Home ຂ່າວຕ່າງປະເທດ ຢູເອອີ ຕັ້ງເປົ້າໝາຍການເຕີບໂຕຈີດີພີ ເພີ່ມຂຶ້ນສອງເທົ່າ ພາຍໃນປີ 2030

ຢູເອອີ ຕັ້ງເປົ້າໝາຍການເຕີບໂຕຈີດີພີ ເພີ່ມຂຶ້ນສອງເທົ່າ ພາຍໃນປີ 2030

0

ສຳນັກຂ່າວ ຊິນຮວາຂອງ ສປ ຈີນ, ທ່ານ ອັບດຸລລາ ບິນ ທູດ ອັລມາຣຣີ ລັດຖະມົນຕີ ກະຊວງເສດຖະກິດ ຂອງສະຫະລັດ ອາຣັບເອເມເຣັດ (ຢູເອອີ) ໃຫ້ສຳພາດ ກັບບລູມເບີຣກ ເທເລວິຊັນວ່າ: ຢູເອອີ ຕັ້ງເປົ້າໝາຍ ເພີ່ມລວມຍອດ ຜະລິດຕະພັນພາຍໃນ ປະເທດ (ຈີດີພີ) ຂຶ້ນເປັນ ສອງເທົ່າ ຢູ່ທີ່ລະດັບ 3 ພັນຕື້ເດີຣແຮມ (ສະກຸນເງິນຢູເອອີ) ພາຍໃນປີ 2030.

ເພື່ອບັນລຸ ເປົ້າໝາຍ ດັ່ງກ່າວ, ຢູເອອີ ຈຳເປັນຕ້ອງງ ບັນລຸການເຕີບໂຕ ທາງເສດຖະກິດ ຢູ່ທີ່ລະດັບ 7% ຕໍ່ປີ. ໃນຂະນະທີ່ສະຖິຕິ ແລະ ຄວາມສາມາດ ການແຂ່ງຂັນ ຂອງລັດຖະບານ (FCSC) ລະບຸວ່າ: ເສດຖະກິດ ຂອງຢູເອອີ ເຕີບໂຕຢູ່ທີ່ລະດັບ 7,9% ໃນປີ 2022, ບັນລຸ 1,62 ພັນຕື້ເດີຣແຮມ, ຊຶ່ງການເຕີບໂຕ ສ່ວນໜຶ່ງແມ່ນ ໄດ້ຮັບແຮງຊຸກຍູ້ ຈາກລາຄາ ແລະ ການຜະລິດຂອງນໍ້າມັນດີບ ທີ່ສູງຂຶ້ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version