Home ຂ່າວຕ່າງປະເທດ IMF ປັບເພີ່ມການຄາດຄະເນການເຕີບໂຕເສດຖະກິດໂລກ

IMF ປັບເພີ່ມການຄາດຄະເນການເຕີບໂຕເສດຖະກິດໂລກ

0

ຂ່າວສານຊີອາໄອລາຍງານ ໃນວັນທີ 25 ກໍລະກົດ ຜ່ານມາ, ກອງທຶນເງິນຕາສາກົນ (IMF) ໄດ້ປັບເພີ່ມໂຕເລກການຄາດຄະເນການເຕີບໂຕເສດຖະກິດໂລກໃນປີ 2023 ໃຫ້ສູງຂຶ້ນຮອດ 3% ຊຶ່ງສູງກວ່າໂຕເລກການຄາດຄະເນໃນເດືອນເມສາ 0,2%, ໃນຂະນະດຽວກັນ, IMF ຊີ້ໃຫ້ເຫັນວ່າ ເສດຖະກິດໂລກຍັງປະເຊີນໜ້າກັບຄວາມສ່ຽງຫຼາຍຢ່າງທີ່ຈະຊຸດໂຊມລົງ, ການເຕີບໂຕຍັງບໍ່ແຂງແຮງເທື່ອ.

ໃນວັນດຽວກັນ IMF ໄດ້ປະກາດເນື້ອໃນໃໝ່ຂອງບົດລາຍງານແນມເບິ່ງເສດຖະກິດໂລກ ໂດຍຄາດວ່າ ຈັງຫວະການເຕີບໂຕຂອງເສດຖະກິດໂລກຈະຫຼຸດລົງຈາກ 3,5% ຂອງປີ 2022 ທີ່ຜ່ານມາ ເປັນ 3% ໃນປີນີ້. IMF ຄາດວ່າ ຈັງຫວະການເຕີບໂຕຂອງເສດຖະກິດໂລກໃນປີ 2024 ຈະຢູ່ໃນລະດັບ 3% ຊຶ່ງຮັກສາການຄາດຄະເນໃນເມື່ອກ່ອນບໍ່ປ່ຽນແປງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version