Home ຂ່າວໜ້າໜຶ່ງ ຍທຂ ເລັ່ງເອົາໃຈໃສ່ສ້ອມແປງເສັ້ນທາງ 13 ເໜືອ

ຍທຂ ເລັ່ງເອົາໃຈໃສ່ສ້ອມແປງເສັ້ນທາງ 13 ເໜືອ

0

ວັນທີ 10 ກໍລະກົດ 2023 ທີ່ຜ່ານມາໄດ້ມີຫາງສຽງສ່ອງແສງຂອງປະຊາຊົນ  ກ່ຽວກັບເສັ້ນທາງເລກທີ 13 ເໜືອເປ່ເພໜັກ ເປັນບວກຂຸມເລິກແກ່ຍາວມາເປັນເວລາຫລາຍເດືອນຢູ່ ຈຸດບ້ານໜອງແຕ່ງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນໂດຍສະເພາະແມ່ນຢູ່ໜ້າສູນໂຄລາວ, ເສັ້ນທາງດັ່ງກ່າວມີລັກສະນະເປັນບວກຂຸມເລິກ ໃນເວລາມີການສັນຈອນ ໃຜໆ ກໍບໍ່ຢາກລົງຂຸມ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການສັນຈອນໄປມາ ທັງສ່ຽງຕໍ່ການເກີດອຸບັດເຫດ ໂດຍສະເພາະຍາມກາງຄືນ. ບໍ່ມີໄຟເຍືອງທາງ  ການສ້ອມແປງທາງບໍ່ໄດ້ມາດຕະຖານ, ຝົນຕົກຄ່ອຍ ຫຼື ແຮງ ກໍ່ເຮັດໃຫ້ນໍ້າຖ້ວມຂັງ, ມີລົດບັນທຸກນໍ້າໜັກເກີນເຮັດໃຫ້ທາງເປ່ເພ – ທາງເພແລ້ວກໍ່ບໍ່ມີພາກສ່ວນໃດມາສ້ອມແປງ ເຖີງຈະແປງ ແປງກໍ່ບໍ່ໄດ້ມາດຕະຖານ ບືດດຽວກໍ່ເປ່ເພອີກ ເສຍງົບປະມານໄປລ້າໆ ຜູ້ເດືອດຮ້ອນແມ່ນປະຊາຊົນທີ່ເສຍເງິນຄ່າທາງ – ເສຍເງິນສ້ອມແປງລົດ ແລະ ເສຍເວລາໃນການສັນຈອນ.

ຕໍ່ສະພາບການດັ່ງກ່າວກົມຂົວທາງ ສົມທົບກັບພະແນກ ຍທຂ ນວ ໄດ້ລົງຊີ້ນຳໃຫ້ໂຄງການສ້ອມແປງທາງເຂດດັ່ງກ່າວແກ້ໄຂການສັນຈອນຊົ່ວຄາວ ແລະ ໄດ້ເຈລະຈາກັບບໍລິສັດຕັງຈະເລີນ ຜູ້ຊະນະໂຄງການກໍ່ສ້າງທາງເລກ 13 ເໜືອ ພາກຂະຫຍາຍຊ່ວງສີໄຄ-ສີເກີດ ເປັນຜູ້ຮັບຜິດຊອບຕໍ່ເລີຍ. ຄາດວ່າພາຍຫລັງເຊັນສັນຍາໃນກາງເດືອນນີ້ບໍລິສັດດັ່ງກ່າວຈະໄດ້ລົງມືສ້ອມແປງ ເພາະມີຮ່ວງສ້ອມແປງລວມໃນສັນຍາການກໍ່ສ້າງ, ປະຈຸບັນຜູ້ຮັບເໝົາວຽກສ້ອມແປງໄດ້ບິແບ່ງເງິນສ້ອມແປງທາງ 13 ໄຕ້ ມາແກ້ໄຂການສັນຈອນກ່ອນເພາະງົບປະມານບໍ່ພຽງພໍ (ໂຄງການຂຶ້ນກັບກະຊວງ) ໃນໄລຍະທີ່ບໍລິສັດຕັງຈະເລີນບໍ່ທັນລົງມືສ້ອມແປງນີ້ຜູ້ຮັບເໝົາວຽກສ້ອມແປງຈະສືບຕໍ່ແກ້ໄຂການສັນຈອນສາກ່ອນ.

#ລາຍລະອຽດທີມງານຂ່າວຈະລາຍງານໃຫ້ທ່ານຊາບເປັນແຕ່ລະໄລຍະ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version