Home ຂ່າວຕ່າງປະເທດ ສປ ຈີນ ລົງທຶນສ້າງທາງລົດໄຟເພີ່ມຂຶ້ນເກືອບ7%

ສປ ຈີນ ລົງທຶນສ້າງທາງລົດໄຟເພີ່ມຂຶ້ນເກືອບ7%

0

ສຳນັກ​ຂ່າວ​ຊິນ​ຮວາ​ ຂອງ ສປ ຈີນ ເມື່ອ​ບໍ່​ດົນ​ມາ​ນີ້, ບໍລິສັດ​ການ​ລົດ​ໄຟ ​ແຫ່ງ ສປ ຈີນ ຈຳກັດ​ ລາຍ​ງານການ​ລົງທຶນ​ໃນ​ສິນ​ຊັບ​ຖາວອນດ້ານ​ທາງ​ລົດ​ໄຟ ຂອງ ສປ ຈີນ​ ໃນ​ໄລຍະເດືອນມັງກອນ​ ຫາ​ເດືອນ​ ມິຖຸນາ ​ເພີ່ມ​ຂຶ້ນ 6,9% ຄິດ​ເປັນ ​ມູນ​ຄ່າ 304 ຕື້​ຢວນ.

ຖື​ວ່າ ສປ ຈີນ ​ເດີນ​ໜ້າການ​ກໍ່ສ້າງ​ທາງ​ລົດ​ໄຟຢ່າງ​ຕໍ່​ເນື່ອງ​ໃນ​ການ​ກໍ່ສ້າງ​ລະບົບ​ໂຄງ​ສ້າງ​ພື້ນຖານ​ທາງ​ລົດ​ໄຟ ທີ່​ທັນ​ສະ​ໄໝ ​ແລະ ບັນລຸ​ຄວາມ​ຄືບ​ໜ້າໃນ​ຫລາຍ​ໂຄງການໃນ​ໄລຍະຜ່ານ​ມາ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version