Home ຂ່າວໜ້າໜຶ່ງ ຮອງປະທານປະເທດ ພົບປະໂອ້ລົມຄະນະນຳເມືອງຕະໂອ້ຍ

ຮອງປະທານປະເທດ ພົບປະໂອ້ລົມຄະນະນຳເມືອງຕະໂອ້ຍ

0

ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ພົບປະໂອ້ລົມຄະນະນຳເມືອງຕະໂອ້ຍ ໃນວັນທີ 23 ກໍລະກົດ ນີ້ ທີ່ສະໂມສອນເມືອງຕະໂອ້ຍ ແຂວງສາລະວັນ, ໂດຍການຕ້ອນຮັບຂອງ ທ່ານ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ພ້ອມດ້ວຍຄະນະນຳຂອງແຂວງ ແລະ ຄະນະນຳຂອງເມືອງ ເຂົ້າຮ່ວມ.

ທ່ານ ບຸນເນື້ອ ຫຼອງຄຳໄຕ ກໍາມະການພັກແຂວງ ເລຂາພັກເມືອງ-ເຈົ້າເມືອງຕະໂອ້ຍ ລາຍງານໂດຍຫຍໍ້ສະພາບລວມຂອງເມືອງໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ມະຕິ XI ຂອງສູນກາງພັກ, ມະຕິ IX ຂອງອົງຄະນະພັກແຂວງສາລະວັນ ແລະ ມະຕິ XII ຂອງອົງຄະນະພັກເມືອງຕະໂອ້ຍ ຊຶ່ງໃນນັ້ນ ເສດຖະກິດຂອງເມືອງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນການຫັນປ່ຽນອາຊີບຂອງປະຊາຊົນຈາກການເຮັດໄຮ່ປູກເຂົ້າ ຫັນໄປສູ່ການເຮັດນາປູກເຂົ້າ, ການປູກພືດກະສິກຳ ແລະ ລ້ຽງສັດເປັນສິນຄ້າ. ການກໍ່ສ້າງພື້ນຖານໂຄງລ່າງ ກໍໄດ້ຮັບການພັດທະນາ ເປັນຕົ້ນແມ່ນການປັບປຸງສ້ອມແປງ ກໍ່ສ້າງສຳນັກງານ, ກໍ່ສ້າງເສັ້ນທາງເຂົ້າສູ່ບັນດາບ້ານຕ່າງໆ ປັດຈຸບັນມີເສັ້ນທາງສາມາດໄປ-ມາ ໄດ້ກວມເອົາ 92,85%, ບ້ານທີ່ໄດ້ນຳໃຊ້ໄຟຟ້າ 55 ບ້ານ ກວມເອົາ 98,21%, ສາມາດປະກາດເປັນເມືອງຈົບມັດທະຍົມບຳລຸງຕົ້ນ, ທົ່ວເມືອງມີບ້ານປ້ອງກັນຄວາມສະຫງົບດີ ຈຳນວນ 17 ບ້ານ, ມີ 2 ພັນກວ່າຄອບຄົວ, ບ້ານປ້ອງກັນຊາດເຂັ້ມແຂງ 1 ບ້ານ, ຄອບຄົວປ້ອງກັນຊາດເຂັ້ມແຂງ 1 ພັນກວ່າຄອບຄົວ, ບ້ານແບບຢ່າງປະຕິບັດກົດໝາຍ 46 ບ້ານ, ມີ 4 ພັນກວ່າຄອບຄົວ ເທົ່າກັບ 75%, ການປະຕິບັດວາລະແຫ່ງຊາດດ້ານການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແມ່ນໄດ້ສຸມໃສ່ສົ່ງເສີມການຜະລິດ ເພື່ອທົດແທນການນຳເຂົ້າ ໄດ້ 300 ລ້ານກວ່າກີບ, ສົ່ງເສີມການລ້ຽງໄກ່, ລ້ຽງໝູ ແລະ ປາ ມູນຄ່າ 500 ລ້ານກວ່າກີບ, ດ້ານການແກ້ໄຂບັນຫາຢາເສບຕິດ ສາມາດກຳນົດເປົ້າໝາຍທີ່ພົວພັນຢາເສບຕິດໄດ້ 431 ຄົນ, ເປົ້າໝາຍຄ້າຂາຍ 35 ຄົນ, ມ້າງຄະດີຢາເສບຕິດໄດ້ 9 ລາຍ, ກັກຜູ້ຕ້ອງຫາໄດ້ 10 ຄົນ, ຢຶດຢາບ້າໄດ້ 2 ພັນກວ່າເມັດ ແລະ ວັດຖຸອື່ນໆ ອີກຈຳນວນໜຶ່ງ ແລະ ດ້ານອື່ນໆກໍໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ; ທ່ານ ບຸນທອງ ຈິດມະນີ ໄດ້ຍ້ອງຍໍຊົມເຊີຍຕໍ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ, ເພື່ອສືບຕໍ່ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໄລຍະໃໝ່ ທ່ານໄດ້ເນັ້ນຫຼາຍບັນຫາທີ່ສຳຄັນເປັນຕົ້ນ: ສືບຕໍ່ເອົາໃຈໃສ່ດ້ານວຽກງານສຶກສາອົບຮົມການເມືອງແນວຄິດ, ໂຄສະນາເຜີຍແຜ່ໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ມີສະຕິເຄົາລົບລະບຽບກົດໝາຍ, ເປັນເຈົ້າການຕ້ານປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ, ຕອບຕ້ານທຸກກົນອຸບາຍ ຫັນປ່ຽນຂອງກໍາລັງປໍລະປັກ, ຮັກສາມູນເຊື້ອເມືອງວິລະຊົນ, ເພີ່ມທະວີໃນການສ້າງເສດຖະກິດຊີວິດການເປັນຢູ່ຂອງປະຊາຊົນ, ເສີມຂະຫຍາຍມູນເຊື້ອດຸໝັ່ນ ແລະ ອາຊີບອັນຄົງທີ່ ບົນພື້ນຖານຂອງແຕ່ລະບ້ານ, ປູກ-ລ້ຽງແບບເປັນຈຸດສຸມ ປູກຫຼາຍລ້ຽງຫຼາຍກາຍເປັນສິນຄ້າ, ພັດທະນາດ້ານສັງຄົມ ຕ້ອງເລັ່ງໃສ່ພັດທະນາດ້ານການສຶກສາ ໂດຍເນັ້ນດ້ານຄຸນນະພາບ, ດ້ານສຸຂະພາບ, ພັດທະນາສີມືແຮງງານ ສ້າງວຽກເຮັດງານທຳ, ປັບປຸງລະບົບການຈັກການຈັດຕັ້ງແຕ່ລະຂັ້ນຂອງເມືອງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ຖືກຕ້ອງ ສອດຄ່ອງຕາມຄວາມຮູ້, ຄວາມສາມາດ, ປະຕິບັດກົດລະບຽບຂອງພັກຢ່າງເຄັ່ງຄັດ ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍເນັ້ນເອົາຄຸນນະພາບເປັນກົກ, ຕິດຕາມກວດກາ ເພື່ອໃຫ້ເຫັນດ້ານດີດ້ານອ່ອນຂໍ້ຄົງຄ້າງ ຕ້ານສະກັດກັ້ນການສໍ້ລາດບັງຫຼວງໃນຖັນແຖວພະນັກງານ, ຄະນະບໍລິຫານງານພັກເມືອງ ຕ້ອງໄດ້ເພີ່ມທະວີໃນການນຳພາຊີ້ນຳ ຕົກລົງບັນຫາເປັນໝູ່ຄະນະ ແບ່ງວຽກແບ່ງຄວາມຮັບຜິດຊອບກັນຢ່າງລະອຽດຈະແຈ້ງ ມີຄວາມສາມັກຄີເປັນເອກະພາບສູງ ພ້ອມກັນສ້າງເມືອງໃຫ້ມີຄວາມໜັກ ແໜ້ນເຂັ້ມແຂງຮອບດ້ານ.

ໃນໂອກາດດັ່ງກ່າວ, ທ່ານ ບຸນທອງ ຈິດມະນີ ກໍໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະເງິນສົດຈໍານວນໜຶ່ງໃຫ້ກັບເມືອງຕະໂອ້ຍ ໂດຍການຮັບຂອງ ທ່ານ ບຸນເນື້ອ ຫຼອງຄຳໄຕ ກຳມະການພັກແຂວງ ເລຂາພັກເມືືອງ ເຈົ້າເມືອງຕະໂອ້ຍຕື່ມອີກ.

(ຂ່າວ-ພາບ: ທິດລານີ ໂຄດໂຍທາ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version