Home ຂ່າວຕ່າງປະເທດ ອັງກິດ ຈະອອກໃບອະນຸຍາດລົງທຶນ ດ້ານນໍ້າມັນ-ແກັສ ຫລາຍຮ້ອຍໃບ

ອັງກິດ ຈະອອກໃບອະນຸຍາດລົງທຶນ ດ້ານນໍ້າມັນ-ແກັສ ຫລາຍຮ້ອຍໃບ

0

ອ້າງຕາມຂ່າວ ລອນດອນ ຂອງ ອັງກິດ, ວັນທີ 31 ກໍລະກົດ, ລັດຖະບານ ອັງກິດ ເປີດເຜີຍວ່າ: ຈະອອກໃບອະນຸຍາດ ລົງທຶນ ດ້ານນໍ້າມັນ ແລະ ແກັສ ໃນທະເລເໜືອ ຫລາຍຮ້ອຍໃບ ເພື່ອໃຫ້ມີ ສາງສຳຮອງ ດ້ານພະລັງງານ ພ້ອມກັນນັ້ນ ກໍຍັງຮັກສາ ເປົ້າໝາຍການປ່ອຍ ກາກບອນ ເປັນສູນ ພາຍໃນປີ 2050. ໂດຍສຳນັກ ງານ ນາຍົກລັດຖະມົນຕີ ຣິຊີ ຊູນັດ ຂອງ ອັງກິດ ຖະແຫລງວ່າ: ການລົງທຶນ ໃນທະເລເໜືອ ຈະສືບຕໍ່ໄປ ເພື່ອໃຫ້ເກີດ ໂຄງການໃໝ່ ປົກປ້ອງການຈ້າງງານ, ຫລຸດການ ປ່ອຍແກັສ ແລະ ສົ່ງເສີມ ການເປັນອິດສະລະ ດ້ານພະລັງງານ ຂອງອັງກິດ.

ໂດຍ ລັດຖະບານ ຈະໃຊ້ຂະບວນການ ຍື່ນຂໍລົງທຶນ ທີ່ ດັດປັບ ໄດ້ຫລາຍຂຶ້ນ ແຕ່ຍັງຕ້ອງຜ່ານ ບົດທົດສອບ ຄວາມເຂົ້າກັນໄດ້ ກັບ ສະພາບ ພູມອາກາດ, ເລື່ອງເປົ້າໝາຍ ຫລຸດການປ່ອຍ ກາກບອນ ,​ລັດຖະບານ ພວມດຳເນີນ ມາດຕະການ ເພື່ອຖ່ວງດຶງ ການຜະລິດ ນໍ້າມັນ ແລະ ແກັສ ພາຍໃນປະເທດ ທີ່ ຫລຸດລົງ ຢ່າງວ່ອງໄວ,​ ຊຶ່ງຈະເຮັດໃຫ້ ອັງກິດ ມີແຫລ່ງພະລັງງານ ໃນປະເທດ , ຫລຸດການເພິ່ງພາ ຈາກລັດ ທີ່ເປັນ ປໍລະປັກ ແລະ ອື່ນໆ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version