Home ສຶກສາ ແຂວງຜົ້ງສາລີ ຕັດສິນຜົນການສອບເສັງຈົບ ມ.7 ສົກຮຽນ 2022-2023

ແຂວງຜົ້ງສາລີ ຕັດສິນຜົນການສອບເສັງຈົບ ມ.7 ສົກຮຽນ 2022-2023

0

ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ຜົ້ງສາລີ ໄດ້ຈັດກອງປະຊຸມຕັດສິນຜົນການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ປະຈໍາສົກຮຽນ 2022-2023 ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມພະແນກດັ່ງກ່າວ ໂດຍການເປັນປະທານຂອງທ່ານ ຄໍາເຫຼັກ ໃຈອີສານ ກໍາມະການປະຈໍາພັກແຂວງ, ຮອງເຈົ້າແຂວງ, ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມແຂວງ ທັງເປັນປະທານຊີ້ນໍາບັ້ນສອບເສັງຈົບ ມ.7 ທົ່ວແຂວງ, ມີທ່ານ ພອນໄຊ ອ່ອນສາ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ທັງເປັນຮອງປະທານຊີ້ນໍາບັ້ນສອບເສັງຈົບ ມ.7 ທົ່ວແຂວງ, ທ່ານ ຊາຍຄໍາ ຍືນສົມບັດ ຮອງຫົວໜ້າພະແນກສຶກສາທີການ ແລະ ກິລາແຂວງ ຜູ້ຊີ້ນໍາວຽກວິຊາການ ແລະ ທ່ານ ວາດສະໜາ ຄໍາວົງສາ ຫົວໜ້າພະແນກມັດທະຍົມຕອນຕົ້ນ ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ໃນນາມຜູ້ລົງຊີ້ນໍາບັ້ນສອບເສັງຂັ້ນກະຊວງ, ພ້ອມດ້ວຍຂະແໜງສາມັນສຶກສາ ແລະ ວ່າການຫົວໜ້າສູນສຶກສານິເທດມັດທະຍົມຂັ້ນແຂວງເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ສາຍພະພິມ ພົມວິຈິດ ຮອງຫົວໜ້າຂະແໜງສາມັນສຶກສາ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາ ແລະ ຕັດສິນການສອບເສັງຈົົບ ມ.7 ແຂວງຜົ້ງສາລີ ສົກຮຽນ 2022-2023, ສະບັບເລກທີ 2126/ສສກ, ລົງວັນທີ 26 ພຶດສະພາ 2023. ຫຼັງຈາກນັ້ນ, ທ່ານ ຊາຍຄໍາ ຍືນສົມບັດ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດການສອບເສັງ ຊຶ່ງນັບຕັ້ງແຕ່ການກະກຽມຄວາມພ້ອມຮອບດ້ານກ່ອນການສອບເສັງ, ການລົງຈັດຕັ້ງປະຕິບັດການສອບເສັງ, ການຂຶ້ນເລກລະຫັດ, ການກວດບົດສອບເສັງ ແລະ ການຂຶ້ນຄະແນນ. ພ້ອມກັນນັ້ນ, ທ່ານຍັງຜ່ານຫຼັກການກວດກາ ແລະ ສອບເສັງຈົບຊັ້ນມັດທະຍົມສຶກສາ ສະບັບເລກທີ 1914/ສສກ.ມຍ, ລົງວັນທີ 27 ພຶດສະພາ 2014 ໂດຍອີງໃສ່ເງື່ອນໄຂຂອງຫຼັກການຕັດສິນ ຄື: 1. ນັກຮຽນທຸກຄົນຕ້ອງມີຄະແນນປີ 5 ວິຊາຂຶ້ນໄປຈຶ່ງມີເງື່ອນໄຂສອບເສັງ ໂດຍອີງໃສ່ຫຼັກການກວດກາ ແລະ ສອບເສັງຈົບຊັ້ນມັດທະຍົມສຶກສາ; 2. ເງື່ອນໄຂຕັດສິນຜົົນການສອບເສັງຈົບຊັ້ນມັດທະຍົມ ແມ່ນໃຫ້ປະຕິບັດຕາມ 3 ເງື່ອນໄຂ ຄື: ຖ້ານັກສອບເສັງຄົນໃດສອບເສັງໄດ້ຄະແນນ 5 ຂຶ້ນໄປໝົດທຸກວິຊາ ຖືວ່າສອບເສັງໄດ້ສົມບູນ; ກໍລະນີມີຄະແນສອບເສັງຫຼຸດ 5 ແຕ່ບໍ່ຫຼຸດ 3 ຈຶ່ງມີເງື່ອນໄຂສະເລ່ຍກັບຄະແນນປີ, ຖ້າຄະແນນສະເລ່ຍໄດ້ 5 ຂຶ້ນໄປຖືວ່າເສັງໄດ້, ຖ້າຫຼຸດ 5 ຖືວ່າເສັງຕົກ; ຖ້າຄະແນນສອບເສັງຫຼຸດ 3 ຖືວ່າເສັງຕົກ, ບໍ່ໄປສະເລ່ຍກັບຄະແນນປີອີກ; 3. ເງື່ອນໄຂຂອງນັກສອບເສັງຜູ້ທີ່ຈະໄດ້ປະກາສະນິແດງຈົບ ມ.4 ແລະ ມ.7 ແມ່ນໃຫ້ເອົາຄະແນນປີບວກກັບຄະແນນສອບເສັງຈົບຊັ້ນແລ້ວຫານ 2 ຖ້າໄດ້ຄະແນນສະເລ່ຍ 9 ຂຶ້ນໄປທຸກວິຊາເສັງຈົບ ແມ່ນຈະໄດ້ຮັບປະກາສະນິຍະບັດແດງ.

ໃນສົກຮຽນ 2022-2023 ທົ່ວແຂວງຜົ້ງສາລີ ມີສູນສອບເສັງທັງໝົດ 11 ສູນ, ມີນັກສອບເສັງ ມ.7 ເຂົ້າສອບເສັງຕົວຈິງທັງໝົດ 1.122 ຄົນ, ຍິງ 525 ຄົນ. ຜ່ານການຄົ້ນຄວ້າຄະແນນເດືອນ, ຄະແນນສອບເສັງຕົວຈິງ ໂດຍອີງໃສ່ 3 ເງື່ອນໄຂຂອງການຕັດສິນຜົນການສອບເສັງ ເຫັນໄດ້ວ່າ: ຜົນການສອບເສັງຈົບ ມ.7 ທົ່ວແຂວງ ມີນັກຮຽນສາມາດສອບເສັງຜ່ານ 1.122 ຄົນ, ຍິງ 525 ຄົນ ຊຶ່ງບັນລຸໄດ້ 100%, ຜົນການສອບເສັງໄດ້ຄະແນນອ່ອນທັງໝົດ 91 ຄົນ, ຍິງ 40 ຄົນ ເທົ່າ 8,11%, ຄະແນນປານກາງທັງໝົດ 1.031 ຄົນ, ຍິງ 485 ຄົນ ເທົ່າກັບ 91,89%, ນັກຮຽນເກັ່ງຮອບດ້ານ ຄະແນນ 7 ຂຶ້ນໄປ ທັງໝົດ 652 ຄົນ, ຍິງ 335 ຄົນ ເທົ່າກັບ 58,11%.

ຕອນທ້າຍ, ທ່ານ ຄໍາເຫຼັກ ໃຈອີສານ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ, ກຳມະການທຸກຝ່າຍ ຕະຫຼອດຮອດຄູອາຈານ, ຜູ້ປົກຄອງ, ນັກສອບເສັງ, ຊຸມຊົນ ແລະ ທຸກພາກສ່ວນໃນສັງຄົມ ທີ່ເຫັນໄດ້ຄວາມສໍາຄັນ ແລະ ໃຫ້ການຮ່ວມມືໃນບັ້ນການສອບເສັງຈົບ ມ.7 ໃນຄັ້ງນີ້, ເຮັດໃຫ້ການສອບເສັງດຳເນີນໄປດ້ວຍຄວາມລາບລື່ນ ພາຍໃຕ້ລະບຽບການສອບເສັງທີ່ໄດ້ກຳນົດໄວ້ທຸກປະການ ແລະ ຂໍຊົມເຊີຍຜົນສໍາເລັດຂອງການສອບເສັງໃນຄັ້ງນີ້ ທີ່ສາມາດບັນລຸໄດ້ 100 %, ຂໍໃຫ້ທຸກພາກສ່ວນຈົ່ງເສີມຂະຫຍາຍມູນເຊື້ອອັນດີງາມນີ້ໄວ້ ແລະ ພ້ອມກັນຈັດຕັ້ງປະຕິບັດວຽກງານການຮຽນການສອນ ແລະ ການບໍລິຫານການສຶກສາໃນສົກຮຽນຕໍ່ໄປໃຫ້ໄດ້ຮັບໝາກຜົນຍິ່ງໃຫຍ່ກວ່າເກົ່າ.

ໂດຍ: ເນດອານົງ ຈັນທະຈັກ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version