Home ຂ່າວກິລາ ລົມຂໍ້ຕົກລົງເລື່ອງຮອຍລຸນ ເມື່ອຍ ປ່ຽນເປົ້າໝາຍໄປຫາ ຣອງດາວ ໂກໂລ ມູອານີ່

ລົມຂໍ້ຕົກລົງເລື່ອງຮອຍລຸນ ເມື່ອຍ ປ່ຽນເປົ້າໝາຍໄປຫາ ຣອງດາວ ໂກໂລ ມູອານີ່

0

ສະກາຍ ສະປອດ ລະບຸວ່າ ການເຈລະຈາຂອງ ແມນເຊສເຕີ ຢູໄນເຕັດ ບໍ່ງ່າຍຢ່າງແນ່ນອນ ເພາະບັນຫາຄ່າຕົວທີ່ແຕກ ຕ່າງກັນ ແຕ່ບໍ່ມີບັນຫາເລື່ອງສັນຍາສ່ວນຕົວສໍາລັບ ຣາສມຸສ ຮອຍລຸນ.

ທາງດ້ານ ອັນເຟໂດ ເປດຸນລ່າ ເປີດເຜີຍວ່າ ແມນຢູ ຕົກເປັນຂ່າວວ່າຈະຍື່ນຂໍ້ສະເໜຢ່າງເປັນທາງການໄປຍັງ ອະຕາລັນຕາ ເພື່ອຂໍຊື້ ຣາສມຸສ ຮອຍລຸນ ໃນມື້ນີ້

ທາງເລືອກ 2 ທາງ: ແຕ່ເບິ່ງຄືວ່າ ຣາສມຸສ ຮອຍລຸນ ຢາກຍ້າຍໄປ ແມນເຊສເຕີ ຢູໄນເຕັດ ຫຼາຍກວ່າ ປາຣີ ແຊງ-ແຊກແມງ (PSG) ເຖິງແມ່ນວ່າຝ່າຍຫຼັງພ້ອມທີ່ຈະລົງສະໜາມແຂ່ງ.

ສ່ວນ ຣອງດາວ ໂກໂລ ມູອານີ່ ນັ້ນ Sky Sports ກໍເປີດເຜີຍອອກມາວ່າ ແມນເຊສເຕີ ຢູໄນເຕັດ ຍັງຄົງຫາລືກັບ ຣອງດາວ ໂຄໂລ ມູອານີ່ ດ້ວຍເຊັ່ນກັນ ລວມໄປເຖິງກອງໜ້າຕົວເລືອກອື່ນໆດ້ວຍ.

ສື່ດັງອີກສື່ໜຶ່ງຢ່າງ Football Insider ກໍລາຍງານຂ່າວວ່າ ແມນຢູ ຍັງບໍ່ຍອມຍົກເລີກແຜນການທີ່ຈະຄວ້າໂຕ ມູອານີ່ ຫຼັງການເຈລະຈາຊື້ ຣາສມຸສ ຮອຍລຸນ ຍັງຢູ່ໃນຄວາມບໍ່ຊັດເຈນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version