Home ຂ່າວຕ່າງປະເທດ ອັງກິດ ຮ່ວມມືກັບບໍລິສັດເຕັກໂນໂລຊີ ຈຳກັດເນື້ອໃນທີ່ຊຸກຍູ້ການເຄື່ອນຍ້າຍທີ່ຜິດກົດໝາຍ

ອັງກິດ ຮ່ວມມືກັບບໍລິສັດເຕັກໂນໂລຊີ ຈຳກັດເນື້ອໃນທີ່ຊຸກຍູ້ການເຄື່ອນຍ້າຍທີ່ຜິດກົດໝາຍ

0

ຂ່າວສານຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ລັດຖະບານອັງກິດ ປະກາດສັນຍາຄູ່ຮ່ວມມື ໃໝ່ລະຫວ່າງອົງການປະຕິບັດກົດໝາຍອັງກິດ ແລະ ບັນດາບໍລິສັດສື່ສັງຄົມອອນລາຍ ເພື່ອສະກັດກັ້ນບັນດາເນື້ອໃນອອນລາຍທີ່ຊຸກຍູ້ການເຄື່ອນຍ້າຍທີ່ຜິດກົດໝາຍ.

ຂ່າວລະບຸວ່າ: ຫ້ອງວ່າການລັດຖະບານອັງກິດ ໃຫ້ຮູ້ວ່າ: ຂໍ້ຕົກລົງລະຫວ່າງ ອົງການອາຊະຍາກໍາແຫ່ງຊາດ ແລະ ບໍລິສັດ ລວມທັງ ເມຕາ (Meta), ຕິກຕອກ (TikTok) ແລະ X (Twitter) ຈະຊ່ວຍຈໍາກັດເນື້ອຫາທີ່ກ່ຽວຂ້ອງກັບການສະໜັບສະໜູນການເຄື່ອນຍ້າຍທີ່ຜິດກົດໝາຍ ເຊັ່ນ: ການສະໜອງເອກະສານທີ່ບໍ່ຖືກຕ້ອງ, ການຫຼຸດຜ່ອນຄ່າໃຊ້ຈ່າຍສໍາລັບການເຄື່ອນຍ້າຍແບບກຸ່ມ ຫຼື ຂໍ້ມູນທີ່ບໍ່ຖືກຕ້ອງກ່ຽວກັບການຍົກຍ້າຍໄດ້ຢ່າງປອດໄພ.

ທ່ານ ຣີຊີ ສູນາກ ນາຍົກລັດຖະມົນຕີ ອັງກິດ ເນັ້ນໜັກວ່າ: ເພື່ອລຶບລ້າງການເຄື່ອນຍ້າຍຜິດກົດໝາຍຜ່ານຊ່ອງແຄບອັງກິດ, ອຳນາດການປົກຄອງຕ້ອງແກ້ໄຂບັນດາພື້ນຖານກ່ຽວຂ້ອງກັບບັນຫາການຄ້າມະນຸດ ຊຶ່ງຈຳເປັນຕ້ອງຄວບຄຸມ ແລະ ປ້ອງກັນຢ່າງເຂັ້ມງວດ, ການຊັກຈູງການຂ້າມຊາຍແດນຢ່າງຜິດກົດໝາຍ ແລະ ສ້າງຜົນກຳໄລຈາກການເຄື່ອນໄຫວນີ້. ທ່ານຢືນຢັນວ່າ: ສັນຍາສະບັບໃໝ່ກັບບັນດາບໍລິສັດເຕັກໂນໂລຊີຈະຊ່ວຍເລັ່ງລັດການຕ້ານການຄ້າມະນຸດ ແລະ ຢຸດຕິການເຄື່ອນຍ້າຍທີ່ຜິດກົດໝາຍໂດຍໄວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version