Home ຂ່າວຕ່າງປະເທດ ເອຢິບ ປະກາດມາດຕະການປະຢັດໄຟ ຮັບມືກັບ ສະພາບອາກາດຮ້ອນ

ເອຢິບ ປະກາດມາດຕະການປະຢັດໄຟ ຮັບມືກັບ ສະພາບອາກາດຮ້ອນ

0

ສຳນັກຂ່າວ ເອເອຟພີ ລາຍງານຈາກ ນະຄອນຫລວງ ເລີແກ ປະເທດ ເອຢິບ ເມື່ອວັນທີ 31 ກໍລະກົດວ່າ: ທ່ານ ມໍສຕາຟາ ແມດບູລີ ນາຍົກ ລັດຖະມົນຕີ ເອຢິບ ປະກາດ ມາດຕະການ ຫລາຍຢ່າງ ລວມເຖິງແຜນດັບໄຟຟ້າ ເພື່ອຫລຸດຜ່ອນ ການໃຊ້ ພະລັງງານ ເນື່ອງຈາກ ປະເທດ ແລະ ພື້ນທີ່ອື່ນໆ ພວມຜະເຊີນກັບ ຄື້ນຄວາມຮ້ອນ ຢ່າງຮຸນແຮງ.

ອີງຕາມ ມາດຕະການ ດັ່ງກ່າວ, ພະນັກງານ ຈະເຮັດວຽກ ຢູ່ເຮືອນ 1 ວັນຕໍ່ອາທິດ ເພື່ອພະຍາຍາມ ປະຢັດ ພະລັງງານໄຟຟ້າທ້ອງຖິ່ນ ເນື່ອງຈາກ ມີການບັນທຶກ ອຸນຫະພູມ ສູງກວ່າ 45 ອົງສາເຊ ໃນຫລາຍພື້ນທີ່ ຂອງປະ ເທດ. ນອກຈາກນີ້ ແຜນການດັບໄຟຟ້າ ທີ່ ລັດຖະບານ ປະກາດ ເມື່ອອາທິດຜ່ານມາ ຈະສືບຕໍ່ ດຳເນີນຕໍ່ໄປ ພ້ອມທັງປະກາດເຕືອນ ປະຊາຊົນ ບໍ່ໃຫ້ໃຊ້ລິຟ ໃນບາງໄລຍະຂອງວັນ , ຊຶ່ງ ການດັບໄຟຟ້າ ເບື້ອງຕົ້ນ ຈະເປັນໄລຍະເວລາ ປະມານ 1 ຫລື 2 ຊົ່ວໂມງ ເມື່ອການໃຊ້ ພະລັງງານ ເພີ່ມຂຶ້ນ.

ສຳລັບ ເຈົ້າໜ້າທີ່ລັດ ທີ່ບໍ່ໄດ້ຕິດຕໍ່ກັບ ປະຊາຊົນໂດຍກົງ  ແລະ ເລີ່ມເຮັດວຽກ ທາງໄກ ໃນທຸກວັນອາທິດ ເປັນເວລາ 1 ເດືອນ ນັບແຕ່ ວັນທີ 6 ສິງຫານີ້ ເປັນຕົ້ນໄປ ,​ ພ້ອມກັນນັ້ນ ຍັງຮຽກຮ້ອງໃຫ້ ພາກສ່ວນ ເອກະຊົນ ໃຊ້ມາດຕະການ ດັ່ງກ່າວນີ້ດ້ວຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version