Home ຂ່າວຕ່າງປະເທດ ອາເມຣິກາ ຈະປະເຊີນພາວະຂາດແຄນແຮງງານໃນອຸດສາຫະກຳຊິບ

ອາເມຣິກາ ຈະປະເຊີນພາວະຂາດແຄນແຮງງານໃນອຸດສາຫະກຳຊິບ

0

ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ກໍລະກົດ ຜ່ານມາ, ສະມາຄົມອຸດສາຫະກຳເຊມິຄອນດັກເຕີ (SIA) ແລະ ອັອກຟອດ ອີໂຄໂນມິກ (Oxford Economics) ໄດ້ເປີດເຜີຍຜົນການສຶກສາລະບຸວ່າ: ອຸດສາຫະກຳຊິບເຊມິຄອນດັກເຕີ (semiconductor chip) ຂອງອາເມຣິກາຈະປະເຊີນກັບພາວະຂາດແຄນແຮງງານປະມານ 67.000 ຄົນໃນປີ 2030.

ຜົນການສຶກສາສະບັບນີ້ສະແດງໃຫ້ເຫັນວ່າ: ແຮງງານໃນພາກອຸດສາຫະກຳຊິບມີທ່າອ່ຽງຈະເພີ່ມຂຶ້ນເປັນ 460.000 ຄົນ ພາຍໃນທ້າຍທົດສະວັດນີ້ ຊຶ່ງເພີ່ມຂຶ້ນປະມານ 345.000 ຄົນໃນປີນີ້ ແຕ່ເນື່ອງຈາກອັດຕາການສຳເລັດການສຶກສາໃນປັດຈຸບັນ ອາເມຣິກາຈະບໍ່ສາມາດຜະລິດແຮງງານທີ່ມີຄຸນນະພາບໄດ້ພຽງພໍຕໍ່ຈຳນວນງານທີ່ເພີ່ີມຂຶ້ນ. ຜົນການສຶກສາດັ່ງກ່າວມີຂຶ້ນໃນຂະນະທີ່ອາເມຣິກາພະຍາຍາມເສີມສ້າງຄວາມແຂງແຮງໃຫ້ແກ່ພາກສ່ວນຊິບໃນປະເທດ ເພື່ອຈັດສັນເງິນສຳລັບການຈັດຕັ້ງສະຖານທີ່ຜະລິດຊິບແຫ່ງໃໝ່ລວມເຖິງການວິໄຈ ແລະ ພັດທະນາຊິບ. ບົດລາຍງານລະບຸວ່າ: ກະຊວງການຄ້າອາເມຣິກາເປັນຜູ້ເບິ່ງແຍງເງິນສະໜັບສະໜູນດ້ານການຜະລິດມູນຄ່າ 3,9 ໝື່ນລ້ານໂດລາ ພາຍໃຕ້ກົດໝາຍຊິບ ແລະ ບໍລິສັດຕ່າງໆເຊັ່ນ: ອິນເທວ ຄອບ (Intel Corp), ໄຕ້ຫວັນ ເຊມິຄອນດັກເຕີ ແມນູແຟກເຈີຣິງ (TSMC) ແລະ ຊຳຊຸງ ເອເລັກໂຕຣນິກ ກ່າວວ່າ: ຈະຍື່ນສະໝັກຂໍຮັບເງິນສະໜັບສະໜູນດັ່ງກ່າວ ໂດຍກົດໝາຍຊິບຍັງກຳນົດເຄຣດິດພາສີການລົງທຶນ 25% ສຳລັບການສ້າງໂຮງງານຊິບໃໝ່ທີ່ມີມູນຄ່າປະມານ 2,4 ໝື່ນລ້ານໂດລາ.

SIA ລະບຸວ່າ: ໂຮງງານເຫຼົ່ານັ້ນຈະສ້າງວຽກເຮັດງານທຳຫຼາຍຂຶ້ນ ໂດຍຕຳແໜ່ງງານທີ່ມີທ່າອ່ຽງຈະຂາດແຄນໄດ້ແກ່ ນັກວິທະຍາສາດຄອມພິວເຕີ, ວິສະວະກອນ ແລະ ຊ່າງເຕັກນິກ ໂດຍປະມານເຄິ່ງໜຶ່ງຂອງວຽກໃນອຸດສາຫະກຳຊິບໃນອະນາຄົດຈະເປັນວິສະວະກອນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version