Home ຂ່າວໜ້າໜຶ່ງ ຜົນກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2023

ຜົນກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2023

0
????????????????????????????????????

ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2023 ໄດ້ໄຂຂຶ້ນ ໃນຕອນເຊົ້າວັນທີ 04 ແລະ ອັດລົງ ໃນຕອນເຊົ້າວັນທີ 6 ກໍລະກົດ 2023 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດ ຖະມົນຕີ, ສະມາຊິກລັດຖະບານ, ທ່ານເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ,​ ຜູ້ຕາງໜ້າອົງການ ຈັດຕັ້ງພັກ-ລັດທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ, ອົງການນິຕິບັນຍັດ, ອົງການຕຸລາການ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບັນດາອົງການຈັດຕັ້ງມະຫາຊົນ, ອົງການກວດກາແຫ່ງລັດ, ອົງ ການກວດສອບແຫ່ງລັດ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ທ່ານເຈົ້າແຂວງຈຳນວນໜຶ່ງ ເຂົ້າຮ່ວມຜ່ານລະ ບົບກອງປະຊຸມທາງໄກ.

ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນ ຕໍ່ເນື້ອໃນລາຍງານ 2 ວາລະໃຫຍ່ ຄື:

ວາລະທີ 1. ສະຫຼຸບຕີລາຄາວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນຈຸດສຸມ 6 ເດືອນທ້າຍປີ 2023 ຂອງລັດຖະບານ, ຊຶ່ງວາລະນີ້ ປະກອບມີ 13 ຫົວຂໍ້ຍ່ອຍ ເປັນຕົ້ນ: ສະພາບພົ້ນເດັ່ນ ການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ; ຄວາມຄືບໜ້າໃນການປັບປຸງສະພາບແວດລ້ອມການລົງທຶນ; ຄວາມຄືບໜ້າໃນການແກ້ໄຂຜົນການກວດສອບ; ຄວາມຄືບໜ້າໃນການຈັດຕັ້ງການເກັບລາຍຮັບເປັນທັນສະໄໝ; ການແກ້ໄຂບັນຫາເງິນເຟີ້ ແລະ ການຄຸ້ມຄອງອັດຕາແລກປ່ຽນ; ການຄຸ້ມຄອງ ແລະ ແກ້ໄຂ ບັນຫາລາຄາສິນຄ້າ ແລະ ຄ່າບໍລິ ການທີ່ແພງຂຶ້ນ; ສະພາບການຜະລິດລະດູແລ້ງຜ່ານມາ ແລະ ແຜນການຜະລິດລະດູຝົນ 2023 ຕິດພັນກັບມາດຕະການຮັບມືກັບໄພແລ້ງ, ການແກ້ໄຂການບຸກລຸກປ່າໄມ້ ແລະ ໄຟໄໝ້ປ່າ; ຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນ ໃນໄລຍະໃໝ່; ການແກ້ໄຂບັນຫານັກ ຮຽນຂາດຮຽນ, ຮຽນບໍ່ຈົບ ແລະ ຂາດຄູສອນ; ການແກ້ໄຂບັນຫາແຮງງານ ແລະ ການຄົ້ນຄວ້າປັບປຸງອັດຕາຄ່າແຮງງານຕ່ຳສຸດ, ການຄຸ້ມຄອງແຮງງານລາວ ໄປອອກແຮງງານຢູ່ຕ່າງປະເທດ ແລະ ແຮງງານຕ່າງປະເທດ ມາອອກແຮງງານຢູ່ລາວ; ການກະກຽມເປີດປີທ່ອງທ່ຽວລາວ 2024; ແລະ ການກະກຽມເປັນປະທານອາຊຽນ 2024.

ວາລະທີ 2: ສະຫຼຸບຜົນການຈັດຕັ້ງປະຕິບັດ 02 ວາລະແຫ່ງຊາດ ແລະ ສະເໜີແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023 ຂອງລັດຖະບານ.

ຜ່ານການປຶກສາຫາລື 2 ວາລະດັ່ງກ່າວ, ກອງປະຊຸມ ໄດ້ເຫັນດີຮັບຮອງເອົາບັນດາບົດລາຍງານທັງໝົດ ແລະ ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເປັນໃຈກາງສົມທົບກັບກະຊວງແຜນການ ແລະ ການລົງທຶນ ແລະ ພາກສ່ວນກ່ຽວຂ້ອງ ສັງລວມເອົາບັນດາວຽກຈຸດສຸມຂອງທຸກໆວຽກ ທີ່ໄດ້ລາຍງານໃນກອງປະຊຸມເທື່ອນີ້ ແລະ ສັງລວມເອົາບັນດາມາດຕະການ ທີ່ສະມາຊິກລັດຖະ ບານ, ບັນດາທ່ານເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ສະເໜີນັ້ນ ເຂົ້າເປັນແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023 ແລະ ຮ່າງເປັນມະຕິຂອງລັດຖະບານ ວ່າດ້ວຍການກຳນົດແຜນວຽກຈຸດສຸມ ແລະ ແບ່ງຄວາມຮັບຜິດຊອບ ໃນໄລຍະ 6 ເດືອນທ້າຍປີ. ສຳລັບວຽກຈຸດສຸມ ກ່ຽວກັບການແກ້ໄຂບັນຫາສະພາບຂາດຄູສອນ ແລະ ການປະລະການຮຽນຂອງນັກຮຽນ ນັ້ນ ແມ່ນໃຫ້ຮ່າງເປັນມະຕິສະເພາະ ເນື່ອງຈາກຕິດພັນກັບການປະຕິບັດນະໂຍບາຍຕໍ່ພະນັກງານຄູ, ຊຶ່ງທັງສອງຮ່າງມະຕິດັ່ງກ່າວ ແມ່ນໃຫ້ສຳເລັດ ແລະ ໄດ້ລົງລາຍເຊັນພາຍໃນອາທິດທີສອງ ຂອງເດືອນກໍລະກົດ 2023 ເພື່ອໃຫ້ຂະແໜງການ ແລະ ທ້ອງຖິ່ນ ນໍາໄປຈັດຕັ້ງປະຕິບັດໂດຍໄວ.

ສໍາລັບແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023 ຂອງລັດຖະບານ, ຕົ້ນຕໍແມ່ນຈະໄດ້ສືບຕໍ່ສຸມໃສ່ສູ້ຊົນຮັກສາສະຖຽນລະພາບທາງດ້ານເສດຖະກິດ, ການເງິນ-ເງິນຕາ ໃຫ້ມີຄວາມໝັ້ນທ່ຽງ ໄປຄຽງຄູ່ກັບການປະຕິບັດ ບັນດາຄາດໝາຍການພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຕິດພັນກັບ 2 ວາລະແຫ່ງຊາດ ຕາມການແບ່ງວຽກ ແລະ ແບ່ງຄວາມຮັບຜິດຊອບ, ພ້ອມກັນນັ້ນ ກໍ່ສຸມໃສ່ບັນດາໜ້າວຽກຈຸດສຸມຕົວຈິງຈໍານວນໜຶ່ງ ດັ່ງນີ້:

  1. ສືບຕໍ່ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ດ້ວຍມາດຕະການຕ່າງໆຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ເຮັດໃຫ້ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທຸກຂັ້ນ ໄດ້ເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນ ຢ່າງໜັກແໜ້ນ ແລະ ເຂັ້ມແຂງ, ສາມາດຮັບປະກັນສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ. ພ້ອມກັນນັ້ນ ກໍເພີ່ມທະວີຄວາມເອົາໃຈໃສ່ໃນວຽກງານກໍ່ສ້າງຮາກຖານການເມືອງໃຫ້ໜັກແໜ້ນ ແລະ ເຂັ້ມແຂງດີຂຶ້ນ. 
  2. ສືບຕໍ່ເລັ່ງແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກ ປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ໃຫ້ແຂງແຮງ ໂດຍຖືເອົາການແກ້ໄຂບັນຫານີ້ ເປັນບູລິມະສິດອັນດັບໜຶ່ງ.
  3. ສືບຕໍ່ເອົາໃຈໃສ່ຊຸກຍູ້ອັດຕາການເຕີບໂຕຂອງລວມຍອດຜະລິດພາຍໃນ (GDP) ໃຫ້ບັນລຸຕາມຄາດໝາຍ, ຮັບປະກັນການເຕີບໂຕ ຂອງໂຄງປະກອບເສດຖະກິດແຫ່ງຊາດ. ພ້ອມກັນນັ້ນ ກໍໃຫ້ປະຕິບັດບັນດາຄາດໝາຍທາງດ້ານເສດຖະກິດ-ສັງຄົມອື່ນໆ ໃຫ້ບັນລຸຕາມຄາດໝາຍ ຂອງມະຕິກອງປະຊຸມສະພາແຫ່ງຊາດ.
  4. ສຸມໃສ່ການເກັບລາຍຮັບຈາກຖານລາຍຮັບທີ່ມີໃນປັດຈຸບັນ ໃຫ້ຄົບຖ້ວນ ໂດຍນຳໃຊ້ເຄື່ອງມືທັນສະໄໝ, ເປັນລະບົບລວມສູນ ພ້ອມທັງ ຂຸດຄົ້ນຖານລາຍຮັບໃໝ່ ແລະ ສຸມໃສ່ການເກັບລາຍຮັບອາກອນມູນຄ່າເພີ່ມ ຕາມອັດຕາທີ່ໄດ້ກໍານົດໄວ້, ຄຽງຄູ່ກັບການເອົາໃຈໃສ່ປະຕິບັດລາຍຈ່າຍໃຫ້ເປັນໄປຕາມແຜນ ທັງປະຕິບັດບັນດານິຕິກຳ ກ່ຽວກັບການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານລັດ, ການປະຢັດ ແລະ ຕ້ານການຟຸມເຟືອຍ, ການນໍາໃຊ້ລົດຂອງລັດ ແລະ ອື່ນໆ ທີ່ລັດຖະບານວາງອອກ ໃຫ້ເຂັ້ມງວດ ແລະ ເປັນຮູບປະທຳຫຼາຍຂຶ້ນ.
  5. ເອົາໃຈໃສ່ວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໃຫ້ມີປະສິດທິຜົນ, ໃນນັ້ນ ສຸມໃສ່:
  6. ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ໂດຍນຳໃຊ້ບົດຮຽນຈາກປະເທດອ້ອມຂ້າງ ເພື່ອດຶງດູດການລົງທຶນທີ່ມີຄຸນນະພາບ; ຄຸ້ມຄອງການນໍາເຂົ້າທຶນຕົວຈິງຂອງການລົງທຶນ ໃຫ້ຜ່ານທະນາຄານພາຍໃນປະເທດ ເພື່ອປະກອບສ່ວນລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ເພີ່ມຂຶ້ນ;
  7. ແກ້ໄຂບັນຫາການອະນຸມັດພື້ນທີ່ທັບຊ້ອນ ຂອງໂຄງການຂຸດຄົ້ນແຮ່ທາດ, ການຫຼົບຫຼີກສັນຍາຂອງໂຄງການລົງທຶນ, ການຄ້າງຊຳລະຄ່າເຊົ່າ-ສຳປະທານ, ໂຄງການລົງທຶນທີ່ບໍ່ມີຕົວຕົນ; ປະເມີນຄືນຜົນກະທົບດ້ານເສດຖະກິດ, ສັງຄົມ, ສິ່ງແວດລ້ອມ ແລະ ພື້ນທີ່ທຳການຜະລິດຂອງປະຊາຊົນ ທີ່ຕິດພັນກັບການເຊົ່າສຳປະທານທີ່ດິນ, ພ້ອມກັນນັ້ນ ກໍລົງເລິກປະເມີນຄືນໂຄງການບໍ່ແຮ່ (ທັງໂຄງການທົດລອງ ແລະ ປົກກະຕິ) ໃຫ້ສຳເລັດພາຍໃນເດືອນກໍລະກົດ 2023;
  8. ຮີບຮ້ອນຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງລັດ ທີ່ໄດ້ອະນຸມັດ ໃນປີ 2023 ໃຫ້ສຳເລັດໂດຍໄວ ໂດຍສະເພາະໂຄງການທີ່ຮັບໃຊ້ການຜະລິດໃນໄລຍະລະດູຝົນ ແລະ ການສົ່ງເສີມການຜະລິດສິນຄ້າສົ່ງອອກ ເພື່ອທົດແທນການນຳເຂົ້າ; ຮີບຮ້ອນຈັດສັນໂຄງການລົງທຶນຂອງລັດບ້ວງທີ່ຍັງຄ້າງ ໃຫ້ສຳເລັດໂດຍໄວ; ຄົ້ນຄວ້າການແບ່ງຂັ້ນຄຸ້ມຄອງກອງທຶນທາງ ໃຫ້ທ້ອງຖິ່ນເປັນຜູ້ຈັດຕັ້ງປະຕິບັດ ລວມທັງ ການປະມູນ, ການຈັດຊື້-ຈັດຈ້າງ ແລະ ການຕິດຕາມກວດກາໂຄງການ;
  9. ສືບຕໍ່ປະສານສົມທົບຢ່າງກົມກຽວ ລະຫວ່າງ ລັດຖະບານ ກັບຄະນະປະຈຳສະພາແຫ່ງຊາດ ໃນການສ້າງແຜນການລົງທຶນຂອງລັດ ປີ 2024 ໃຫ້ສຳເລັດຕາມກຳນົດເວລາທີ່ກົດໝາຍກຳນົດ;
  10. ສຸມໃສ່ກະກຽມສ້າງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປີ 2024 ຕິດພັນກັບບັນຊີລົງທຶນຂອງລັດ ພ້ອມທັງ ກະກຽມນິຕິກໍາແນະນໍາ ໃນການສ້າງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ບົດແນະນໍາການສ້າງແຜນການລົງທຶນລັດ, ໂຄງປະກອບ ແລະ ເພດານການລົງທຶນລັດ ປີ 2024 ເພື່ອນໍາສະ ເໜີຕໍ່ ສະພາແຫ່ງຊາດ ພິຈາລະນາ.
  11. ເລັ່ງຊຸກຍູ້ການອອກໃບຕາດິນໃຫ້ໄດ້ຕາມແຜນການ ພ້ອມທັງປະຕິບັດມາດຕະການເດັດຂາດ ເພື່ອແກ້ໄຂບັນຫາການລະເມີດກົດໝາຍ ໃນການອອກໃບຕາດິນ.
  12. ເອົາໃຈໃສ່ຄຸ້ມຄອງທີີ່ດິນປ່າໄມ້ ໃຫ້ບັນລຸເປົ້າໝາຍຂະຫຍາຍເນື້ອທີ່ປ່າປົກຫຸ້ມ 70% ເພື່ອປົກປັກຮັກສາສິ່ງແວດລ້ອມທໍາມະຊາດ, ຄວາມສົມດຸນຂອງລະບົບນິເວດ, ຮັກສາແຫຼ່ງນໍ້າສໍາລັບການຜະລິດກະສິກໍາ, ການຜະລິດກະແສໄຟຟ້າຂອງເຂື່ອນຕ່າງໆ; ເລັ່ງສໍາຫຼວດ ແລະ ກຳນົດຂອບເຂດສະຫງວນທີ່ດິນປະເພດຕ່າງໆ ແລະ ເຂດຮັກສາແຫຼ່ງນໍ້າໃຫ້ຊັດເຈນ, ພ້ອມນັ້ນ ກໍໃຫ້ຮີບຮ້ອນກວດກາຄືນບັນຫາການບຸກລຸກ, ການຖາງປ່າແບບບໍ່ຖືກຕ້ອງໃນໄລຍະຜ່ານມາ ແລະ ມີມາດຕະການລົງໂທດຕໍ່ຜູ້ກະທໍາຜິດ ຢ່າງເຂັ້ມງວດ.
  13. ສຸມໃສ່ຄົ້ນຄວ້າມາດຕະການ ແລະ ວິທີແກ້ໄຂບັນຫາການຂາດແຄນແຮງງານພາຍໃນປະເທດ; ຕິດ​ຕາມກວດ​ກາ​ບັນ​ດາບໍ​ລິ​ສັດຈັດຫາ​ງານ ແລະ ບຸກ​ຄົນ​ທີ່​ເຄື່ອນ​ໄຫວ​ເອົາ​ແຮງ​ງານ​ລາວ​ໄປ​ຕ່າງ​ປະ​ເທດ  ທີ່ບໍ່​ຖືກ​ຕ້ອງຕາມ​ກົດໝາຍ.
  14. ສຸມໃສ່ການແກ້ໄຂບັນຫາສະພາບຂາດຄູສອນ ແລະ ການປະລະການຮຽນຂອງນັກຮຽນ, ຊຶ່ງມາດຕະການລະອຽດນັ້ນ ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສົມທົບກັບກະຊວງສຶກສາທິການ ແລະ ກິລາ ຮ່າງເປັນມະຕິສະເພາະຂອງລັດຖະບານອອກ ໂດຍກຳນົດແຈ້ງນະໂຍບາຍ, ມາດຕະການ ແລະ ການແບ່ງຄວາມຮັບຜິດຊອບ ໃນການປະຕິບັດແຕ່ລະວຽກໃຫ້ຊັດເຈນ. 
  15. ສືບຕໍ່ເອົາໃຈໃສ່ຕິດຕາມເຝົ້າລະວັງສະພາບດິນຟ້າອາກາດ, ໄພທຳມະຊາດ, ໄພພິບັດ ແລະ ການລະບາດຂອງພະຍາດ ໂດຍສະເພາະຊ່ວງລະດູຝົນ ເພື່ອຫຼີກລ່ຽງຜົນກະທົບຕໍ່ການພັດທະນາເສດຖະ ກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ໃນນີ້:
  16. ປັບປຸງບັນດາລະບົບປ້ອງກັນ ແລະ ລະບາຍນ້ຳ (ປະຕູນ້ຳ, ຄູກັ້ນນ້ຳ) ຢູ່ລຽບຕາມແຄມແມ່ນ້ຳ ຈຸດທີ່ມີຄວາມສ່ຽງ, ພ້ອມທັງ ສ້ອມແປງຄືນບັນດາຕາຝັ່ງເຈື່ອນ ແລະ ສະຖານີຈັກສູບນ້ຳຊົນລະປະທານ; ຄຸ້ມຄອງບໍລິຫານຈັດການນ້ຳໃນອ່າງເກັບນ້ຳຊົນລະປະທານ ແລະ ຢູ່ຕາມເຂື່ອນໄຟຟ້າ ໃຫ້ຢູ່ໃນລະດັບທີ່ເໝາະສົມ ແລະ ຮັບປະກັນດ້ານເຕັກນິກ; ສ້າງລະບົບລະບາຍນໍ້າ ເພື່ອອວ່າຍແລວນ້ຳອອກຈາກພື້ນທີ່ການຜະລິດ ໃນເຂດທົ່ງພຽງໃຫຍ່.
  17. ເອົາໃຈໃສ່ຕິດຕາມເຝົ້າລະວັງ ແລະ ປ້ອງກັນການແຜ່ລະບາດ ຂອງພະຍາດຕາມລະດູການ ແຕ່ຫົວທີ ເປັນຕົ້ນໄຂ້ຍຸງລາຍ, ຖອກທ້ອງ ແລະ ອື່ນໆ. ສຳລັບການແຜ່ລະບາດຂອງພະຍາດ ໂຄວິດ-19 ເຖິງວ່າອົງການອະນາໄມໂລກ ຈະປະກາດວ່າ ໂຄວິດ-19 ບໍ່ເປັນໄພຂົ່ມຂູ່ດ້ານສາທາ ລະນະສຸກແລ້ວກໍຕາມ, ແຕ່ໃຫ້ສືບຕໍ່ຕິດຕາມເຝົ້າລະວັງຢ່າງໃກ້ຊິດ.
  18. ເອົາໃຈໃສ່ການຄຸ້ມຄອງ ແລະ ນຳໃຊ້ສື່ສັງຄົມອອນລາຍ ໃຫ້ມີປະສິດທິຜົນສູງ, ສົ່ງເສີມການນຳໃຊ້ຂໍ້ມູນຂ່າວສານຢ່າງມີສະຕິ.
  19. ສຸມໃສ່ຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງ, ສັນຍາ ແລະ ສົນທິສັນຍາທີ່ລາວເຮົາໄດ້ລົງນາມ ແລະ ເປັນພາຄີ ໂດຍສະເພາະ ແຜນການຮ່ວມມືກັບປະເທດເພື່ອນມິດ ໃຫ້ເປັນຮູບປະທຳ; ສືບຕໍ່ເຄື່ອນໄຫວການຕ່າງປະເທດ ຢ່າງມີໄຫວພິບ ແລະ ທັນກັບສະພາບການ ຕາມທິດທາງການທູດ ປ້ອງກັນເຫດ ແບບບຸກທະລຸ ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ເອົາໃຈໃສ່ຕິດຕາມສະພາບການຂອງໂລກຢ່າງໃກ້ຊິດ ເພື່ອມີທັດສະນະ ແລະ ມາດຕະການ ຮັບມືແຕ່ຫົວທີ ແລະ ທັນການ; ສຸມໃສ່ກະກຽມຄວາມພ້ອມຮອບດ້ານ ໃນການເປັນເຈົ້າພາບກອງປະຊຸມອາຊຽນ ໃນປີ 2024.

ເພື່ອໃຫ້ທິດທາງວຽກຈຸດສຸມ ກໍຄືການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດ ທ້າຍປີ 2023 ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທໍາ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງບັນດາທ່ານ ສະມາຊິກລັດຖະບານ, ເຈົ້າແຂວງ ແລະ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ຕ້ອງໄດ້ຫັນເປັນແຜນປະຕິບັດງານລະອຽດ, ມີຄາດໝາຍຊັດເຈນ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ ແລະ ບຸກຄົນຢູ່ແຕ່ລະຂັ້ນ ໃນແຕ່ລະໄລຍະ ໃຫ້ຈະແຈ້ງ, ທັງສອດຄ່ອງກັບເງື່ອນໄຂສະພາບຄວາມເປັນຈິງ ຂອງແຕ່ລະບ່ອນ ໃນການຈັດຕັ້ງປະຕິບັດແຕ່ລະວຽກ ໃຫ້ແທດເໝາະກັບຕົວຈິງ ແລະ ໄດ້ຮັບຜົນສຳ ເລັດເປັນກ້າວໆ. ພ້ອມກັນນັ້ນ, ກໍ່ຕ້ອງຍົກສູງຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການໃນການ ຈັດຕັ້ງປະຕິບັດໜ້າທີ່ ໃຫ້ສູງກວ່າເກົ່າ. ຮຽກຮ້ອງອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ອົງການຈັດຕັ້ງມະຫາຊົນແຕ່ລະຂັ້ນ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພົນລະເມືອງ ແລະ ສະມາຊິກພັກ-ພະນັກງານຂອງຕົນ ໃຫ້ຮັບຮູ້ ແລະ ເຂົ້າໃຈ ເຖິງສະພາບການຕົວຈິງ ແລະ ຄວາມພະຍາຍາມຂອງລັດຖະບານ ໃນການແກ້ໄຂບັນຫາເສດຖະກິດ ຕິດພັນກັບການແກ້ໄຂບັນຫາເຄັ່ງຮ້ອນ.

ທັງໝົດນັ້ນ ແມ່ນຜົນກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2023.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version