Home ຂ່າວຕ່າງປະເທດ ຫວຽດນາມ – ອິນໂດເນເຊຍ ຈັດເວທີປາໄສ ຊຸກຍູ້ການຮ່ວມມືດ້ານເສດຖະກິດ

ຫວຽດນາມ – ອິນໂດເນເຊຍ ຈັດເວທີປາໄສ ຊຸກຍູ້ການຮ່ວມມືດ້ານເສດຖະກິດ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງບໍ່ດົນມານີ້, ໃນຂອບເຂດການຢ້ຽມຢາມ ອິນໂດເນເຊຍ ຢູ່ນະຄອນຫຼວງຈາກາຕາ, ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນໃນເວທີປາໄສນະໂຍບາຍ, ກົດໝາຍກ່ຽວກັບການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ – ອິນໂດເນເຊຍ ໂດຍມີການເຂົ້າຮ່ວມຂອງວິສາຫະກິດ ຫຼາຍກວ່າ 200 ແຫ່ງຂອງ 2 ປະເທດ.

ຂ່າວລະບຸວ່າ: ເວທີປາໄສ ແມ່ນໂອກາດເພື່ອເພີ່ມທະວີການພົວພັນຄູ່ຮ່ວມມືລະຫວ່າງສອງປະເທດ, ພິເສດແມ່ນໃນຂົງເຂດການຄ້າ ແລະ ການລົງທຶນ. ປັດຈຸບັນ, ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 11 ຂອງ ອິນໂດເນເຊຍ ດ້ວຍຍອດວົງເງິນການຄ້າ ບັນລຸ 14 ຕື້ໂດລາ ໃນປີ 2022 ແລະ ໂຕເລກດັ່ງກ່າວຈະເພີ່ມຂຶ້ນຕື່ມອີກໃນຊຸມປີຈະມາເຖິງ. ກ່າວຄຳເຫັນໃນເວທີປາໄສ, ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດ ຫວຽດນາມ ຢັ້ງຢືນວ່າ: ໃນຂົງເຂດເສດຖະກິດ, ອິນໂດເນເຊຍ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຢູ່ພາກພື້ນ ອາຊີ – ປາຊີຟິກ ຂອງ ຫວຽດນາມ. ໃນທ່າອ່ຽງສ້າງໂຄງປະກອບການຄ້າ ແລະ ການລົງທຶນຄືນໃໝ່ຢ່າງແຂງແຮງໃນຂອບເຂດທົ່ວໂລກ ແລະ ໃນເງື່ອນໄຂເສດຖະກິດໂລກຂາດສະຖຽນລະພາບ, ຄາດຄະເນໄດ້ຍາກຄືໃນປັດຈຸບັນ, ສອງປະເທດ ຫວຽດນາມ ແລະ ອິນໂດເນເຊຍ ສາມາດເພີ່ມທະວີ, ອຳນວຍຄວາມສະດວກໃຫ້ຂະແໜງການຄ້າຂອງສອງຝ່າຍ, ຮ່ວມມືກັນເພື່ອສ້າງຕັ້ງ ແລະ ພ້ອມກັນພັດທະນາ.

ເນື່ອງໃນໂອກາດດັ່ງກ່າວ, ທ່ານ ເວືອງດິ່ງເຫວ້ ໄດ້ເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງບໍລິສັດໃຫຍ່ການເດີນເຮືອ ຫວຽດນາມ ແລະ ບໍລິສັດ Black Diamond Resources TBK, ບໍລິສັດ Sinar Multi Surya Cemerlang; ພິທີລົງນາມໃນຂໍ້ຕົກລົງລະຫວ່າງ ບໍລິສັດຫຸ້ນສ່ວນຂົນສົ່ງທາງທະເລ ຫວຽດນາມ ກັບບໍລິສັດ Virema Impex.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version