Home ສາລະໜ້າຮູ້ ປະຫວັດວັນເຂົ້າພັນສາ ຫຼື ເຂົ້າວັດສາ

ປະຫວັດວັນເຂົ້າພັນສາ ຫຼື ເຂົ້າວັດສາ

0

————–

ວັນເຂົ້າພັນສາຄືວັນທີ່ພຣະພິກຂຸສົງເລີ້ມເຂົ້າຈໍາພັນຢູ່ໃນອາຣາມ ຫຼື ວັດແຫ່ງໃດແຫ່ງໜຶ່ງໃນຊ່ວງລະດູຝົນກໍານົດຕັ້ງແຕ່ວັນແຮມ 01 ຄໍ່າເດືອນ 08 ຫາ ວັນຂຶ້ນ 15 ຄໍ່າເດືອນ 11 ລາວເຊິ່ງລວມເວລາ 03 ເດືອນເຕັມ . ເມື່ອຄັ້ງທີ່ພຣະຜູ້ມີພະພາກເຈົ້າຍັງບໍ່ທັນໄດ້ບັນຍັດການຈໍາພັນແກ່ພິກຂຸທັງຫຼາຍ , ພິກຂຸເຫຼົ່ານັ້ນທ່ຽວສັນຈອນໄປມາຕະຫຼອດລະດູໜາວ , ລະດູຮ້ອນ ແລະ ລະດູຝົນພວກຊາວບ້ານທັງຫຼາຍຈິ່ງໄດ້ມີການຕໍານິຕິຕຽນວ່າ : ເຫດໃດພຣະສັມມະນະສັກກະຍະບຸດຈິ່ງໄດ້ທ່ຽວສັນຈອນໄປມາຕະຫຼອດລະດູໜາວ,ລະດູຮ້ອນ ແລະ ລະດູຝົນຢຽບຢໍ້າພືດພັນຕ່າງໆເສຍຫາຍເປັນຈໍານວນຫຼາຍ ແລະ ຍັງໄດ້ບຽດບຽນຊີວິດສັດນ້ອຍເປັນຈໍານວນຫຼາຍ . ໃນເມື່ອພິກຂຸທັງຫຼາຍໄດ້ຍິນຊາວບ້ານເຫຼົ່ານັ້ນຕໍານິຕິຕຽນຈິ່ງໄດ້ເຂົ້າກາບທູນເລື່ອງນັ້ນແກ່ພຣະຜູ້ມີພະພາກເຈົ້າ . ຈາກນັ້ນພຣະຜູ້ພະພາກເຈົ້າໄດ້ຊົງປຣາລົບ ( ເວົ້າ ) ຕໍ່ເຫດທີ່ເກີດຂຶ້ນນັ້ນແລ້ວຊົງຮັບສັ່ງຕໍ່ພິກຂຸທັງຫຼາຍວ່າ : “ ຈົ່ງຟັງເຮົາກ່ອນພິກຂຸທັງຫຼາຍ ” ຕໍ່ໄປນີ້ເຮົາອະນຸຍາດໃຫ້ພວກທ່ານທັງຫຼາຍຈໍາພັນສາຈົນຕະຫຼອດໄຕຣມາດ . ວັນເຂົ້າພັນສານີ້ມີ 02 ຢ່າງຄື :

1.ປູຣິມິກາ ( ວັນເຂົ້າພັນສາຕົ້ນ ) ໝາຍເຖິງເມື່ອວັນເພັງອາສາຫະບູຊາຜ່ານໄປແລ້ວວັນຖັດໄປຄືວັນເຂົ້າພັນສາຕົ້ນຄືວັນແຮມ 01 ຄໍ່າເດືອນ 08 .

2.ປັດສິວິກາ ( ວັນເຂົ້າພັນສາຫຼັກ ) ໝາຍເຖິງຖັດຈາກວັນເພັງອາສາຫະບູຊາໄປອີກ 01 ເດືອນ ວັນເຂົ້າພັນສາຫຼັກຄືວັນແຮມ 01 ຄໍ່າເດືອນ 09 ການເຂົ້າພັນສານັ້ນພຣະພິກຂຸສົງຕ້ອງຢູ່ຈໍາພັນສາຕະຫຼອດ 03 ເດືອນຫ້າມບໍ່ໃຫ້ໄປຄ້າງແຮມຢູ່ໃສ ( ແຕ່ກໍ່ມີກໍລະນີຍົກເວັ້ນ ) ສາມາດໄປຄ້າງແຮມໄດ້ຮຽກວ່າ : ສັດຕະຫະກໍລະນີຍະ ໝາຍເຖິງເມື່ອມີເຫດຈໍາເປັນແມ່ນສາມາດໄປຄ້າງແຮມໄດ້ 07 ວັນດັ່ງມີເລື່ອງເລົ່າໄວ້ວ່າ : ໃນສະໄໝໜຶ່ງໄດ້ມີອຸບາສົກຊື່ອຸເທນໄດ້ມີຈິດສັດທາໄດ້ສ້າງວິຫານຖວາຍສົງໄວ້ໃນໂກສົນຊົນນະບົດ ລາວມີຄວາມປາດຖະໜາຈະຖວາຍທານ , ຟັງທັມ ແລະ ຢາກພົບເຫັນພິກຂຸທັງຫຼາຍຈິ່ງໄດ້ສົ່ງບໍລິວານໄປກາບນິມົນພຣະພິກຂຸສົງ ແຕ່ພໍບໍລິວານໄປກາບນິມົນພຣະພິກຂຸສົງເຫຼົ່ານັ້ນກໍ່ຮັບກິດນິມົນເນື່ອງຈາກວ່າໃນເວລານັ້ນຢູ່ໃນຊ່ວງຂອງການຈໍາພັນສາບໍ່ສາມາດໄປຄ້າງແຮມໄດ້ບໍລິການຈິ່ງກັບໄປແຈ້ງໃຫ້ອຸບາສົກ ອຸເທນໄດ້ຮັບຮູ້ ລາວຈິ່ງໄດ້ກ່າວໂທດຕໍານິຕິຕຽນພຣະພິກຂຸສົງເຫຼົ່ານັ້ນວ່າ : ເຮົາສົ່ງບໍລິວານໄປນິມົນແລ້ວກໍ່ບໍ່ມາທັງໆທີ່ເຮົາກໍ່ເປັນທາຍົກຜູ້ກໍ່ສ້າງວິຫານ ແລະ ບໍາລຸງສົງຕະຫຼອດມາ . ເມື່ອພິກຂຸທັງຫຼາຍໄດ້ຍິນຄໍາຕິຕຽນນັ້ນຈິ່ງໄດ້ນໍາຄວາມໄປກາບທູນພຣະຜູ້ມີພຣະພາກເຈົ້າ , ພຣະພາກເຈົ້າຈິ່ງໄດ້ມີພຸດທານຸຍາດໃຫ້ມີ ສັດຕະຫະກໍລະນີຍະໄດ້ໝາຍເຖິງເມື່ອມີເຫດຈໍາເປັນສາມາດໄປຄ້າງຄືນໄດ້ 07ວັນເຊິ່ງເຫດຈໍາເປັນມີ 05 ປະການ ຄື :

1.ທາຍົກ ( ເຈົ້າສັດທາ ) ປາດຖະໜາຈະໃຫ້ທານ ແລະຟັງທັມໂດຍສົ່ງຄົນມານິມົນແມ່ນອະນຸຍາດໃຫ້ໄປໄດ້ ສະເພາະບ່ອນທີ່ສົ່ງຄໍານິມົນມາຖ້າບໍ່ສົ່ງຄໍານິມົນມາກໍ່ບໍ່ອະນຸຍາດໃຫ້ໄປໄດ້ .

2.ເພື່ອນພິກຂຸ ແລະ ສັມມະເນນອາພາດ ( ເຈັບໄຂ້ ) ເກີດຄວາມກະວົນກະວາຍ , ມີຄວາມເຫັນຜິດ,ຕ້ອງອາບັດໜັກ,ຕ້ອງການທໍາຄວາມບໍລິສຸດຕາມພຣະທັມວິໄນຕ້ອງໄປເພື່ອໃຫ້ອອກຈາກອາບັດ.

3.ສັມມະເນນຕ້ອງການອຸປະສົມບົດເປັນພິກຂຸຈິ່ງໄປເພື່ອໃຫ້ການອຸປະສົມບົດ .

4.ບິດາ-ມານດາ – ພີ່ນ້ອງ ຫຼື ຍາດພີ່ນ້ອງຂອງພິກຂຸປວດໄປຢ້ຽມໄດ້ .

5.ເພື່ອທໍາກິດຂອງສົງເຊັ່ນ : ສິ່ງກໍ່ສ້າງພາຍໃນວັດເປ້ເພເສຍຫາຍຕ້ອງໄດ້ໄປຫາວັດສະດຸອຸປະກອນຕ່າງໆມາປະຕິສັງຂອນ .

ເມື່ອມີເຫດເກີດຂຶ້ນບໍ່ສາມາດຈໍາພັນສາໃນທີ່ນັ້ນໆໄດ້ແມ່ນໄດ້ມີພຸດທານຸຍາດໃຫ້ງົດຈໍາພັນສາ ແລະ ໃຫ້ໄປຢູ່ທີ່ອື່ນໄດ້ໂດຍບໍ່ຜິດພຣະທັມວິໄນຄື :

1.ຖືກສັດຮ້າຍລົບກວນ .

2.ຖືກໂຈນປຸ້ນ .

3.ວິຫານຖືກໄຟໄໝ້ ຫຼື ຖືກນໍ້າຖ້ວມ .

4.ຊາວບ້ານຖືກໂຈນປຸ້ນອົບພະຍົບໜີໄປແມ່ນອຸຍາດໃຫ້ໄປກັບເຂົາໄດ້ ຫຼື ຖ້າຊາວບ້ານກັນເປັນສອງຝ່າຍແມ່ນອະນຸຍາດໃຫ້ໄປກັບຝ່າຍທີ່ເປັນສ່ວນຫຼາຍໄດ້ ຫຼື ຝ່າຍສ່ວນຫຼາຍບໍ່ມີສັດທາເຫຼືອມໄສໃນທາງພຣະພຸດທະສາສະໜາແມ່ນອະນຸຍາດໃຫ້ໄປກັບຝ່າຍໜ້ອຍທີ່ເຫຼືອມໄສໄດ້ .

5.ຂາດແຄນອາຫານ ຫຼື ຢາຮັກສາໂຣກ ຫຼື ຂາດຜູ້ບໍາລຸງໄດ້ຮັບຄວາມລໍາບາກແມ່ນອະນຸຍາດໃຫ້ໄປໄດ້.

6.ຖ້າມີຜູ້ເອົາຊັບມາລໍ່ຄືຈະຕ້ອງການໃຫ້ລາສິກຂາເອົາຊັບສົມບັດທີ່ໄຮ່ທີ່ນາ ແລະ ລູກສາວມາລໍ່ໃຫ້ສິກແມ່ນຊົງອະນຸຍາດໃຫ້ຫຼີກໄປໄດ້ .

7.ພິກຂຸສົງແຕກກັນ ຫຼື ມີຜູ້ສົ່ງເສີມໃຫ້ແຕກກັນແລ້ວໄປເພື່ອຫາທາງລະງັບໄດ້ .

ສ່ວນວ່າສະຖານທີ່ຄວນຈໍາພັນສານັ້ນຄວນເປັນສະຖານທີ່ທີ່ສະປາຍະ ( ສະຖານທີ່ທີ່ບໍ່ໄກຈາກໝູ່ບ້ານຈົນເກີນໄປ ແລະ ບໍ່ໃກ້ກັບໝູ່ບ້ານຈົນເກີນໄປ ) , ມີການຄົມມະນາຄົມທີ່ສະດວກ , ໄປມາສະດວກ , ຕອນກາງເວັນຄົນບໍ່ຫຼາຍ , ບໍ່ສັບສົນ , ກາງຄືນງຽບສະຫງົບ , ບໍ່ມີຊາວບ້ານເຂົ້າມາລົບກວນ , ເປັນສະຖານທີ່ລັບຕາຄົນ , ເປັນສະຖານທີ່ທີ່ເໝາະສົມສໍາລັບບັນພະສິດຜູ້ຮັກຄວາມສະຫງົບ .

ສໍາລັບສະຖານທີ່ຈໍາພັນທີ່ພຣະສັມມາສັມພຸດທະເຈົ້າຊົງຜ່ອນຜັນອະນຸຍາດໃຫ້ຈໍາພັນສາໃນທີ່ບາງແຫ່ງໄດ້ນັ້ນ ໃນກໍລະນີທີ່ພຣະພິກຂຸຜູ້ທີ່ກໍາລັງເດີນທາງໄປກັບພວກລ້ຽງງົວຕ່າງໆເຊິ່ງເປັນງົວເດີນທາງ ຫຼື ງົວກວຽນ ຫຼື ໂດຍສານໄປທາງເຮືອເພື່ອຈະໄປສະຖານທີ່ໃດທີ່ໜຶ່ງໃນຂະນະເດີນທາງຢູ່ຫາກເຖິງວັນເຂົ້າພັນສາພໍດີກໍ່ສາມາດເຂົ້າຈໍາພັນສາໃນຂະບວນເດີນທາງນັ້ນໆໄດ້ , ເມື່ອພວກຄົນລ້ຽງງົວກໍ່ດີ ຫຼື ຂະບວນກວຽນກໍ່ດີ ຫຼື ເຮືອໂດຍສານກໍ່ດີເດີນທາງຕໍ່ໄປຊົງອະນຸຍາດໃຫ້ໄປກັບເຂົາໄດ້ໂດຍອະທິຖານພັນສາວ່າ : ອິຖະ ວັດສະ ອຸເປມິ ແປວ່າ : ຂ້າພະເຈົ້າເຂົ້າຈໍາພັນສາໃນທີ່ນີ້ ເມື່ອເຖິງບ້ານ ແລະ ເມືອງທີ່ພຣະພິກຂຸມີຈຸດປະສົງທີ່ຈະໄປທ່ານອະນຸຍາດໃຫ້ຈໍາພັນສາໃນທີ່ນັ້ນໄດ້ ແຕ່ຖ້າຍັງບໍ່ທັນຮອດບ້ານ ຫຼື ເມືອງທີ່ພຣະພິກຂຸມີປະສົງຈະໄປພວກຄົນລ້ຽງງົວກໍ່ດີ , ຂະບວນກວຽນກໍ່ດີ , ເຮືອໂດຍສານກໍ່ດີຢຸດເດີນທາງເພາະສິ້ນສຸດການເດີນທາງທ່ານໃຫ້ແນະນໍາໃຫ້ຢູ່ຈໍາພັນສາກັບພຣະພິກຂຸໃນບ້ານ ຫຼື ເມືອງທີ່ຢຸດການເດີນທາງນັ້ນຕໍ່ໄປໃນກໍລະນີນີ້ຖືວ່າບໍ່ຂາດພັນສາ .

ຫ້າມຈໍາພັນສາໃນທີ່ທີ່ບໍ່ສົມຄວນເຊັ່ນ : 1. ໃນໂກນໄມ້ ເພາະຄົນທັງຫຼາຍພາກັນເພັ່ງໂທດ , ຕິຕຽນວ່າຄືກັບພວກຜີສາດ , 2.ຢູ່ເທິງງ່າໄມ້ ຫຼື ກອງຂອມໄມ້ເພາະຄົນທັງຫຼາຍພາກັນເພັ່ງໂທດ , ຕິຕຽນວ່າຄືກັບພວກພານລ້າສັດ , 3. ທີ່ກາງແຈ້ງ ເພາະເວລາຝົນຕົກກໍ່ພາກັນແລ້ນເຂົ້າສູ່ໂກນໄມ້ , ສູ່ຊານຄາເບິ່ງແລ້ວບໍ່ງົດງາມ ແລະ ບໍ່ເໝາະສົມກັບສະມະນະ , 4. ທີ່ບໍ່ມີເສນາສະນະ ( ທີ່ນອນ-ທີ່ນັ່ງ ) ເພາະຈະວ່າຍາມຮ້ອນກໍ່ຮ້ອນ ແລະ ຍາມໜາວກໍ່ໜາວເຮັດໃຫ້ບໍ່ສາມາດບໍາເພັນສະມະນະທັມໄດ້ , 5. ສາລາມ້ຽນນ້ອຍໃນປ່າຊ້າ ເພາະຄົນບູຮານມັກເຮັດສາລານ້ອຍໄວ້ໃນປ່າຊ້າເພື່ອໃຫ້ຜີຢູ່ ເພາະຄົນທັງຫຼາຍພາກັນເພັ່ງໂທດ , ຕິຕຽນວ່າຄືກັບພວກສັບປະເຫຼີ , 6.ໃນຕູບ ຫຼື ເຕັ່ນ ເພາະຄົນທັງຫຼາຍພາກັນເພັ່ງໂທດ , ຕິຕຽນວ່າຄືກັບພວກລ້ຽງງົວ , 7.ໃນໂອ່ງ ເພາະຄົນທັງຫຼາຍພາກັນເພັ່ງໂທດ , ຕິຕຽນວ່າຄືກັບພວກເດຍລະຖີ (ຄົນຍາກໄຮ້ ) .

ເຊິ່ງໃນການຈໍາພັນສານັ້ນແມ່ນມີວັດຖຸປະສົງເພື່ອໃຫ້ພຣະພິກຂຸສັມມະເນນໃຫ້ມີເວລາປະພຶດປະຕິບັດທໍາໄດ້ຫຼາຍຂຶ້ນ , ໃນສ່ວນຂອງອຸບາສົກ-ອຸບາສິກາ ( ພໍ່ອອກ-ແມ່ອອກ ) ສາມາດກໍານົດເຂດການຈໍາພັນສາຂອງເຮົາໄດ້ໂດຍກໍານົດໄວ້ທີ່ສູນກາງກາຍຖານທີ 07 ໃຫ້ໃຈເຮົາຢຸດນິ້ງຢູ່ໃນປະຣິມົນທົນແຫ່ງການຈໍາພັນ . ສໍາລັບໃນວັນເຂົ້າພັນສາມີ 02 ປະເພນີຄື : ປະເພນີຖວາຍຜ້າອາບນໍ້າຝົນ ແລະ ປະເພນີແຫ່ທຽນພັນສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version