Home ຂ່າວການເມືອງ ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍເຍົາວະຊົນລາວ

ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍເຍົາວະຊົນລາວ

0

ໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 7 ກໍລະກົດ 2023 ໂດຍການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ທ່ານ ມອນໄຊ ລາວມົວຊົງ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍເຍົາວະຊົນລາວ (ສ້າງໃໝ່) ເຊິ່ງປະກອບ 11 ພາກ, 5 ໝວດ, 72 ມາດຕາ. ຫລັງຈາກນັ້ນ, ບັນດາສະມາຊິກສະພາແແຫ່ງຊາດ ກໍໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍສະບັບດັ່ງກ່າວ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຖືກຕ້ອງ, ເພື່ອກໍານົດຫລັກການ, ລະບຽບການ ແລະ ມາດຕະການກ່ຽວ ກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ, ການຕິດ ຕາມກວດກາການປົກປ້ອງ, ການສົ່ງເສີມ ແລະ ການພັດ ທະນາເຍົາວະຊົນລາວ ໃຫ້ກາຍເປັນໜໍ່ແໜງຜູ້ສືບທອດທີ່ດີຂອງຊາດ.

ທ່ານ ມອນໄຊ ລາວມົວຊົງ ໄດ້ຍົກໃຫ້ເຫັນເຖິງເຫດຜົນ ແລະ ຄວາມຈໍາເປັນໃນການສ້າງກົດ ໝາຍວ່າດ້ວຍເຍົາວະ ຊົນລາວ ເຊິ່ງປັດຈຸບັນ ເຍົາວະຊົນລາວ ມີຈໍານວນ 553.688 ຄົນ, ຍິງ 285.912 ຄົນ, ເປັນເຍົາວະຊົນທັນວາ 398.292 ຄົນ, ຍິງ 210.034 ຄົນ. ໃນນີ້, ຍັງມີເຍົາວະຊົນລາວ ທີ່ຍັງບໍ່ແມ່ນສະມາຊິກ ຂອງການຈັດຕັ້ງເຍົາວະຊົນທັນວາ ຈໍານວນ 155.396 ຄົນ, ຍິງ 75.878 ຄົນ. ເດັກ ນ້ອຍລາວນັບມື້ນັບເພີ່ມຂຶ້ນ ແລະ ຍັງມີເຍົາວະຊົນລາວ ຈຳ ນວນບໍ່ໜ້ອຍ ທີ່ບໍ່ທັນໄດ້ຮັບການຄຸ້ມຄອງ, ປົກປ້ອງ, ສົ່ງ ເສີມ ແລະ ພັດທະນາ ຢ່າງເປັນລະບົບ ເຊິ່ງເປັນຊ່ອງວ່າງ ໃຫ້ກຸ່ມຄົນບໍ່ຫວັງດີ ຈຳນວນໜຶ່ງສວຍໂອກາດນໍາເອົາຄ່ານິ ຍົມທີ່ບໍ່ຖືກຕ້ອງ, ບໍ່ສອດຄ່ອງກັບກົດໝາຍ, ວັດທະນະທໍາ, ຮີດຄອງປະເພນີອັນດີງາມ ມາເບື່ອເມົາເຍົາວະຊົນລາວ ເຮັດໃຫ້ຕິດຢາເສບຕິດ, ຂີ້ລັກ, ສິ່ງລາມົກອານາຈານ ແລະ ຕົກເປັນເຫຍື່ອຂອງການຄ້າມະນຸດ. ດ້ວຍສາເຫດນີ້ ຈຶ່ງພາໃຫ້ເກີດມີປະກົດການ ຫຍໍ້ທໍ້ໃນສັງຄົມ; ປັດຈຸບັນການຈັດ ຕັ້ງຂອງລັດ, ການຈັດຕັ້ງສັງຄົມ, ບຸກຄົນ, ນິິຕິບຸກຄົນ ຍັງບໍ່ທັນມີນິຕິກຳ ທີ່ເປັນບ່ອນອີງໃນການຄຸ້ມຄອງ, ປົກປ້ອງ, ສົ່ງເສີມ ແລະ ພັດທະນາເຍົາວະຊົນລາວ.

ຮ່າງກົດໝາຍສະບັບນີ້, ມີຫລາຍເນື້ອໃນທີ່ສຳຄັນ ໂດຍໄດ້ກໍານົດຜົນປະໂຫຍດ ໃຫ້ແກ່ເຍົາວະຊົນລາວ ແຕ່ລະປະ ເພດ ເພື່ອໃຫ້ມີໂອກາດໄດ້ຮັບທຶນການສຶກສາ, ຍົກລະດັບຄວາມຮູ້, ຄວາມສາມາດເຂົ້າຮ່ວມກິດຈະກຳທາງສັງຄົມ, ທັງໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບ ທຳຂອງເຍົາວະຊົນລາວ ໃນກໍລະນີທີ່ຖືກລະເມີດ ແລະ ນະໂຍບາຍອື່ນໆ ຕາມກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ. ພ້ອມນັ້ນ ໄດ້ກຳນົດໃຫ້ ລັດ, ການຈັດຕັ້ງ, ສັງ ຄົມ, ບຸກຄົນ, ນິຕິບຸກຄົນ ແລະ ຄອບຄົວ ໄດ້ມີສ່ວນຮ່ວມເຂົ້າໃນການສົ່ງເສີມ ເຍົາວະຊົນລາວ; ໄດ້ກໍານົດເຍົາວະຊົນລາວ ອອກເປັນ 9 ປະເພດ ເພື່ອໃຫ້ມີຄວາມສະດວກ ໃນການປົກປ້ອງ, ສົ່ງເສີມ ແລະ ພັດທະນາ ເຍົາວະຊົນລາວ ໃຫ້ກາຍເປັນໜໍ່ແໜງທີ່ດີຂອງຊາດ ແລະ ເປັນຮຸ່ນຄົນສືບທອດທີ່ມີຄວາມໝາຍສໍາຄັນ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດໃນອະນາຄົດ.

ຖ້າກົດໝາຍ ວ່າດ້ວຍເຍົາວະຊົນລາວ ສະບັບນີ້, ຖືກຮັບ ຮອງ ແລະ ປະກາດໃຊ້ແລ້ວ ຄາດວ່າ ຈະມີນິຕິກຳທີ່ສຳຄັນ ເປັນເຄື່ອງມືໃຫ້ແກ່ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ໃນການຄຸ້ມຄອງ ແລະ ນຳພາການເຄື່ອນໄຫວວຽກ ງານເຍົາວະຊົນລາວ; ການຈັດຕັ້ງເຍົາວະຊົນທັນວາ ມີສິດ ແລະ ໜ້າທີ່ ຈະແຈ້ງໃນການປົກປ້ອງ, ສົ່ງເສີມ ແລະ ພັດ ທະນາເຍົາວະຊົນລາວ ຕາມທີ່ໄດ້ກຳນົດໄວ້ ໃນກົດໝາຍສະບັບນີ້; ການຈັດຕັ້ງລັດ, ສັງຄົມ, ບຸກຄົນ, ນິຕິບຸກຄົນ ແລະ ຄອບຄົວ ມີສ່ວນຮ່ວມໃນການປົກປ້ອງ, ສົ່ງເສີມ ແລະ ພັດທະນາ ເຍົາວະຊົນລາວ ແຕ່ລະປະເພດ; ເຍົາວະ ຊົນລາວ ຈະໄດ້ຮັບການປົກປ້ອງ, ສົ່ງເສີມ, ພັດທະນາ ແລະ ເປັນການແກ້ໄຂ ປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ ໃຫ້ຫລຸດລົງເທື່ອລະກ້າວ; ເຮັດໃຫ້ສາກົນ ໄດ້ຮັບຮູ້, ເຂົ້າ ໃຈຕໍ່ແນວທາງ ນະໂຍບາຍຂອງພັກ ແລະ ລັດ ກ່ຽວກັບການປົກປ້ອງ, ການສົ່ງເສີມ ແລະ ພັດທະນາ ເຍົາວະຊົນລາວ.

ຂ່າວ: ກິດຕາ

ພາບ: ຂັນໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version