Home ຂ່າວຕ່າງປະເທດ ເດືອນມິຖຸນາ ດັດຊະນີການຊື້ສິນຄ້າທົ່ວໂລກສືບຕໍ່ຫຼຸດລົງ

ເດືອນມິຖຸນາ ດັດຊະນີການຊື້ສິນຄ້າທົ່ວໂລກສືບຕໍ່ຫຼຸດລົງ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ບັນດານັກຊ່ຽວຊານເສດຖະກິດຖືວ່າ: ໄພເງິນເຟີ້, ການປະທະກັນດ້ານພູມສາດການເມືອງ, ຄວາມຂາດສະຖຽນລະພາບຢູ່ຕະຫຼາດການເງິນ ແລະ ຮົ້ວກີດຂວາງດ້ານການຄ້າ ຈະສືບຕໍ່ສ້າງກຳລັງດັນຕໍ່ການເຕີບໂຕເສດຖະກິດທົ່ວໂລກ.

ຂ່າວລະບຸວ່າ: ຂໍ້ມູນໂດຍສະຫະພັນເກັບຊື້ ແລະ ບັນດາລະບົບສະໜອງຂອງ ຈີນ ປະກາດເມື່ອບໍ່ດົນຜ່ານມາ ສະແດງໃຫ້ເຫັນວ່າ: ດັດຊະນີການຊື້ສິນຄ້າທົ່ວໂລກ ສືບຕໍ່ຫຼຸດລົງໃນເດືອນມິຖຸນາ, ໂດຍຢູ່ລະດັບຕ່ຳທີ່ສຸດນັບແຕ່ເດືອນມິຖຸນາ ປີ 2020. ລະອຽດແມ່ນ, ດັດຊະນີ ຊື້ສິນຄ້າທົ່ວໂລກໃນເດືອນມິຖຸນາ ບັນລຸພຽງແຕ່ 47,8% ຕ່ຳກວ່າໂຕເລກ 48,3% ຂອງເດືອນພຶດສະພາ ແລະ ສືບຕໍ່ຫຼຸດລົງລຽນຕິດໃນ 4 ເດືອນມານີ້. ສິ່ງນີ້ສະແດງໃຫ້ເຫັນວ່າການຟື້ນຟູດ້ານເສດຖະກິດທົ່ວໂລກພວມຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍໃຫຍ່. ບັນດານັກຊ່ຽວຊານເສດຖະກິດຖືວ່າ: ໄພເງິນເຟີ້, ການປະທະກັນດ້ານພູມສາດການເມືອງ, ຄວາມຂາດສະຖຽນລະພາບຢູ່ຕະຫຼາດການເງິນ ແລະ ຮົ້ວກີດຂວາງດ້ານການຄ້າ ຈະສືບຕໍ່ສ້າງກຳລັງດັນຕໍ່ການເຕີບໂຕເສດຖະກິດທົ່ວໂລກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version