽງ ຫົວໜ້າສູນອະນຸຍາດຈ້າງງານປະຈຳ ສປປ ລາວ ໄດ້ມີການພົບປະກັບບັນດາສື່ມວນຊົນລາວ ທີ່ນະຄອນຫລວງວຽງຈັນ ໃນວັນທີ 9 ສິງຫາ 2023 ເພື່ອອະທິບາຍ ແລະ ຊີ້ແຈງກ່ຽວກັບສະພາບການ ແລະ ຂັ້ນຕອນ ການຮັບແຮງງານລາວ ໄປເຮັດວຽກຢູ່ ສ ເກົາຫລີ ໂດຍສະເພາະການໄປເຮັດວຽກໃນລະບົບທີໜຶ່ງ ໃນຂະແໜງກະສິກຳ ແລະ ການປະມົງ ເຊິ່ງແຮງງານລາວບໍ່ຈຳເປັນຈະຕ້ອງໄດ້ກະກຽມຄວາມຮູ້ດ້ານພາສາເກົາຫລີ, ບໍ່ຈຳກັດເພດ ພຽງແຕ່ຈຳກັດອາຍຸ ແຕ່ 25-50 ປີ. ສ່ວນລະບົບທີສອງ ໃນຂະແໜງອຸດສາຫະກຳ ແມ່ນເຮັດວຽກຢູ່ຫົວໜ່ວຍການຜະລິດຂະໜາດກາງ ແລະ ຂະໜາດນ້ອຍ ບໍ່ຈຳກັດເພດ ແຕ່ຕ້ອງກຽມຄວາມຮູ້ດ້ານພາສາ ໃນລະດັບດີສົມຄວນ, ອາຍຸແຕ່ 18-39 ປີ.

ທ່ານ ຊໍ ຊອກ ມ່ຽງ ກ່າວອີກວ່າ: ໃນປີ 2016 ລັດຖະບານລາວ ແລະ ສ ເກົາຫລີ ໄດ້ຮ່ວມລົງນາມບັນທຶກຄວາມເຂົ້າໃຈ ໃນການຈັດສົ່ງແຮງງານລາວໄປເຮັດວຽກຢູ່ ສ ເກົາຫລີ ໂດຍຜ່ານລະບົບອະນຸ ຍາດການຈ້າງງານ ເຊິ່ງເປັນລະບົບເພື່ອໃຫ້ແຮງງານຕ່າງປະເທດສາມາດເຂົ້າເຮັດວຽກຢູ່ ສ ເກົາຫລີ ໄດ້ຖືກຕ້ອງຕາມກົດໜາຍ ໂດຍໄດ້ຮັບການຈ້າງງານຈາກຂະແໜງອຸດສາຫະກຳ. ສູນ ESP ລາວ ໄດ້ເລີ່ມເປີດລະບົບອະນຸຍາດການຈ້າງງານ (E-9) ໃນເດືອນ ມີນາ 2017 ເພື່ອຄັດເລືອກເອົາແຮງງານລາວ, ຕິດຕາມ ແລະ ສະໜັບສະໜູນ ຂະບວນການຈັດສົ່ງຄົນລາວ ໄປເຮັດວຽກຢູ່ ສ ເກົາຫລີ ຢ່າງຍຸຕິທຳ ແລະ ໂປ່ງໄສ. ສຳລັບຜູ້ທີ່ຕ້ອງການໄປເຮັດວຽກ ໃນຂະແໜງອຸດສາຫະກຳ ແມ່ນຕ້ອງໄດ້ຜ່ານການສອບເສັງລະດັບພາສາເກົາຫລີ, ກວດສຸຂະພາບ, ການປະກອບແບບຝອມເຂົ້າລະບົບ, ການຂັດເລືອກນາຍຈ້າງ, ການເຮັດສັນຍາຕອບຕົກລົງນາຍຈ້າງ ແລະ ອອກວີຊາ. ພ້ອມນັ້ນ ຍັງມີລາຍການຄ່າໃຊ້ຈ່າຍທີ່ໃຊ້ທຶນຕົວເອງ ປະກອບມີ: ການຮັບສະໝັກ, ການກວດສຸຂະພາບ, ການອອກວີຊາ, ການກວດວັນນະ ໂລກ, ປະກັນໄພການເດີນທາງ, ການຝຶກອົບຮົມ, ປີ້ຍົນ, ເສື້ອ, ໃບອະນຸຍາດ ແລະ ອື່ນໆ. ສາມາດສອບຖາມຂໍ້ມູນເພີ່ມເຕີມທາງສູນ ESP ລາວ (021 220013) ແລະ ກົມຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (020 99270102).

ທ່ານ ນາງ ປັກ ຊອງອິນ ເລຂານຸການເອກ ສ ເກົາຫລີ ປະຈຳລາວ ຜູ້ຮັບຜິດຊອບວຽກງານແຮງງານ ໄດ້ກ່າວວ່າ: ກະຊວງຍຸຕິທຳເກົາຫລີ ໄດ້ເຫັນດີອະນຸຍາດຮັບເອົາແຮງງານຕ່າງປະເທດ ໄປເຮັດວຽກຕາມລະດູການ ເພື່ອແກ້ໄຂບັນຫາຂາດແຄນແຮງງານ ໃນຂະແໜງກະສິກຳ ແລະ ການປະມົງ ໃນເກົາ ຫລີ. ການເຊັນບົດບັນທຶກຄວາມເຂົ້າໃຈ ກັບອຳນາດການປົກຄອງທ້ອງຖິ່ນ ຫລື ສູນກາງຂອງຕ່າງປະເທດ ແລະ ຂັ້ນຕອນການຄັດເລືອກ ເພື່ອຈັດສົ່ງແຮງງານໄປເຮັດວຽກຕາມລະດູການຢູ່ ສ ເກົາຫລີ ຕ້ອງມີຄວາມໂປ່ງໄສ ແລະ ຍຸຕິທຳ, ໃນກໍລະນີ ພົບເຫັນການລະເມີດລະບຽບການ ແມ່ນຈະຖືກຍົກເລີກສັນຍາຮ່ວມມືທາງດ້ານແຮງງານໂດຍຝ່າຍດຽວ.

ປັດຈຸບັນ, ມີແຮງງານລາວທີ່ເຮັດວຽກຢູ່ ສ ເກົາຫລີ ທັງໝົດ 4.588 ຄົນ ໃນນັ້ນແຮງງານລາວ ທີ່ຜ່ານລະບົບ ESP ໃນຂະແໜງອຸດສາຫະກຳ ມີ 1.169 ຄົນ. ນອກຈາກນີ້ ທາງສູນ ESP ລາວ ຍັງໄດ້ຈັດພິມຄູ່ມືເຄື່ອງຊ່ວຍການຮຽນຮູ້ພາສາເກົາຫລີ ເປັນຈຳນວນ 2.500 ສະບັບ ເພື່ອສະໜອງໃຫ້ແຮງງານດັ່ງກ່າວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version