Home ຂ່າວຕ່າງປະເທດ ສປຈີນ ມອບສິ່ງຂອງບັນເທົາທຸກແກ່ ມຽນມາ ປະມານ 190 ໂຕນ

ສປຈີນ ມອບສິ່ງຂອງບັນເທົາທຸກແກ່ ມຽນມາ ປະມານ 190 ໂຕນ

0

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ຈີນ ໄດ້ສົ່ງມອບສິ່ງຂອງ ບັນເທົາທຸກປະມານ 190 ໂຕນເພື່ຊ່ວຍເຫລືອ ຜູ້ປະສົບໄພຈາກ ພາຍຸໄຊ ໂຄລນໂມຄາ (Mocha) ໃນມຽນມາ. ໂດຍມີການຈັດພິທີ ມອບຄວາມຊ່ວຍເຫລືອ ດ້ານມະນຸດສະທຳ ຈາກລັດຖະບານ ຈີນ ແກ່ມຽນມາ ທີ່ທ່າກຳປັ່ນ ຢາງກຸ້ງ , ໂດຍມີທ່ານ ອູໂຊ ເຕັງ ເຈົ້າໜ້າທີ່ເຂດ ຢາງກຸ້ງ, ທ່ານ ເສີນໄຫ່ ເອກອັກ ຄະລັດຖະທູດ ຈີນ ປະຈຳ ມຽນມາ ແລະ ທ່ານ ໂອວຫຍາງເຕົ້າປິງ ທີ່ປຶກສາ ດ້ານເສດຖະ ກິດ ແລະ ການຄ້າຂອງ ສະຖານທູດ ເອກອັກຄະລັດຖະທູດ ເຂົ້າຮ່ວມພິທີ ດັ່ງກ່າວ.

ຊຶ່ງຕາມການ ລາຍງານລະບຸວ່າ: ສິ່ງຂອງການ ບໍລິຈາກນີ້ ປະກອບດ້ວຍ ອາຫານ, ຄລໍຣິນ ໄດອອກໄຊ ຊະນິດເມັດ, ຢາຂ້າເຊື້ອ ຊະນິດເມັດ, ປໍ້ານໍ້າ, ເຄື່ອງກຳເນີດໄຟຟ້າ ແລະ ອື່ນໆ. ຫລັງຈາກມຽນມາ ຜະເຊີນກັບ ພາຍຸໄຊໂຄລນ ໂມຄາ ພັດຖະລົ່ມ  ລັດຖະບານຈີນ ຈຶ່ງໄດ້ມອບ ຄວາມຊ່ວຍເຫລືອ ດ້ານມະ ນຸດສະທຳ ມູນຄ່າ 9 ລ້ານຢວນ (ສະກຸນເງິນຈີນ) ແລະ ເງິນສົດ ຊ່ວຍເຫລືອ ມູນຄ່າ 1 ລ້ານຢວນ ແກ່ມຽນມາ, ຊຶ່ງຄວາມຊ່ວຍເຫລືອ ສຸກເສີນຊຸດທຳອິດ ມາເຖິງ ມຽນມາ ທາງອາກາດ ຫລັງຈາກເກີດເຫດ ເມື່ອບໍ່ດົນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version