Home ບຸນປະເພນີ ບຸນເຂົ້າພັນສາ ເປັນງານບຸນທີ່ມີຄວາມໝາຍຄວາມສຳຄັນຂອງຊາວພຸດ

ບຸນເຂົ້າພັນສາ ເປັນງານບຸນທີ່ມີຄວາມໝາຍຄວາມສຳຄັນຂອງຊາວພຸດ

0

ບຸນເຂົ້າພັນສາ ເປັນໜຶ່ງງານບຸນທີ່ມີຄວາມໝາຍຄວາມສຳຄັນທາງສາສະໜາຂອງຊາວພຸດ, ທັງເປັນບຸນທີ່ຢູ່ໃນຮີດ 12 ຄອງ 14 ປະເພນີລາວ, ທີ່ຊາວພຸດເຄີຍສືບທອດປະຕິບັດກັນມາຮອດປັດຈຸບັນ. ປີນີ້ແມ່ນກົງກັບມື້ຂຶ້ນ 15 ຄໍ່າ ເດືອນ 8 ພ.ສ 2566 ລາວ ຫຼື ກົງກັບວັນອັງຄານ ວັນທີ 1 ສິງຫາ 2023.

ເນື່ອງໃນໂອກາດວັນບຸນເຂົ້າພັນສາ ພະອາຈານ ສິງໄຊ ທຳມະວົງ (ອະຣິຍະໂພທິ) ຄະນະກໍາມະທິການ ການຕ່າງປະເທດສູນກາງອົງການພຸດທະສາສະໜາສຳພັນລາວ (ອພສ) ທັງເປັນເຈົ້າອະທິການ ວັດບ້ານໂພນທອງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ໜັງສືພິມ ປະຊາຊົນ ກ່ຽວກັບປະຫວັດຄວາມເປັນມາບຸນອອກພັນສາໂດຍຫຍໍ້ວ່າ: ບຸນເຂົ້າພັນສາ ຫຼື ການຢູ່ຕຳພັນຂອງພະສົງສາມະເນນ ເປັນບຸນປະເພນີລາວເຮົາແຕ່ຍຸກບູຮານ ແລະ ມີມາແຕ່ສະໄໝພຸດທະ ການ. ໃນສະໄໝພຸດທະການ ທີ່ພະພຸດທະເຈົ້າຍັງດຳລົງພະຊົນຢູ່ ພຣະພຸດທະອົງບໍ່ໄດ້ກຳນົດການ ຈຳພັນສາໃນມື້ອອກພັນສາ. ດັ່ງນັ້ນ, ພະສົງຈຶ່ງເດີນທາງໄປ-ມາ ຕາມສະຖານທີ່ຕ່າງໆ ອັນເປັນເຫດໃຫ້ເກີດບັນຫາຕາມມາຄື: ເຫຼົ່າພະສົງທັງຫຼາຍໄດ້ຢຽບເອົາພືດພັນທັນຍາຫານ ໄຮ່ນາຮົ້ວສວນ ຂອງຊາວບ້ານທີ່ປູກໄວ້ໃນລະດູຝົນ ແລະ ທີ່ຮ້າຍແຮງກວ່ານັ້ນຄື: ສັດນ້ອຍ-ໃຫຍ່ ທີ່ອອກຫາກິນຕາມພື້ນດິນ ກໍຖືກຢຽບມີທັງໂຕບາດເຈັບ ແລະ ຕາຍໄປ ຊຶ່ງເຮັດໃຫ້ຊາວບ້ານໄດ້ຮັບຄວາມເສຍຫາຍຢ່າງຫຼວງຫຼາຍ. ເມື່ອພະພຸດທະເຈົ້າຊົງຮູ້ເລື່ອງນີ້ແລ້ວ, ພະພຸດທະອົງຈຶ່ງໄດ້ບັນຍັດເລື່ອງ ການຈຳພັນສາຂອງພະສົງຄື: ເມື່ອຮອດລະດູຝົນ ໃຫ້ພະສົງຈຳພັນສາຢູ່ບ່ອນໃດບ່ອນໜຶ່ງ ເປັນໄລຍະເວລາ 3 ເດືອນ ຊຶ່ງປົກກະຕິແລ້ວຕາມພະວິໄນການຈຳພັນສາ ຫຼື ເຂົ້າພັນສາມີ 2 ປະເພດຄື: 1. ການເຂົ້າພັນສາຕາມປົກກະຕິ ເອີ້ນວ່າ: “ປຸຣິມພັນສາ” ເລີ່ມແຕ່ມື້ແຮມ 1 ຄໍ່າ ເດືອນ 8, ຖ້າປີໃດ ເດືອນ 8 ສອງຫົນກໍຈະເລີ່ມໃນມື້ແຮມ 1 ຄໍ່າ ເດືອນ 8 ຫຼັງ ແລະ ອອກພັນສາ ໃນມື້ຂຶ້ນ 15 ຄໍ່າ ເດືອນ 11 ຊຶ່ງພະສົງທີ່ຈຳພັນສາຄົບ 3 ເດືອນ ກໍຈະມີສິດຮັບກະຖິນ; 2. ການເຂົ້າພັນສາຫຼັງ, ເອີ້ນວ່າ: “ປັຈສິມພັນສາ” ເລີ່ມແຕ່ມື້ແຮມ 1 ຄໍ່າ ເດືອນ 9 ແລະ ອອກພັນສາ ໃນມື້ຂຶ້ນ 15 ຄໍ່າ ເດືອນ 12 ໃນກໍລະນີນີ້ ຄືພະສົງຕິດພາລະກິດຕ້ອງເດີນທາງໄກ ຫຼື ເຫດຈຳເປັນທີ່ບໍ່ສາມາດມາເຂົ້າພັນສາປົກກະຕິໄດ້.

ບຸນເຂົ້າພັນສາຍັງມີຄວາມໝາຍຄວາມສຳຄັນຄື: ໃນວາລະການ ຂອງການເຂົ້າພັນສາ ແມ່ນກົງກັບລະດູກະສິກຳ ປະຊາຊົນຈະປູກໝາກໄມ້, ພືດຜົນທັນຍາຫານ ແລະ ພະສົງຢູ່ຈຳພັນສາໃນອາວາດ ເພື່ອສຶກສາພະທໍາວິໄນ ຕາມຄຳສອນຂອງພະພຸດທະເຈົ້າ. ສ່ວນພຸດທະສາສະນິກະຊົນ ກໍໄດ້ໂອກາດໄປຖາມຂໍ້ອັດຂໍ້ທໍາ, ໄຫວ້ພະສູດມົນ, ຮັກສາສິນ, ຈະເລີນເມດຕາພາວະນາ, ເຮັດບຸນບຳເພັນກຸສົນ ນຳພະສົງສາມະເນນ ແລະ ທີ່ສຳຄັນພະສົງ ທີ່ຈຳພັນສາຖ້ວນໄຕຣມາດ ຫຼື ຄົບ 3 ເດືອນ ຈະໄດ້ຮັບອານິສົງການຍົກເວັ້ນພະວິໄນ 5 ຂໍ້ ຄື: 1. ເດີນທາງອອກຈາກວັດໂດຍທີ່ບໍ່ຕ້ອງຂໍອະນຸຍາດເຈົ້າອະທິການວັດ ຫຼື ພະສົງອົງອື່ນ; 2. ເດີນທາງໄປຄ້າງບ່ອນອື່ນ ໂດຍທີ່ບໍ່ຕ້ອງຖືຜ້າຈີວອນຄົບ 3 ຜືນ; 3. ສັນເຂົ້າຮ່ວມຄະນະໄດ້; 4. ເກັບອະຕິເຣກະຈີວອນ ໄດ້ຕາມຄວາມປາຖະນາ; 5. ເກັບຮັກສາຜ້າຈີວອນ ເມື່ອມີຄົນມາຖວາຍໄດ້ ໂດຍບໍ່ຕ້ອງສະລະເຂົ້າກອງກາງ. ສຳລັບຄຳກ່າວເຂົ້າພັນສາຂອງພະສົງສາມະເນນ: “ມິມັສມິງ ອາວາເສອິມັງ ເຕມາສັງ ວັສສັງ ອຸເປມິ”.

ພະອາຈານ ສິງໄຊ ທຳມະວົງ ກ່າວຕື່ມວ່າ: ສຳລັບ ວັດໂພສີສົມພອນ ໄຊຍາຣາມ (ວັດໂພນທອງ) ບ້ານໂພນທອງ ກໍມີກິດຈະກຳຫຼາຍຢ່າງໃນມື້ເຂົ້າພັນສາເຊັ່ນ: ການແຫ່ທຽນພັນສາ, ແຫ່ຜ້າໄຕຣຈີວອນ-ຜ້າອາບນ້ຳຝົນ, ພິທີຕັກບາດຖວາຍທານ ແດ່ພະສົງສາມະເນນ ໃນມື້ຂຶ້ນ 15 ຄໍ່າ ເດືອນສິງຫາ, ໃນຕອນແລງ ກໍຈະມີການໄຫວ້ພະສູດມົນ ຈະເລີນເມດຕາພາວະນາ ແລະ ທຳປະທັກຂິນ, ວຽນທຽນບູຊາພະຣັດຕະນະໄຕຣ. ພ້ອມນັ້ນ, ໃນໄລະຍະການຈຳພັນສາກໍຈະມີກິດຈະກຳ ໄຫວ້ພະ, ສູດມົນ, ຮັກສາສິນ 8, ຈະເລີນເມດຕາພາວະນາ, ຟັງເທດສະນາທໍາທຸກໆວັນສິນນ້ອຍ-ໃຫຍ່ ໃນທຸກໆແລງ ຕະຫຼອດໄລຍະພັນສານີ້.

ໂດຍ: ວັນເພັງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version