Home ຂ່າວໜ້າໜຶ່ງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຮັບການເຂົ້າຍື່ນຈົດໝາຍແຕ່ງຕັ້ງຂອງຜູ້ຕາງໜ້າຄົນໃໝ່ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ປະຈໍາ ສປປ ລາວ

ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຮັບການເຂົ້າຍື່ນຈົດໝາຍແຕ່ງຕັ້ງຂອງຜູ້ຕາງໜ້າຄົນໃໝ່ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ປະຈໍາ ສປປ ລາວ

0

ໃນວັນ ທີ 26 ກໍລະກົດ 2023, ທີ່ ກະ ຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນຈົດໝາຍແຕ່ງຕັ້ງຂອງ ທ່ານ BAKHTIYOR KADYROV (ບາກທີຢໍ ກາດີໂຣຟ), ເພື່ອມາເປັນຜູ້ຕາງໜ້າຄົນໃໝ່ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (United Nations Population Fund ຫຼື UNFPA) ປະຈໍາ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນມາຍັງ ຜູ້ຕາງໜ້າຄົນໃໝ່ອົງ ການ UNFPA ປະຈໍາ ສປປ ລາວ ພ້ອມທັງສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ ສາຍພົວພັນທີ່ດີ ແລະ ການຮ່ວມມືຊ່ວຍເຫຼືອຂອງ ອົງການ UNFPA ຢູ່ ສປປ ລາວ ໃນໄລຍະຜ່ານມາ. ໃນນັ້ນ, ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ຜູ້ຕາງໜ້າຄົນໃໝ່, ອົງການ UNFPA ປະຈໍາ ສປປ ລາວ ຈະເພີ່ມທະວີການຮ່ວມມື ແລະ ສືບຕໍ່ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນຂົງເຂດວຽກງານດ້ານປະຊາກອນ ແລະ ການພັດທະນາ ທີ່ສອດຄ່ອງກັບວຽກງານບຸລິມະສິດຕ່າງໆຂອງລັດຖະບານ ດັ່ງທີ່ໄດ້ກໍານົດໄວ້ຢູ່ໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX ແລະ ບຸລິມະສິດແຫ່ງຊາດໃນຕໍ່ໜ້າ ໂດຍຜ່ານການຈັດຕັ້ງປະຕິບັດບັນດາກິດຈະກໍາ ແລະ ໂຄງການຕ່າງໆ ກໍ່ຄື ຍຸດທະສາດການຮ່ວມມື ລະຫວ່າງ ລັດຖະບານ ແລະ ອົງການ UNFPA ປະຈໍາ ສປປ ລາວ ໃນແຕ່ລະໄລຍະ.

ພ້ອມກັນນັ້ນ, ທ່ານ ຮອງລັດຖະມົນຕີ ກໍ່ສະເໜີໃຫ້ ອົງການ UNFPA ປະຈໍາ ສປປ ລາວ ສືບຕໍ່ປະກອບສ່ວນ ແລະ ສະໜັບ ສະໜູນຄວາມພະຍາຍາມຂອງລັດຖະ ບານ ໃນການດຳເນີນແຜນປະຕິບັດງານຂອງກອງປະຊຸມສາກົນວ່າດ້ວຍປະຊາ ກອນ ແລະ ການພັດທະນາຂອງອົງການ ສປຊ (ICPD PoA) ແລະ ຄໍາໝາຍໝັ້ນຂອງລັດຖະບານຕໍ່ແຜນປະຕິບັດງານ ICPD25 ທີ່ສອດຄ່ອງໃຫ້ແກ່ການຈັດຕັ້ງປະຕິບັດບຸລິມະສິດການພັດທະນາຂອງ ສປປ ລາວ ກໍ່ຄື ເປົ້າໝາຍການພັດທະນາແບບຍືນຍົງ ແລະ ວາລະການພັດທະນາອື່ນໆຂອງສາກົນ ລວມໄປເຖິງຊຸກຍູ້ຄວາມໝາຍໝັ້ນຂອງລັດຖະບານ ໃນຂະບວນການກະກຽມເພື່ອຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ໃນອະນາຄົດ.

ໃນວາລະດຽວກັນນີ້, ທ່ານ BAKHTIYOR KADYROV, ຜູ້ຕາງໜ້າຄົນໃໝ່ ອົງການ UNFPA ປະຈໍາ ສປປ ລາວ (ສັນຊາດ ຕັດຈິກິດສະຖານ) ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ທ່ານ ຮອງລັດຖະ ມົນຕີ ກະຊວງການຕ່າງປະເທດ ແລະ ສະແດງຄວາມປິຕິຍິນດີທີ່ ລັດຖະບານແຫ່ງ ສປປ ລາວ ໄດ້ອະນຸມັດຮັບເອົາທ່ານ ເພື່ອມາປະຕິບັດໜ້າທີ່ອັນສູງສົ່ງຢູ່ ສປປ ລາວ. ພ້ອມກັນນັ້ນ, ທ່ານ ຜູ້ຕາງໜ້າຄົນ ໃໝ່ ຍັງໄດ້ໃຫ້ຄໍາໝັ້ນສັນຍາວ່າ ຕົນເອງ ກໍ່ຄື ອົງການ UNFPA ປະຈໍາ ສປປ ລາວ ຈະສືບຕໍ່ເພີ່ມທະວີການຮ່ວມມືກັບ ລັດຖະບານແຫ່ງ ສປປ ລາວ ໃນການ ຈັດຕັ້ງປະຕິບັດແຜນງານຕ່າງໆ ທີ່ສະໜັບສະໜູນໃຫ້ແກ່ການບັນລຸບັນດາບຸລິມະສິດດ້ານການພັດທະນາຂອງ ສປປ ລາວ ຢ່າງຕັ້ງໜ້າ.

ໃນຕອນທ້າຍ, ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ກໍ່ແຈ້ງໃຫ້ ຜູ້ຕາງໜ້າຄົນໃໝ່ ອົງການ UNFPA ຊາບວ່າ ລັດຖະບານ ສປປ ລາວ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຮ່ວມມືກັບອົງການດັ່ງກ່າວ ໃນການຈັດຕັ້ງປະຕິບັດບັນດາແຜນວຽກຢູ່ ສປປ ລາວ ພ້ອມທັງອວຍພອນໃຫ້ ຜູ້ຕາງໜ້າຄົນໃໝ່ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ຂອງຕົນຢູ່ ສປປ ລາວ ໃນຄັ້ງນີ້.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version