Home ຂ່າວຕ່າງປະເທດ ສປຈີນ ຈະຈັດກອງປະຊຸມຫຸ່ນຍົນໂລກ ປະຈຳປີ 2023

ສປຈີນ ຈະຈັດກອງປະຊຸມຫຸ່ນຍົນໂລກ ປະຈຳປີ 2023

0

ສຳນັກຂ່າວຊິນຮວາຂອງ ສປຈີນ ວັນທີ 5 ກໍລະກົດ, ສະມາຄົມວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງປະເທດ ຈີນ ໄດ້ຖະແຫລງວ່າ: ຈີນ ຈະຈັດກອງປະຊຸມ ຫຸ່ນຍົນ ໂລກ (WRC) ປະຈຳ ປີ 2023 ເພື່ອນໍາສະເໜີ ຄວາມສຳເລັດ ອັນລໍ້າຄ່າ ໃນຍຸກສະໄໝ ແລະ ຈັດສະແດງ ດ້ານອຸດສາຫະກຳ ຫຸ່ນຍົນ ໃນນະຄອນຫລວງ ປັກກິ່ງ ຂອງ ຈີນ ໃນລະຫວ່າງ ວັນທີ 16-22 ສິງຫາ ທີ່ ຈະມາເຖິງນີ້. ໂດຍ ທ່ານ ສະວີ່ກວງຫົງ ເຈົ້າໜ້າທີ່ ສະມາຄົມ ຈີນ ກ່າວວ່າ: ກອງປະຊຸມ ປີ 2023 ປະກອບດ້ວຍ 3 ພາກສ່ວນ ໄດ້ແກ່: ກອງປະຊຸມ, ນິເທດສະການ ແລະ ການແຂ່ງຂັນ ເພື່ອແນໃສ່ ສະແດງໃຫ້ເຫັນເຖິງ ເຕັກໂນໂລຊີ ແລະ ອຸດສາຫະກຳ ຫຸ່ນຍົນ ໃນພາກສ່ວນຕ່າງໆ ລວມເຖິງ ຈັດການ ແຂ່ງຂັນສ່ວນຕໍ່ ປະສານ ສະໝອງ-ຄອມພີວເຕີ (BCI) ລະດັບສູງ ແລະ ຄວາມຮ່ວມມື ລະຫວ່າງ ມະນຸດ-ເຄື່ອງຈັກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version