Home ຂ່າວຕ່າງປະເທດ ອົງການອະນາໄມໂລກ ຈະສົ່ງວັກຊິນມາລາເຣຍ 18 ລ້ານໂດສ ໃຫ້ ອາຟຣິກາ

ອົງການອະນາໄມໂລກ ຈະສົ່ງວັກຊິນມາລາເຣຍ 18 ລ້ານໂດສ ໃຫ້ ອາຟຣິກາ

0

ສຳນັກຂ່າວເອເອຟພີ ລາຍງານຈາກເມືອງເຈນີວາ ປະເທດສະວິດ ເມື່ອວັນທີ 6 ກໍລະກົດວ່າ: ອົງການອະນາໄມໂລກ (ດັບເບີລຢູ ເອັຊໂອ ), ກອງທຶນເພື່ອເດັກແຫ່ງສະຫະປະຊາຊາດ (ຢູນິເຊຟ) ແລະ ອົງການພັນທະມິດເພື່ອວັກຊິນ (ກາວີ) ລະບຸວ່າ: ວັກຊິນ ປ້ອງກັນ ພະຍາດ ມາລາເຣຍ ເປັນຊຸດທຳອິດ ໂດຍມີ ຈຳນວນ 18 ລ້ານໂດສ ຈະຖືກສົ່ງ ໄປຍັງ ປະເທດ ອາຟຣິກາ 12 ປະເທດ ພາຍໃນ ປີ 2025. ທ່ານດຣ. ເທດຣອສ ແອດຮານອມ ເກເບຣເຢຊຸສ ຜູ້ອຳນວຍການ ອົງການ ອະນາໄມໂລກ ກ່າວວ່າ: ມາລາເຣຍ ຍັງສືບຕໍ່ ເປັນພະຍາດ ທີ່ເຮັດໃຫ້ ມີຜູ້ເສຍຊີວິດ ຢ່າງຫລວງຫລາຍ ໃນທະວີບ ອາຟຣິກາ ແລະ ເຮັດໃຫ້ ເດັກນ້ອຍ ອາຍຸ ຕໍ່າກວ່າ 5 ປີ ເສຍຊີວິດ ເກືອບ 500.000 ຄົນໃນທຸກປີ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version