Home ສາລະໜ້າຮູ້ ຂໍ້ເສຍຂອງການບໍ່ກິນອາຫານເຊົ້າ

ຂໍ້ເສຍຂອງການບໍ່ກິນອາຫານເຊົ້າ

0
  1. ອາລົມເສຍ ເພາະລະດັບນໍ້າຕານໃນເລືອດຈະສົ່ງຜົນກະທົບຕໍ່ການຄວບຄຸມອາລົມ.
  2. ລະບົບເຜົາຜານບໍ່ດີ ຈະເຮັດໃຫ້ລະບົບເຜົາຜານເກີດການສັບສົນ ອາດເຮັດໃຫ້ຕຸ້ຍງ່າຍ ຫຼື ຈ່ອຍເກີນໄປ.
  3. ມີກີ່ນປາກ ອາຫານເຊົ້າຈະຊ່ວຍຜະລິດນໍ້າລາຍ ແລະ ສາມາດທຳລາຍແບັດທີເລຍທີ່ເຮັດໃຫ້ເກີດມີກີ່ນປາກ ຍ້ອນອົດກິນອາຫານເຊົ້າແບັດທີເລຍຈີ່ງຂະຫຍາຍໂຕໄດ້ດີ.
  4. ສ່ຽງເປັນພະຍາດເບົາຫວານ ຖ້າບໍ່ກິນອາຫານເຊົ້າເປັນປະຈຳຮ່າງກາຍຈະເກີດການດື້ອິນຊູລິນ ຊື່ງສ່ຽງໃຫ້ເກີດເປັນພະຍາດເບົາຫວານ.
  5. ສ່ຽງເປັນອໍລໄຊເມີ ຖ້າອົດອາຫານເຊົ້າ ລະດັບນໍ້າຕານໃນເລືອດຈະຕໍ່າລົງຈົນໄປລ້ຽງສະໝອງບໍ່ພຽງພໍ ຈີ່ງສົ່ງຜົນກະທົບຕໍ່ການເຮັດວຽກຂອງລະບົບປະສາດ ແລະ ຄວາມຈຳ.
  6. ນໍ່້າໜັກຂື້ນ ຖ້າອົດອາຫານເຊົ້າມີທ່າວ່າຈະກິນຫຼາຍຂື້ນໃນຕອນສວຍ ແລະ ຕອນຄໍ່າ ຊື່ງເປັນເວລາທີ່ຮ່າງກາຍບໍ່ໄດ້ໃຊ້ພະລັງງານຫຼາຍ ເກີດການສະສົມແຄລໍລີ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version