Home ຂ່າວພາຍໃນ ຜ່ານຮ່າງສື່ໂຄສະນາຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ

ຜ່ານຮ່າງສື່ໂຄສະນາຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ

0

ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ກອງປະຊຸມປຶກສາຫາລື ແລະ ຜ່ານຮ່າງສື່ໂຄສະນາ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຈັດຂຶ້ນໃນວັນທີ 26 ກໍລະກົດ 2023 ຢູ່ຫ້ອງວ່າການແຂວງວຽງຈັນ ໂດຍມີ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ທ່ານ ນາງ ມະໄລສີ ທຳມະໂຄດ ປະທານສະຫະພັນແມ່ຍິງແຂວງວຽງຈັນ ພ້ອມຄະນະ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ນາງ ນິນປະເສີດ ໄຊຍະພອນສີ ຫົວໜ້າກົມພັດທະນາແມ່ຍິງລາວ ໄດ້ຜ່ານຮ່າງສື່ໂຄສະນາຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ເພື່ອໃຫ້ຜູ້ເຂົ້າຮ່ວມ ປະກອບຄຳຄິດເຫັນໃຫ້ມີເນື້ອໃນຄົບຖ້ວນ ແທດເໝາະກັບທຸກທ້ອງຖິ່ນ. ພ້ອມນີ້, ກອງປະຊຸມຍັງໄດ້ຜ່ານຟິມການລົງເຄື່ອນໄຫວປຶກສາຫາລື ຮ່າງສື່ໂຄສະນາຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຢູ່ບັນດາແຂວງ, ຄວາມສຳຄັນຂອງທຸລະກິດຂະໜາດນ້ອຍ ແລະ ກາງຕໍ່ແມ່ຍິງ, ການຈັດອົບຮົມວິຊາຊີບ ແລະ ສົ່ງເສີມ SME ຂອງແຂວງ.

ໂອກາດນີ້, ທ່ານ ນາງ ສົມພອນ ສຸທຳມະວົງ ຮອງປະທານສະຫະພັນແມ່ຍິງແຂວງວຽງຈັນ ກໍໄດ້ລາຍງານຜົນຂອງການຈັດຕັ້ງປະຕິບັດ ກິດຈະກຳໂຄງການຮ່ວມມືກັບ ໂກໂບຟັນ(Global Fund)ວ່າ: ສະຫະພັນແມ່ຍິງແຂວງວຽງຈັນ ໄດ້ຮ່ວມມືກັບກົມພັດທະນາສູນກາງສະຫະພັນແມ່ຍິງລາວ ຈັດຕັ້ງປະຕິບັດໂຄງການ ຕອບໂຕ້ການລະບາດຂອງພະຍາດໂຄວິດ-19 ໂດຍໄດ້ຮັບການຕອບສະໜອງ ດ້ານງົບປະມານຈາກ ສູນກາງສະຫະພັນແມ່ຍິງລາວ (ໂຄງການກອງທຶນໂລກ) ນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດ 4 ກິດຈະກໍາຢູ່ແຂວງວຽງຈັນ ຄື: ການສ້າງຕັ້ງກຸ່ມທ້ອນເງິນເພື່ອການປ່ຽນແປງ: ສາມາດສ້າງ ຕັ້ງກຸ່ມທ້ອນເງິນເພື່ອການປຽນແປງໄດ້ 2 ກຸ່ມ ໃນ 2 ບ້ານ ຂອງ 2 ເມືອງ (ເມືອງວັງວຽງ ແລະ ເມືອງກາສີ), ຮອດປັດຈຸບັນ ທັງສອງກຸ່ມ ມີເງິນທ້ອນທັງໝົດ 38 ລ້ານກວ່າກີບ, ໃຫ້ສະມາຊິກຢືມ 15 ລ້ານກວ່າກີບ, ຍັງເຫລືອໃນຄັງ 23 ລ້ານກ່າວກີບ; ຈັດຝຶກອົບຮົມວິຊາຊີບຕັດຫຍິບ ໃຫ້ແກ່ແມ່ຍິງທີ່ທຸກຍາກດ້ອຍໂອກາດ 1 ຄັ້ງ ໄລຍະເວລາ 2 ເດືອນ, ມີນັກຝຶກອົບຮົມ 10 ຄົນ ທີ່ມາຈາກບ້ານ ໃນ 5 ເມືອງເປົ້າໝາຍ; ເກັບກຳຂໍ້ມູນແບບຟອມຜົນກະທົບ ຈາກການລະບາດຂອງພະຍາດໂຄວິດ-19 ຢູ່ 2 ບ້ານເປົ້າໝາຍ ດ້ວຍການແຈກຢາຍແບບຟອມ ໃຫ້ປະຊາຊົນຕື່ມຂໍ້ມູນໃສ່ ແລ້ວເກັບສົ່ງໃຫ້ ກົມພັດທະນາສູນກາງສະຫະພັນແມ່ຍິງລາວ; ລົງຕິດຕາມກຸ່ມທ້ອນເງິນຢູ່ ບ້ານເປົ້າໝາຍ 2 ບ້ານ ຂອງ 2 ເມືອງ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 42 ຄົນ.

ຂໍ້ມູນ-ພາບ: ແຂວງວຽງຈັນໂພສ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version