Home ຂ່າວດ່ວນ ເມືອງໂພນໄຊ ໄດ້ຮັບຜົນກະທົບຈາກຝົນຕົກເບື້ອງຕົ້ນ 7 ຕື້ກວ່າກີບ

ເມືອງໂພນໄຊ ໄດ້ຮັບຜົນກະທົບຈາກຝົນຕົກເບື້ອງຕົ້ນ 7 ຕື້ກວ່າກີບ

0

ເນື່ອງຈາກມີຝົນຕົກລິນຕໍ່ເນື່ອງ ນັບແຕ່ວັນທີ່ 1-6 ສີງຫາ 2023 ເຮັດໃຫ້ນ້ຳຫ້ວຍຫຼາຍສາຍຢູ່ເຂດເມືອງໂພນໄຊ ເກີດນອງ ແລະນ້ຳໄຫຼສຸ, ກະທົບຕໍ່ເສັ້ນທາງຄົມ ມະນາຄົມຢູ່ພາຍໃນເມືອງ ເຊັ່ນ: ດິນ-ຫີນເຈື່ອນຖົມໜ້າທາງ, ທໍ່ລະບາຍນ້ຳລອດທາງຕັນ ນ້ຳຖ້ວມຂັງຕາມຮ່ອງນ້ຳແຄມທາງ ແລະໜ້າທາງ, ຕົ້ນໄມ້ລົ້ມທັບທາງ ທໍ່ລະບາຍນ້ຳລອດທາງຂາດ, ໜ້າທາງຖືກນ້ຳໄຫຼເຊາະເປັນບວກເປັນຂຸມ ເປັນຮ່ອງເລິກ ເຊິ່ງກະທົບເສັ້ນທາງ ຈໍານວນ 7 ເສັ້ນ ໃນນັ້ນ ມີເສັ້ນທາງຫຼວງແຂວງ 1 ເສັ້ນ, ທາງຊົນນະບົດ 6 ເສັ້ນ ເຮັດໃຫ້ການສັນຈອນ ພົບຄວາມຫຍຸ້ງຍາກ.

ສຳລັບເສັ້ນທາງຊົນນະບົດແມ່ນລົດໃຫຍ່ບໍ່ສາມາດສັນຈອນໄດ້. ພ້ອມນີ້ ໄດ້ສົ່ງຜົນກະທົບເຖີງໂຮງງານຜະລິດນ້ຳປະປາ ໃນເທດສະບານເມືອງ ຈົນໄດ້ຢຸດຜະລິດນ້ຳຊົ່ວຄາວ ເປັນມື້ທີ່ 2 ເພາະສະພາບສາຍນໍ້າປາ ໄດ້ເກີດມີປະລິມານສູງ ແລະມີດິນຊາຍໄຫຼເຂົ້າຖົມໜ້າດີນ ເຮັດໃຫ້ບໍ່ສາມາດຜະລິດນ້ຳໄດ້ ປັດຈຸບັນສາມາດປະເມີນມູນຄ່າຄວາມເສຍຫາຍຜົນກະທົບ ຕໍ່ກັບເສັ້ນທາງໃນເບື້ອງຕົ້ນ 7 ຕື້ 30 ລ້ານກວ່າກີບ. ທ່ານ ແສງເພັດ ອີນທະພອນ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງໂພນໄຊໄດ້ໃຫ້ຮູ້ວ່າ: ປັດຈຸບັນສາມາດສັງລວມຂໍ້ມູນເສັ້ນທາງທີ່ຖືກຜົນກະທົບລວມທັງໝົດ 570 ຈຸດ ຄວາມຍາວຫຼາຍກວ່າ 51 ກິໂລແມັດ ໃນນັ້ນ ເສັ້ນທາງຫຼວງຂອງແຂວງ ເລກທີ່ 2504 ແຕ່ບ້ານປາກເຊືອງ ນະຄອນ ຫຼວງພະບາງ ຫາບ້ານປາກວັງເມືອງໂພນໄຊ ເສຍຫາຍ 142 ຈຸດ, ລວມມູນຄ່າ 2 ຕື້ 268 ລ້ານກວ່າກີບ.

ປັດຈຸບັນສາມາດແກ້ໄຂໄດ້ໂດຍພື້ນຖານ ແລະເປີດການສັນຈອນໄດ້ ແຕ່ຍັງມີຄວາມຫຍຸ້ງຍາກ ແລະມີຄວາມສ່ຽງເກີດອຸບັດຕິເຫດບາງຈຸດ, ສ່ວນເສັ້ນທາງຊົນນະບົດ ລວມມີ ເສັ້ນທາງແຕ່ບ້ານປາກງາ ຫາ ບ້ານລ້ອງຍົມໃຫຍ່ ແລະບ້ານກີ່ວມ່ວງ, ເສັ້ນທາງແຕ່ບ້ານນ້ຳບໍ່ ຫາ ບ້ານຫ້ວຍສາລາ, ເສັ້ນທາງແຕ່ບ້ານຫ້ວຍຂີງ ຫາ ບ້ານດອນຄຳ, ເສັ້ນທາງແຕ່ບ້ານປາກງາ ຫາ ບ້ານປາກສີມ, ເສັ້ນທາງແຕ່ບ້ານຫ້ວຍລຸ້ງເທີງ ຫາບ້ານນາພຽງ ແລະຫ້ວຍຂີງ, ເສັ້ນທາງແຕ່ບ້ານເຮືອໂດຍ ຫາ ບ້ານສັນພູຫຼວງ ແມ່ນສາມາດທຽວໄດ້ພຽງແຕ່ລົດຈັກເທົ່ານັ້ນ ມູນຄ່າເສຍຫາຍເບື້ອງຕົ້ນ 609 ລ້ານກວ່າກີບ.

ຂໍ້ມູນ: ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງໂພນໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version