Home ຂ່າວດ່ວນ ຄະນະກຳມະການຄຸ້ມຄອງໄພພິບັດ ອອກແຈ້ງການໃຫ້ເຝົ້າລະວັງ, ກຽມຄວາມພ້ອມ ຮັບມືກັບເຫດການສຸກເສີນ

ຄະນະກຳມະການຄຸ້ມຄອງໄພພິບັດ ອອກແຈ້ງການໃຫ້ເຝົ້າລະວັງ, ກຽມຄວາມພ້ອມ ຮັບມືກັບເຫດການສຸກເສີນ

0

ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ອອກແຈ້ງການສະບັບເລກທີ 14/ຄສພ, ລົງວັນທີ 5 ສິງຫາ 2023 ເລື່ອງກຽມຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນ ໃລຍະເດືອນສິງຫາ 2023.

ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານຊາບວ່າ: ໃນຕົ້ນເດືອນສິງຫາ 2023 ນີ້, ຍ່ອມຄວາມກົດດັນອາກາດຕໍ່າທີ່ພາກເໜືອຂອງປະເທດຫວຽດນາມ ໄດ້ແຜ່ລົງມາປົກຄຸມທົ່ວທຸກພາກ ຂອງປະເທດລາວ ແລະ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍກຳລັງປານກາງ ຫາ ແຮງ ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງໃນແຕ່ລະພາກ ແລະ ຕົກໜັກຢູ່ບາງທ້ອງຖິ່ນເຂດພາກເໜືອ ດ້ານຕາເວັນອອກ ລົງຫາພາກກາງ ແລະ ພາກໃຕ້ ຊຶ່ງໄດ້ເຮັດໃຫ້ແມ່ນໍ້າສາຂາມີການເພີ່ມຂຶ້ນຢ່າງໄວວາ.

ສະນັ້ນ, ເພື່ອກະກຽມຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນ ເພື່ອຫຼຸດຜ່ອນຜົນກະທົບຮ້າຍແຮງ ທີ່ອາດຈະເກີດຂຶ້ນ ຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນບັນດາເຜົ່າ ຢູ່ແຕ່ລະທ້ອງຖິ່ນ ໃຫ້ທັນກັບສະພາບການ ຈຶ່ງໄດ້ແຈ້ງມາຍັງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ນະຄອນຫຼວງວຽງຈັນ ເພື່ອເອົາໃຈໃສ່ ກຽມພ້ອມຮັບມືດັ່ງນີ້:

  1. ຈົ່ງເພີ່ມທະວີສະຕິລະວັງຕົວ, ເຝົ້າລະວັງ, ກະກຽມຄວາມພ້ອມ ຮັບມືກັບເຫດການສຸກເສີນທີ່ອາດຈະເກີດຂຶ້ນ 1. ໃຫ້ຕິດຕາມ ສະພາບການປ່ຽນແປງຂອງດິນຟ້າອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຜ່ານ ໂທລະພາບ, ວິທະຍຸ ແລະ ສື່ອອນລາຍທາງການອື່ນໆ ພ້ອມທັງແຈ້ງຂໍ້ມູນໃຫ້ ອົງການປົກຄອງທ້ອງຖິ່ນຂັ້ນຂອງຕົນ ກະກຽມຄວາມພ້ອມຮັບມື ແລະ ຕອບໂຕ້ສຸກເສີນກັບໄພພິບັດ ທີ່ອາດຈະເກີດຂຶ້ນ ໃຫ້ວ່ອງໄວ ແລະ ທັນການ;

2. ໃຫ້ແຕ່ງຕັ້ງຄະນະລົງຕິດຕາມລະດັບນໍ້າ ຕາມແຄມແມ່ນໍ້າສາຍຕ່າງໆຢ່າງໃກ້ຊິດ, ມີສະຕິລະວັງຕົວຕໍ່ສະພາບເຫດ ການດິນເຈື່ອນ, ນໍ້າຖ້ວມຊຸ, ນໍ້າຖ້ວມຍື່ງ ແລະ ລົມພັດແຮງ ທີ່ອາດຈະເກີດຂຶ້ນ ພ້ອມທັງກຽມພ້ອມດ້ານພາຫະນະ, ອຸປະກອນ, ສະຖານທີ່ບ່ອນຫຼົບໄພຊົ່ວຄາວ, ເຄື່ອງອຸປະໂພກ-ບໍລິໂພກທີ່ຈຳເປັນຮັບຮອງຊ່ວຍເຫຼືອໃນກໍລະນີສຸກເສີນ;

3. ໃຫ້ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫົງບ ທີ່ເປັນຄະນະກຳມະການຄຸ້ມຄອງໄພພິບັດຂັ້ນຂອງຕົນ ກະກຽມທາງດ້ານ ກຳລັງພົນ, ພາຫະນະ ແລະ ອຸປະກອນຕ່າງໆ ທີ່ໄດ້ຮັບການແບ່ງປັນຈາກຂັ້ນສູນກາງ ເພື່ອກຽມພ້ອມໃຫ້ການກອບກູ້ ແລະ ຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບ ໃນກໍລະນີມີເຫດການສຸກເສີນ ໃຫ້ທັນສະພາບການ;

4. ໃຫ້ອົງການປົກຄອງເມືອງ ແລະ ບ້ານ ເຂດທີ່ມີຄວາມສ່ຽງ ເອົາໃຈໃສ່ປະກາດ, ແຈ້ງເຕືອນໃຫ້ປະຊາຊົນ ໄດ້ຮັບຊາບຂໍ້ມູນຂ່າວສານ, ມີສະຕິລະວັງຕົວ, ກຽມພ້ອມຍົກຍ້າຍຜູ້ທີ່ມີຄວາມສ່ຽງ, ເກັບມ້ຽນສິ່ງຂອງທີ່ມີຄ່າ, ກຽມຍົກຍ້າຍສັດລ້ຽງ, ເພື່ອປ້ອງກັນ ແລະ ຮັບມືກັບ ເຫດການໄພພິບັດທີ່ອາດເກີດຂຶ້ນໃຫ້ທັນເວລາ;

5. ສຳລັບບັນດາແຂວງ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທີ່ເກີດຂຶ້ນແລ້ວ ແມ່ນໃຫ້ທາງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ສົມທົບກັບຄະນະກຳມະການຄຸ້ມຄອງໄພພິບັດທ້ອງຖິ່ນຂອງຕົນ, ສຸມໃສ່ຕອບໂຕ້ແກ້ໄຂສຸກເສີນດ້ານຕ່າງໆ ພ້ອມທັງມີການລາຍງານ ໃຫ້ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໂດຍຜ່ານກອງເລຂາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງໃນແຕ່ລະໄລຍະ.

ດັ່ງນັ້ນ, ຈຶ່ງໄດ້ແຈ້ງມາຍັງ ບັນດາທ່ານ ໃຫ້ເພີ່ມທະວີສະຕິລະວັງຕົວ, ເຝົ້າລະວັງ, ກະກຽມຄວາມພ້ອມຮັບມືກັບເຫດການສຸກເສີນທີ່ອາດຈະເກີດຂຶ້ນດ້ວຍຄວາມຮັບຜິດຊອບສູງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version