Home ຂ່າວດ່ວນ ເນື້ອທີ່ການຜະລິດ ຢູ່ເມືອງຄູນຄຳ ຖືກນ້ຳຖ້ວມເສຍຫາຍ 6 ພັນກວ່າເຮັກຕາ

ເນື້ອທີ່ການຜະລິດ ຢູ່ເມືອງຄູນຄຳ ຖືກນ້ຳຖ້ວມເສຍຫາຍ 6 ພັນກວ່າເຮັກຕາ

0

ຈາກຜົນກະທົນ ທາງໄພພິບັດໃນອາທິດຜ່ານມາເຮັດໃກເນື້ອທີ່ທຳການຜະລິດ ຂອງປະຊາຊົນຢູ່ເມືອງຄູນຄຳ ແຂວງຄຳມ່ວນ ຖືກນ້ຳຖ້ວມ ເສຍຫາຍ 6 ພັນກວ່າເຮັກຕາ. ໃນນັ້ນ, ເນື້ອທີ່ນາປີ ຖືກນໍ້າຖ້ວມ 3.924 ເຮັກຕາ, ເນື້ອທີປູກມັນຕົ້ນ ຖືກນໍ້າຖ້ວມ 1.849 ເຮັກຕາ, ເນື້ອທີປູກກ້ວຍ ຖືກນໍ້າຖ້ວມ 289 ເຮັກຕາ, ເນື້ອທີປູກພືດຜັກຕ່າງໆ ຖືກນໍ້າຖ້ວມ 10 ເຮັກຕາ ແລະ ສັດລຽ້ງສູນຫາຍທັງໝົດ 11 ພັນກວ່າໂຕ.

ທ່ານ ດາວອາຊີ ສິດທິວົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຄູນຄໍາ ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນ ທີ 9 ສິງຫາ 2023 ນີ້ວ່າ: ເມືອງຄູນຄຳ ເປັນເມືອງໜຶ່ງທີ່ໄດ້ຮັບຜົນກະທົບໜັກຈາກໄພນ້ຳຖ້ວມ ສ້າງຄວາມເສຍຫາຍເປັນຈຳນວນຫລາຍ, ມວນນ້ຳໄດ້ໄຫລເຂົ້າຖ້ວມເຮືອນຊານບ້ານຊ່ອງ ຂອງປະຊາຊົນ ທັງໝົດ 14 ບ້ານ, ມີປະຊາຊົນໄດ້ຮັບຜົນກະທົບທັງໝົດ 12.767 ຄົນ, ມີ 2.575 ຫລັງ ຄາເຮືອນ, 2.812 ຄອບຄົວ, ເນື້ອທີ່ທຳການຜະລິດ, ສັດ ລ້ຽງ, ໜອງປາ ຂອງປະຊາຊົນ ຖືກນ້ຳຖ້ວມເສຍຫາຍເປັນບໍລິເວນກວ້າງ. ສຳລັບເນື້ອທີ່ນາປີ ທົ່ວເມືອງ ມີ 4.570 ເຮັກຕາ, ປັກດໍາໄດ້ຕົວຈິງ 4.113 ເຮັກຕາ, ຖືກນໍ້າຖ້ວມ 3.924 ເຮັກຕາ, ເນື້ອທີປູກມັນຕົ້ນ ມີທັງໝົດ 2.800 ເຮັກຕາ, ຖືກນໍ້າຖ້ວມ 1.849 ເຮັກຕາ, ເນື້ອທີປູກກ້ວຍ ຂອງບໍລິສັດຖັງຄໍາ ມີ 361 ເຮັກຕາ, ຖືກນໍ້າຖ້ວມ 289 ເຮັກຕາ. ນອກນັ້ນ, ເນື້ອທີປູກພືດຜັກຕ່າງໆ ທົ່ວເມືອງມີ 15 ເຮັກຕາ ຖືກນໍ້າຖ້ວມ 10 ເຮັກຕາ.

ສ່ວນ ສັດລຽ້ງ ທີ່ສູນຫາຍທັງໝົດ 11 ພັນກວ່າໂຕ ໃນນັ້ນ, ຄາດວ່າ ມີຄວາຍ 1.580 ໂຕ, ງົວ 3.177 ໂຕ, ໝູ 417 ໂຕ, ແບ້ 58 ໂຕ, ໄກ່ 5.874 ໂຕ ແລະ ເປັດ 452 ໂຕ. ພ້ອມນີ້, ຍັງມີໜອງປາ ຖືກນໍ້າຖ້ວມ ທັງໝົດ 284 ໜອງ, ປາທີ່ເສຍຫາຍ 237.300 ໂຕ.

ທ່ານ ດາວອາຊີ ສິດທິວົງ ກ່າວອີກວ່າ: ພາຍຫລັງນ້ຳລົດລົງເປັນປົກກະຕິ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຄູນຄໍາ ຈະເລັ່ງເກັບກຳຂໍ້ມູນຜົນເສຍຫາຍຕົວຈິງ ແລະ ຈະເລັ່ງຟື້ນຟູ ໃຫ່້ການຊ່ວຍເຫລືອແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຢ່າງຮີບດ່ວນ ໂດຍສະເພາະບ້ານທີ່ໄດ້ຮັບຜົນກະທົບໜັກ ໂດຍຈະສຸມໃສ່ຊຸກຍູ້ສົ່ງເສີມ ການປູກພືດລະດູແລ້ງ ແລະ ຈະສະໜອງແນວພັນເຂົ້າ, ພືິດລົ້ມລຸກ ເປັນຕົ້ນ ໝາກເຜັດ, ໝາກເຂືອ ແລະ ອື່ນໆ, ພ້ອມທັງ ຈະສະໜອງແນວພັນສັດລ້ຽງ (ລູກປາ) ໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ ເພື່ອພື້ນຟູຊີວິດການເປັນຢູ່ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ຂ່າວ-ພາບ: ທະນູທອງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version