Home ຂ່າວກິລາ ສະໜາມກິລາແຫ່ງຊາດ ຄອງແຊ໋ມເປຕັງທີມຊາຍ ຕ້ອນຮັບກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ກະຊວງ ສສກ ຄັ້ງທີ IX

ສະໜາມກິລາແຫ່ງຊາດ ຄອງແຊ໋ມເປຕັງທີມຊາຍ ຕ້ອນຮັບກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ກະຊວງ ສສກ ຄັ້ງທີ IX

0

ທີມເປຕັງປະເພດທີມຊາຍ ສະໜາມກິລາແຫ່ງຊາດ (ຫຼັກ16) ສາມາດເອົ າຊະນະ ທີມວິທະຍາໄລພະລະສຶກສາ ໄປແບບສຸດມັນ 11-8 ຄະແນນ ຄວ້າແຊ໋ມການແຂ່ງຂັນກິລາເປຕັງທີມຊາຍ ທົ່ວອົງຄະນະພັກກະຊວງສຶກສາທິການ ແລະ ກິລາ (ສສກ) ເພື່ອຕ້ອນຮັບກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກກະຊວງ ສະໄໝທີ IX ແນໃສ່ເຮັດໃຫ້ກອງປະຊຸມດັ່ງກ່າວມີເນື້ອໃນເລິກເຊິ່ງ ແລະ ເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນ. ຂະນະທີ່ແຊ໋ມປະເພດທີມຍິງ ຕົກເປັນຂອງ ທີມມະຫາວິທະຍາໄລແຫ່ງຊາດ.

ຄະນະບໍລິຫານງານພັກ ກະຊວງ ສສກ ຈັດການແຂ່ງຂັນກິລາເປຕັງ ທີມຊາຍ-ຍິງ ທົ່ວອົງຄະນະພັກກະຊວງ ສສກ ເພື່ອຕ້ອນຮັບກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກກະຊວງ ສະໄໝທີ IX ເມື່ອວັນທີ 7 ກໍລະກົດ 2023 ທີ່ສະໜາມກິລາເປຕັງແຫ່ງຊາດລາວ ວິທະຍາເຂດດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍ ສະຫາຍ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ສະຫາຍ ນາງ ຂັນທະລີ ສີຣິພົງພັນ ຮອງເລຂາຄະນະພັກ, ຮອງລັດຖະມົນຕີ ກະຊວງ ສສກ, ມີິບັນດາຫົວໜ້າ-ຮອງຫົວໜ້າກົມ, ແຂກຖືກເຊີນທີ່ມາຈາກສະຖາບັນ, ສູນ, ມະຫາໄລແຫ່ງຊາດ ແລະ ວິທະຍາໄລທີ່ຂຶ້ນກັບ ຕະຫຼອດຮອດຄູຝຶກ, ນັກກິລາ ແລະ ກອງເຊຍຈາກພາກສ່ວນຕ່າງໆຢ່າງຟົດຟື້ນ.

ການແຂ່ງຂັນລາຍການດັ່ງກ່າວ ມີການຊີງໄຊ 2 ລາຍການ ຈາກປະເພດທີມຍິງ ແລະ ທີມຊາຍ, ໃນນັ້ນ ມີບັນດາກົມ, ສະຖາບັນ, ສູນ, ມະຫາວິທະຍາໄລ ແລະ ວິທະຍາໄລທີ່ຂຶ້ນກັບທົ່ວອົງຄະນະພັກກະຊວງ ສສກ ເຂົ້າຮ່ວມ ເກືອບ 100 ທີມ ໃນນີ້ແບ່ງເປັນທີມຊາຍ 40 ກວ່າທີມ ຊຶ່ງຮູບແບບການແຂ່ງຂັນແມ່ນມີການຈັບສະຫຼາກປະກົບຄູ່ແຂ່ງຂັນທີມໃດເສຍຕົກຮອບເລີຍ. ຜ່ານການແຂ່ງຂັນຕະຫຼອດ 1 ວັນເຕັມ ຜົນປະກົດວ່າ ຄູ່ຊີງຊະນະເລີດ ປະເພດທີມຊາຍ ສະໜາມກິລາແຫ່ງຊາດ ເປັນຝ່າຍເອົາຊະນະ ທີມວິທະຍາໄລພະລະສຶກສາ ໄປແບບສຸດມ່ວນ 11-8 ຄະແນນ ຄວ້າແຊ໋ມລາຍການດັ່ງກ່າວໄປຄອງ ສ່ວນວິທະຍາໄລພະລະສຶກສາ ໄດ້ອັນດັບທີ 2 ແລະ ອັນດັບທີ 3 ເປັນຂອງວິທະຍາໄລສັບພະວິຊາ ຂະນະທີ່ແຊ໋ມປະເພດທີມຍິງ ເປັນຂອງມະຫາວິທະຍາໄລແຫ່ງຊາດ, ອັນດັບທີ 2 ກົມປະກັນຄຸນນະພາບການສຶກສາ ແລະ ອັນດັບທີ 3 ກົມສາມັນສຶກສາ.

ຜົນສຳເລັດໃນການເຄື່ອນໄຫວຂະບວນການຈັດກິດຈະກໍາຕ່າງໆ ຜ່ານມາ ເພື່ອຕ້ອນຮັບກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກກະຊວງ ສະໄໝທີ IX ແມ່ນໄດ້ຈັດຕັ້ງດ້ວຍຜົນສຳເລັດຮອບດ້ານ ໂດຍສະເພາະການອອກແຮງງານອະນາໄມລວມຂອງ 3 ອົງການຈັດຕັ້ງມະຫາຊົນ ສຳເລັດຈໍານວນ 3 ຄັ້ງ ໃນລະຫວ່າງວັນທີ 16, 23 ມິຖຸນາ ແລະ ວັນທີ 6 ກໍລະກົດ 2023 ທີ່ສໍານັກງານຂອງແຕ່ລະພາກສ່ວນ; ຈັດກິດຈະກໍາແຂ່ງຂັນກິລາມ່ວນຊື່ນ ປະກອບມີ ກິລາດຶງເຊືອກ, ແລ່ນ 3 ຂາ, ຕີກັອບຊາວບ້ານ, ເຕະບານມິດຕະພາບ ລະຫວ່າງ ສະຫະພັນແມ່ຍິງ ແລະ ການນໍາຊາຍ ແລະ ເຕັ້ນແອໂຣບິກ ໃນວັນທີ 29 ມິຖຸນາ 2023 ທີ່ສະໜາມກິລາເຈົ້າອານຸວົງ ແລະ ຫຼ້າສຸດກໍຈະຫຼ້າສຸດ ກໍໄດ້ສຳເລັດການແຂ່ງຂັນກິລາເປຕັງທົ່ວອົງຄະນະພັກກະຊວງ ໃນວັນທີ 7 ກໍລະກົດ 2023 ທີ່ສະໜາມກິລາເປຕັງແຫ່ງຊາດ (ດົງໂດກ) ຜ່ານມາ.

ຂ່າວໂດຍ: ສົງການ ພັນແພງດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version