Home ຂ່າວໜ້າໜຶ່ງ ລາວ-ຈີນເພີ່ມທະວີຊຸກຍູ້ການລົງທຶນ ແລະ ຮ່ວມມືດ້ານເສດຖະກິດ

ລາວ-ຈີນເພີ່ມທະວີຊຸກຍູ້ການລົງທຶນ ແລະ ຮ່ວມມືດ້ານເສດຖະກິດ

0

ເວທີປາໄສການຮ່ວມມືເສດຖະກິດຈີນ-ລາວ ປີ 2023 ພາຍໃຕ້ຫົວຂໍ້ ເພີ່ມທະວີຄວາມເຂົ້າໃຈ ແລະ ການແລກປ່ຽນ-ຮ່ວມມືສ້າງປະຊາຄົມຈີນ-ລາວໃນອະນາຄົດຮ່ວມກັນ ຈັດຂຶ້ນວັນທີ 27 ກໍລະກົດ 2023 ທີ່ໂຮງແຮມໂປລີ (ບຶງທາດຫຼວງ) ມີ ທ່ານ ພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ທ່ານ ສວນ ຊຸ້ນຈີ່ ປະທານສະມາຄົມພັດທະນາເສດຖະກິດຈີນ-ອາຊີ ທ່ານ ຫວງ ກົ້ວຜິງ ປະທານສະມາ ຄົມ ພັດທະນາເສດຖະກິດຈີນ-ອາຊີ ປະຈຳ ສປປ ລາວ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອາດສະພັງທອງ ສີພັນດອນ ກ່າວວ່າ: ເວທີປາໄສຄັ້ງນີ້ເປັນປີທຳອິດທີ່ຈັດຢູ່ ສປປ ລາວ ພາຍຫຼັງການເປີດເສັ້ນທາງລົດໄຟລາວ-ຈີນ ແລະ ທາງດ່ວນວຽງຈັນ-ວັງວຽງເປັນການປະຕິບັດນະໂຍບາຍໜຶ່ງແລວໜຶ່ງເສັ້ນທາງ ເປັນຂີດໝາຍປະຫວັດ ສາດຂອງການພົວພັນ-ຮ່ວມມືລະຫວ່າງສອງປະເທດໃຫ້ເຂົ້າສູ່ລວງເລິກ ແລະ ມີບົດບາດສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດລາວ-ຈີນ ແລະ ໃນພູມມີພາກ ເພື່ອເປັນທິດທາງຂອງການຮ່ວມມືທາງດ້ານເສດຖະກິດລາວ-ຈີນໃນຕໍ່ໜ້າ ຂໍສະເໜີບາງບັນຫາສຳຄັນເຊັ່ນ ສົ່ງເສີມການຜະລິດກະສິກຳສະອາດເພື່ອສະ ໜອງພາຍໃນ ແລະ ສົ່ງອອກ ນຳໃຊ້ເຕັກໂນໂລຊີທັນສະໄໝ ການຜະລິດແນວພັນພືດ-ສັດ ເບ້ຍໄມ້ຕ່າງໆ ການຜະລິດຝຸ່ນ-ປຸຍທີ່ມີຄຸນນະພາບສູງ ສົ່ງເສີມໃຫ້ສ້າງອຸດ ສາຫະກຳເບົາ ສ້າງຕັ້ງໂຮງຈັກ-ໂຮງງານທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ ໃນເຂດທີ່ນະຄອນຫຼວງກໍານົດ ສົ່ງເສີມໃຫ້ມີລະບົບຂົນສົ່ງ ໂລຈີສຕິກທີ່ທັນສະໄໝ ເພື່ອອໍານວຍຄວາມສະດວກໃຫ້ແກ່ການແລກປ່ຽນສິນຄ້າ ສ້າງກິດຈະການທ່ອງທ່ຽວທີ່ຫຼາກຫຼາຍ ແລະ ການບໍລິການທ່ອງທ່ຽວ ທີ່ມີມາດຕະຖານ ສົ່ງເສີມໃຫ້ມີການລົງ ທຶນ ແລະ ພັດທະນາໃນເຂດເສດຖະກິດພິເສດທັງ 5 ແຫ່ງຂອງ ນວ ຕາມແຕ່ລະກິດຈະການເປັນຕົ້ນ ອະສັງຫາລິມະຊັບ ອຸດສາຫະກຳສະອາດ ການບໍລິການຕ່າງໆ ສົ່ງເສີມການຮ່ວມມືທາງດ້ານຄົມມະນາຄົມຂົນສົ່ງພາຍໃນຕົວເມືອງ ການຮ່ວມມືທາງດ້ານຂະແໜງການສຶກສາ ສົ່ງເສີມຂະແໜງສາທາລະນະສຸກ ສົ່ງເສີມການເຂົ້າ ເຖິງແຫຼ່ງທຶນດອກເບ້ຍຕໍ່າ ສົ່ງເສີມເປີດກວ້າງໂອກາດຜະລິດຕະພັນສິນຄ້າຂອງ ສປປ ລາວເຂົ້າໄປໃນຕະຫຼາດ ສປ ຈີນໃຫ້ມີຄວາມຫຼາກຫຼາຍໃນຕໍ່ໜ້າ.

ທ່ານ ສວນ ຊຸ້ນຈີ່ ກ່າວວ່າ: ໃນເວທີປາໄສຄັ້ງນີ້ບໍ່ພຽງແຕ່ໄດ້ເຊີນວິສາຫະກິດຈີນເທົ່ານັ້ນແຕ່ຍັງໄດ້ເຊີນນັກປະກອບການຈາກ ສ ເກົາຫຼີເຂົ້າຮ່ວມ ຫວັງວ່າຜູ້ປະກອບການສາມາດຮຽນຮູ້ກ່ຽວກັບປະເທດລາວໄດ້ຫຼາຍກວ່າເກົ່າຜ່ານເວທີປາໄສດັ່ງກ່າວ ໃຊ້ເວທີນີ້ໃນການສື່ສານ ແລະ ແລກປ່ຽນເພື່ອຍຶດໝັ້ນການຮ່ວມມືທີ່ມີໄຊຊະນະ ຮັດແໜ້ນສາຍພົວພັນອັນເປັນຜົນປະໂຫຍດຂອງປະຊາຄົມໃນອະນາຄົດ.

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version