Home ຂ່າວກິລາ “ນັກເຕະເປົ້າໝາຍ” ສົ່ງສັນຍານພ້ອມຍ້າຍທີມ ກ່ອນພຣີເມຍລີກ ເປີດສາກ

“ນັກເຕະເປົ້າໝາຍ” ສົ່ງສັນຍານພ້ອມຍ້າຍທີມ ກ່ອນພຣີເມຍລີກ ເປີດສາກ

0

ເມື່ອວັນທີ 8 ສິງຫາ 2023 Daily Mirror ສື່ດັງຂອງອັງກິດ ລາຍງານວ່າ ໂຣເມໂອ ລາເວຍ ກອງກາງຕົວຮັບທີມຊາດແບນຊິກ ບໍ່ມີຊື່ຢູ່ໃນທີມ ເຊົາແຮມຕັນ ຊຸດສູ້ເສິກ ຄາຣາບາວ ຄັບ (ລີກ ຄັບ) ຮອບທຳອິດ ເຊິ່ງຈະໄປຢາມ ຈີວລິງແຮມ ທີມຈາກລີກສອງ ໃນຄືນນີ້ ທ່າມກາງຂ່າວລືວ່າ ອາດຍ້າຍທີມໃນຕະຫຼາດນັກເຕະລະດູຮ້ອນນີ້ ໂດຍມີ ລີເວີພູລ, ແມນເຊສເຕີ ຢູໄນເຕັດ ແລະ ເຊວຊີ 3 ທີມຍິ່ງໃຫຍ່ ພຣີເມຍລີກ ສົນໃຈ.

ໃນຂະນະດຽວກັນ, ໂຣເມໂອ ລາເວຍ ກໍໂພສຮູບລົງໃນ Twitter ສ່ວນຕົວວ່າ ກໍາລັງຝຶກຊ້ອມຕາມລໍາພັງ ບໍ່ໄດ້ຢູ່ກັບໝູ່ເພື່ອນຮ່ວມທີມ ເຊົາແຮມຕັນ, ອີງຕາມຂ່າວທີ່ລາຍງານອອກມາ ຖືເປັນການຕອກຢໍ້າວ່າ ດາວເຕະອາຍຸ 19 ປີ ມີໂອກາດຍ້າຍທີມສູງໃນຕະຫຼາດນັກເຕະລະດູຮ້ອນນີ້, ເຖິງແມ່ນວ່າ ເຊົາແຮມຕັນ ຫາກໍປະຕິເສດຂໍ້ສະເໜີຮອບທີ 3 ຈາກລີເວີພູລ ທີ່ຍື່ນມາແລ້ວ 45 ລ້ານປອນ.

ທັງນີ້ ເຊົາແຮມຕັນ ຢືນຢັນວ່າຕ້ອງການຄ່າຕົວ ໂຣເມໂອ ລາເວຍ 50 ລ້ານປອນ, ໃນຂະນະທີ່ ລີເວີພູລ ຕ້ອງການເສີມທັບຄົນທີ 3 ຕໍ່ຈາກ ອະເລັກຊິສ ແມັກ ອັນລິສເຕີ ກັບ ໂດມີນິກ ໂຊໂບສໄລ ຫຼັງຈາກສູນເສຍກອງກາງຫຼາຍຄົນ ລວມທັງ ຈໍແດນ ເຮນເດີສັນ, ຢາບິນໂຢ່ ທີ່ຍ້າຍໄປລີກ ຊາອູດິ ລວມເຖິງ ເຈມ ມິວເນີ, ນາບີ ເກອີຕາ ແລະ ອະເລັກ ຊອກຊ໌ເລດ ເຊມເບີເລນ ທີ່ໝົດສັນຍາ.

ສ່ວນ ແມນເຊັສເຕີ ຢູໄນເຕັດ ກໍພ້ອມຮ່ວມວົງແຍ່ງຕົວ ໂຣເມໂອ ລາເວຍ ເຊັ່ນກັນ ຫຼັງຈາກທີ່ຍັງບໍ່ສາມາດປິດຂໍ້ຕົກລົງຄວ້າ ໂຊຟິຢານ ອຳຣາບັດ ກອງກາງທີມຊາດໂມຣັອກໂກ ຊຸດອັນດັບທີ 4 ໃນການແຂ່ງຂັນບານໂລກ 2022 ຈາກ ຟິອໍເຣນຕິນາ ໄດ້ສຳເລັດ.

ຂະນະທີ່ ເຊວຊີ ກໍຕ້ອງການເສີມທັບໃນກອງກາງ ແລະ ມີຂ່າວກ່ຽວພັນກັບ ໂຣເມໂອ ລາເວຍ ດ້ວຍອີກທີມ ຫຼັງຈາກທີ່ຖືກ ໄບຣຕັນ ໂກ່ງຄ່າຕົວ ມອຍເຊສ ໄກເຊໂດ ເຖິງ 100 ລ້ານປອນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version