Home ຂ່າວດ່ວນ ສາຍນໍ້າຕ່າງຢູ່ແຂວງຫລວງພະບາງ ມີປະລິມານນ້ຳເພີ່ມຂຶ້ນຢ່າງຕໍ່ເນື່ອງ

ສາຍນໍ້າຕ່າງຢູ່ແຂວງຫລວງພະບາງ ມີປະລິມານນ້ຳເພີ່ມຂຶ້ນຢ່າງຕໍ່ເນື່ອງ

0

ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ພາຍຫລັງທີ່ຝົນຕົກຕິດຕໍ່ກັນ ມາເປັນເວລາຫລາຍວັນ ເຮັດໃຫ້ສາຍນ້ຳບາກ, ນ້ຳງາ, ນ້ຳຂານ, ນ້ຳລາ ແລະ ນ້ຳຫວ້ຍ ມີປະລິມານນ້ຳເພີ່ມຂຶ້ນຢ່າງຕໍ່ເນື່ອງ, ເຮັດໃຫ້ການໄປມາຫາສູ່ກັນ ມີຄວາມຫຍຸ້ງຍາກ ຍ້ອນທາງປຽກ-ມື່ນ, ທາງບາງບ່ອນມີຂຸມ, ມີບວກນ້ຳ, ບາງບ່ອນມີຂີ້ຕົມສູງ. ມາຮອດວັນທີ 7 ສິງຫາ 2023 ເຫັນວ່າຍັງມີປະລິມານເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ມວນນ້ຳຍື່ງຂຶ້ນຖ້ວມສວນໝາກກ້ຽງ, ຖ້ວມນາ, ສວນພືດ-ຜັກ ຂອງປະຊາຊົນ ຢູ່ເຂດແຄມນ້ຳ

ຕໍ່ສະພາບການດັ່ງກ່າວ, ອົງການປົກຄອງເມືອງ ແລະ ບ້ານ ໄດ້ແຈ້ງການຜ່ານໂທລະໂຄ່ງ ໃຫ້ປະຊາຊົນ ກະກຽມຢ້າຍເຄື່ອງຂອງ, ສັດລ້ຽງ ແລະ ສີ່ງຂອງມີຄ່າ ຂຶ້ນໄປໄວ້ບ່ອນສູງ ແລະໃຫ້ພ້ອມກັນຕິດຕາມລະດັບນໍ້າຢ່າງຕໍ່ເນື່ອງ, ຖ້າເຫັນວ່າປະລິມານນ້ຳເພີ່ມຂຶ້ນ ກາຍເຂດອັນຕະລາຍ ທີ່ທາງພາກ ສ່ວນກ່ຽວຂ້ອງໄດ້ກຳນົດໄວ້ ຈະໄດ້ປະກາດເຫດສຸກເສີນທັນທີ.

ມາຮອດເວລາ 08:00 ໂມງ ວັນທີ 8 ສິງຫາ 2023 ເຫັນວ່າຝົນໄດ້ເບົາບາງລົງ ເຮັດໃຫ້ສະພາບນ້ຳບາກ ແລະ ຫ້ວຍນ້ຳສາຂາ ພາຍໃນເມືອງ ມີທ່າອ່ຽງຫລຸດລົງ ຫາກບໍ່ມີຝົນຕົກລົງມາຕື່ມ, ລະດັບນ້ຳອາດຈະຢູ່ໃນສະພາບປົກກະຕິ. ສ່ວນລາຍລະອຽດຂອງຜົນການເສຍຫາຍແມ່ນຢູ່ໃນຂັ້ນຕອນການປະເມີນ.

ຂ່າວ: ພອນສັກ ນັກຂ່າວເມືອງນ້ຳບາກ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version