Home ທ່ອງທ່ຽວ ໄລຍະກາງສະໄໝ ການປະຕິບັດວຽກທ່ອງທ່ຽວ ມີຫລາຍຜົນງານພົ້ນເດັ່ນ

ໄລຍະກາງສະໄໝ ການປະຕິບັດວຽກທ່ອງທ່ຽວ ມີຫລາຍຜົນງານພົ້ນເດັ່ນ

0

ສະຫາຍ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ລາຍງານການ ຈັດຕັ້ງປະຕິບັດວຽກງານ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກາງສະໄໝ 2021 -2023 ໃນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສະໄໝທີ V ໃນວັນທີ 5 ກໍລະກົດ 2023 ວ່າ: ໃນໄລຍະກາງສະ ໄໝ ການຈັດຕັ້ງປະຕິບັດວຽກງານ ວຽກ ງານທ່ອງທ່ຽວ ມີຜົນສຳເລັດ ແລະ ພົ້ນເດັ່ນຫລາຍດ້ານ, ໄລຍະ 2 ປີ ເຄິ່ງ ມີນັກທ່ອງທ່ຽວພາຍໃນເກືອບ 3 ລ້ານເທື່ອຄົນ, ນັກທ່ອງທ່ຽວສາກົນ 2,6 ລ້ານກວ່າເທື່ອຄົນ ຫລື ເທົ່າກັບ 17% ຂອງແຜນການ (15 ລ້ານກວ່າ ເທື່ອຄົນ) ສາມາດສ້າງລາຍຮັບຈາກນັກທ່ອງທ່ຽວພາຍໃນ, ພາກພື້ນ ແລະ ສາກົນ ຈໍານວນ 631 ກວ່າລ້ານໂດລາສະຫະລັດ, ສະເລ່ຍໄລຍະການພັກເຊົາ ແມ່ນ 7 ວັນ/ຄົນ.

ພ້ອມກັນນີ້ກໍໄດ້ປັບປຸງ, ສ້າງໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມ ສະ ດວກ ດ້ານການທ່ອງທ່ຽວ ເປັນຕົ້ນ ໄດ້ດຳເນີນການກໍ່ສ້າງເສັ້ນທາງ ເບຕົງ ຢູ່ດອນເດດ-ດອນຄອນ ເມືອງໂຂງ, ກຳລັງປັບປຸງເສັ້ນທາງເຂົ້າ ອ່າງນໍ້າງື່ມ 1 ແລະ ປັບປຸງສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ ບໍລິເວນໜ້າອ່າງນໍ້າງື່ມ 1, ກຳລັງປັບປຸງເສັ້ນທາງເບຕົງເຂົ້າເຖິງ ນໍ້າຕົກຕາດແກ້ງຍຸຍ ຄວາມຍາວ 6 ກິໂລ ແມັດ ແລະ ສ້າງສິ່ງອຳນວຍ ຄວາມສະດວກດ້ານການທ່ອງທ່ຽວຢູ່ບໍລິເວນຕາດແກ້ງຍຸຍ ເມືອງວັງວຽງ, ປັບປຸງເສັ້ນທາງວົງແຫວນເບື້ອງເວັນຕົກຂອງສາຍນໍ້າຊອງ ຍາວ 26 ກິໂລແມັດ ເປັນທາງປູຢາງ 2 ຊັ້ນ, ສ້າງຂົວຂ້າມນ້ຳຊອງ ຍາວ 80 ແມັດ, ກວ້າງ 11 ແມັດ, ກຳລັງປັບປຸງສະໜາມເກັບມ້ຽນຂີ້ເຫຍື້ອ ເມືອງວັງວຽງ ແຂວງວຽງຈັນ, ສ່ວນໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະ ດວກ ດ້ານການທ່ອງທ່ຽວ ເຊິ່ງຄາດວ່າຈະສໍາເລັດໃນທ້າຍປີ 2023 ນີ້ ໂດຍໄດ້ ຮັບການສະໜັບສະໜູນຈາກໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວ ໄລຍະ 2 ຈາກທະນາຄານພັດທະນາອາຊີ; ໄດ້ສຳເລັດການສ້າງແຜນຟື້ນຟູການທ່ອງທ່ຽວ ໄລຍະການແຜ່ລະບາດ ຂອງພະຍາດ ໂຄວິດ-19 ສຳລັບປີ 2021-2025, ແຜນພັດທະນາການ ທ່ອງທ່ຽວເມືອງເຟືອງ ສຳລັບປີ 2023 -2030, ແຜນຕ້ອນຮັບນັກທ່ອງທ່ຽວ, ບົດຄົ້ນຄວ້າການທ່ອງທ່ຽວແບບກະສິກຳ ຂອງ ສປປ ລາວ ແລະ ສຳເລັດການຮ່າງປຶ້ມບັນຊີແຫລ່ງທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ແລະ ເຮືອນພັກແຮມ ຂອງ ສປປ ລາວ ແລະ ດຳເນີນການປັບປຸງແຜນແມ່ບົດພັດທະນາ ແລະ ຄຸ້ມຄອງຕົວເມືອງທ່ອງທ່ຽວເມືອງວັງວຽງ ແຂວງວຽງຈັນ ປີ 2023-2033; ສໍາເລັດການສ້າງເຄື່ອງມືໂຄສະນາການທ່ອງທ່ຽວ ໃນຮູບແບບຕ່າງໆຄື: ແຜ່ນພັບ, QR Code ທີ່ບັນຈຸຂໍ້ມູນ, ຮູບພາບແຫລ່ງ ທ່ອງທ່ຽວ ໃນການໂຄສະນາການທ່ອງທ່ຽວລາວ, ວິດີໂອໂຄສະນາການ ທ່ອງທ່ຽວລາວ ຄວາມຍາວ 3 ນາທີ ແລະ 5 ນາທີ, ປຶ້ມແນະນຳການນຳໃຊ້ ເຄື່ອງໝາຍສັນຍາລັກການທ່ອງທ່ຽວລາວ ແລະ ປຶ້ມມາດຕະ ຖານສູນຂໍ້ມູນ ຂ່າວສານການທ່ອງທ່ຽວລາວ ເພື່ອສະໜອງໃຫ້ແກ່ນັກທ່ອງທ່ຽວ ແລະ ຜູ້ທີ່ສົນໃຈທົ່ວໄປ; ສຳເລັດມອບ- ຮັບອຸປະກອນໂຄງການປະກອບວັດຖຸອຸປະ ກອນເຕັກນິກ ດ້ານການສະໜອງຂໍ້ມູນຂ່າວສານຈຸດເຊື່ອມຕໍ່ ແລະ ດ່ານສາກົນ ໃຫ້ 17 ແຂວງ ແລະ ນະຄອນ ຫລວງວຽງຈັນ; ສຳເລັດແຜນ ການຕະຫລາດການທ່ອງທ່ຽວ ປະຈຳປີ 2022-2023 ເພື່ອຟື້ນຟູການ ທ່ອງທ່ຽວຈາກການແພ່່ລະບາດຂອງພະຍາດໂຄວິດ-19, ສ້າງປຶ້ມ ມາດຕະຖານຂໍ້ມູນຂ່າວສານການທ່ອງທ່ຽວຂອງ ສປປ ລາວ; ສໍາເລັດການ ລົງເຄື່ອນໄຫວເກັບກຳຂໍ້ມູນສຶກສາ-ວິໄຈການຕະຫລາດທ່ອງ ທ່ຽວພາຍໃນ ເພື່ອສົ່ງເສີມລາວທ່ຽວລາວທີ່ແຂວງອຸດົມໄຊ, ຫລວງນ້ຳທາ ແລະ ແຂວງບໍ່ແກ້ວ. ພ້ອມກັນນີ້, ໄດ້ເຂົ້າຮ່ວມງານວາງສະແດງທ່ອງທ່ຽວ ບັນດາປະ ເທດໃກ້ຄຽງ ແລະ ປະເທດສະມາຊິກອາຊຽນ 7 ຄັ້ງ ແລະ ເຂົ້າຮ່ວມ ງານເທສະການພາຍໃນຢູ່ແຂວງຕ່າງໆໃນຂອບເຂດທົ່ວປະເທດ; ສຳເລັດຈັດສຳມະນາກ່ຽວກັບວຽກງານໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວ ພາຍໃນ ເພື່ອດຶງດູດນັກທ່ອງທ່ຽວຕະຫລາດເປົ້າໝາຍ.

ນອກຈາກນີ້, ໄດ້ສຳເລັດການສ້າງບຸກຄະລາກອນ ເປັນຜູ້ປະເມີນ ມາດຕະຖານ LaoSale ຈຳນວນທັງໝົດ 15 ທ່ານ ແລະ ສໍາເລັດການ ປະເມີນ, ອອກໃບຢັ້ງຢືນມາດຕະຖານ LaoSale ໃຫ້ແກ່ພາກທຸລະກິດ ທີ່ຕິດພັນກັບການທ່ອງ ທ່ຽວທັງໝົດ 1.140 ພາກສ່ວນ. ໃນນີ້, ຂະແໜງ ໂຮງແຮມ ມີ 107 ແຫ່ງ, ຮ້ານອາຫານ ແລະ ເຄື່ອງດື່ມ ມີ 106 ແຫ່ງ, ພະນັກງານນໍາທ່ຽວ 670 ທ່ານ, ພະນັກ ງານຂັບລົດ 255 ທ່ານ ແລະ ສາຍການບິນ 2 ແຫ່ງ (ສາຍການບິນລາວ ແລະ ສາຍການບິນລາວ ເດີນອາກາດ); ສຳເລັດການລົງປະເມີນ ແລະ ຢັ້ງຢືນມາດຕະ ຖານ LaoSale ໃຫ້ແກ່ຫົວໜ່ວຍທຸລະ ກິດບໍລິການ ໃນຂະແໜງການທ່ອງທ່ຽວ 767 ຫົວ ໜ່ວຍ. ໃນນັ້ນ, ໄດ້ຮັບການຢັ້ງຢືນມາດຕະຖານ (LaoSale) ແລ້ວ 594 ຫົວໜ່ວຍ; ສຳເລັດການຝຶກອົບຮົມຄູຝຶກ ແລະ ຄູປະເມີນຜົນມາດຕະຖານ LaoSale ຈຳນວນ 21 ທ່ານ, ໄດ້ສຳເລັດ ຜົນການສຳຫລວດການຈ້າງງານ ແລະ ທັກສະສີມືແຮງງານ ໃນວິສາຫະກິດການທ່ອງທ່ຽວ ແລະ ໂຮງແຮມຢູ່ ສປປ ລາວ.

ຂ່າວ: ມະນີທອນ

ພາບ: ເກດສະໜາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version