Home ຂ່າວໜ້າໜຶ່ງ ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍອາກອນທີ່ດິນ

ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍອາກອນທີ່ດິນ

0

ໃນຕອນເຊົ້າວັນທີ 6 ກໍລະກົດ 2023, ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເຂົ້າສູ່ວາລະການຄົ້ນຄ້ວາ ພິຈາລະນາ ຮ່າງກົດຫມາຍ ວ່າດ້ວຍອາກອນທີ່ດິນ(ສ້າງໃຫມ່) ເຊິ່ງສະເຫນີໂດຍ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ. ຮ່າງກົດໝາຍສະບັບນີ້ ປະກອບມີ 9 ພາກ, 4 ໝວດ, 48 ມາດ ຕາ; ຫລັງຈາກນັ້ນ, ບັນດາສະມາຊິກສະພາແແຫ່ງຊາດ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍສະບັບດັ່ງກ່າວ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຖືກຕ້ອງ ແລະ ສອດຄ່ອງ ກັບແນວທາງ ທີ່ພັກ, ລັດວາງອອກ.

ທ່ານ ສັນຕິພາບ ພົມວິຫານ ໄດ້ລາຍງານໃຫ້ຮູ້ ກ່ຽວກັບສະພາບຄວາມເປັນມາ ແລະ ຄວາມຈຳເປັນໃນການສ້າງຮ່າງກົດໝາຍ ວ່າດ້ວຍອາກອນທີ່ດິນ ເຊິ່ງການເກັບພາສີທີ່ດິນ ຜ່ານມາ ໄດ້ມີນິຕິກໍາ ສະບັບທໍາອິດ ທີ່ໄດ້ປະກາດໃຊ້ໃນປີ 2000 ຕາມລັດຖະບັນຍັດ ວ່າດ້ວຍພາສີທີ່ດິນ ສະ ບັບເລກທີ 03/ສປປ, ລົງວັນທີ 12 ສິງຫາ 2000. ແຕ່ອີງໃສ່ສະພາບການຂະຫຍາຍຕົວ ທາງດ້ານເສດຖະກິດ-ສັງ ຄົມ, ລັດຖະບັນຍັດວ່າດ້ວຍພາສີທີ່ດິນ ໄດ້ຮັບການຄົ້ນຄວ້າປັບປຸງໃນປີ 2007 ເຊິ່ງນຳໃຊ້ມາຮອດປັດຈຸບັນ ລວມໄດ້ 16 ກວ່າປີ. ຜ່ານການຈັດຕັ້ງປະຕິບັດ ລັດຖະບັນຍັດສະບັບດັ່ງກ່າວ ເຫັນວ່າເປັນເຄື່ອງມືນິຕິກຳໜຶ່ງທີ່ສຳຄັນ ໃນການຄຸ້ມຄອງເກັບພາສີທີ່ດິນ ໃນຂອບເຂດທົ່ວປະເທດ ເປັນແຫລ່ງລາຍຮັບເຂົ້າງົບປະມານ ແລະ ປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ເຖິງຢ່າງໃດກໍຕາມ ບົດຮຽນທີ່ຖອດຖອນໄດ້ໄລຍະຜ່ານມາ ໃນການນໍາໃຊ້ລັດຖະບັນຍັດ ວ່າດ້ວຍພາສີທີ່ດິນ ເຫັນວ່າການເກັບລາຍຮັບຈາກພາສີທີ່ດິນແມ່ນໄດ້ຕໍ່າ, ບໍ່ສອດຄ່ອງກັບນິຕິກຳທີ່ໄດ້ມີການປັບປຸງໃໝ່ ແລະ ມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ. ສະນັ້ນ, ຈຶ່ງມີຄວາມຈໍາເປັນຕ້ອງປັບ ປຸງຍົກລະດັບ ລັດຖະບັນຍັດດັ່ງກ່າວ ໂດຍຄົ້ນຄວ້າສ້າງເປັນກົດໝາຍ ເພື່ອເປັນນິຕິກຳທີ່ເຂັ້ມງວດ, ຮັດກຸມ ເພື່ອແກ້ໄຂບັນຫາຂໍ້ຄົງຄ້າງທີ່ບໍ່ສາມາດ ຈັດຕັ້ງປະຕິບັດໄດ້ໃນໄລຍະຜ່ານມາ, ທັງບໍ່ສອດຄ່ອງກັບລະບຽບ ແລະ ກົດ ໝາຍທີ່ກ່ຽວຂ້ອງ.

ສຳລັບ ເນື້ອໃນຕົ້ນຕໍຂອງ ຮ່າງກົດໝາຍສະບັບນີ້ ໄດ້ກຳນົດການເກັບອາກອນທີ່ດິນ ເປັນອັດຕາແບບທຽບຖານ ບົນພື້ນຖານການຄິດໄລ່ ໂດຍເອົາເນື້ອທີ່ຕອນດິນເປັນຕາແມັດ ຄູນກັບລາຄາປະເມີນ ທີ່ຮັບຮອງຈາກສະພາປະຊາ ຊົນຂັ້ນແຂວງ ແລ້ວຄູນກັບອັດຕາແບບທຽບຖານ. ການຄົ້ນຄ້ວາກຳນົດອັດຕາອາກອນທີ່ດິນດັ່ງກ່າວ ແມ່ນເພື່ອໃຫ້ສອດຄ່ອງກັບ ຫລັກການສາກົນ, ລະດັບການຂະຫຍາຍຕົວທາງດ້ານເສດຖະກິດ ຂອງ ສປປ ລາວ (GDP). ນັບແຕ່ປີ 2007 ຮອດປັດຈຸບັນ, ລະດັບອັດຕາເງິນເຟີ້, ຂໍ້ມູນຄ່າທຳນຽມການນໍາໃຊ້ທີ່ດິນ (ພາສີທີ່ດິນ) ທີ່ຈ່າຍຜ່ານທະນາ ຄານໃນໄລຍະຜ່ານມາ, ລາຄາປະເມີນທີ່ດິນ ທີ່ສະພາປະຊາ ຊົນຂັ້ນແຂວງ, ນະຄອນຫລວງ ຮັບຮອງ ໂດຍແຍກອອກເປັນ 4 ປະເພດຖະໜົນ ຄື : ຖະໜົນສາຍຫລັກ, ຖະໜົນເຊື່ອມຕໍ່, ຖະໜົນສາຍແຍກ ແລະ ຖະໜົນດັ້ງເດີມ ແນໃສ່ເຮັດໃຫ້ການເກັບອາກອນທີ່ດິນ ມີຄວາມສະເໝີພາບຂຶ້ນກວ່າເກົ່າ, ຮັບປະກັນການເກັບ ໃຫ້ມີຄວາມໂປ່ງໃສ, ຍຸຕິ ທຳ, ມີປະສິດທິຜົນ ແລະ ສາມາດກວດສອບໄດ້.

ລັດຖະມົນຕີກະຊວງການເງິນ ລະບຸວ່າ: ຜົນໄດ້ຮັບຈາກການສ້າງ ຮ່າງກົດໝາຍວ່າດ້ວຍອາກອນທີ່ດີນ ເມື່ອຖືກຮັບ ຮອງ ແລະ ປະກາດໃຊ້ແລ້ວ ຈະໄດ້ຮັບຜົນປະໂຫຍດຫລາຍຢ່າງ ເຊັ່ນ: ມີນິຕິກຳ ທີ່ເປັນບ່ອນອີງທີ່ໜັກແໜ້ນ, ຈະແຈ້ງ ແລະ ຮັດກຸມ ຂຶ້ນຕື່ມໃນການເກັບອາກອນທີ່ດິນ ແລະ ແກ້ໄຂບັນຫາຂໍ້ຄົງຄ້າງຕົ້ນຕໍ ທີ່ໄດ້ຍົກຂຶ້ນໃນການ

ລາຍງານຂ້າງເທິງ; ເປົ້າໝາຍການເກັບອາກອນທີ່ດິນ ມີຄວາມຊັດເຈນຂຶ້ນຫລາຍກວ່າເກົ່າ ໂດຍອີງຕາມໃບຕາດິນ ຫລື ເອກະສານຢັ້ງຢືນສິດນຳໃຊ້ທີ່ດິນ; ການເກັບອາກອນທີ່ດິນມີຄວາມຍຸຕິທຳຂຶ້ນ ໂດຍນໍາໃຊ້ອັດຕາແບບທຽບຖານ ແລະ ລາຄາປະເມີນທີ່ດິນ ເປັນອົງປະກອບພື້ນຖານ ໃນການຄິດໄລ່ເກັບອາກອນ; ຊ່ວຍໃນການແກ້ໄຂບັນຫາການຈັບຈອງ ຫລື ບຸກລຸກທີ່ດິນບໍ່ຖືກຕ້ອງ ໃຫ້ໄດ້ເສຍອາກອນທີ່ດິນ ແລະ ຖືກດຳເນີນມາດຕະການ ຕາມກົດໝາຍກຳ ນົດ; ພ້ອມທັງຈະໄດ້ລາຍຮັບອາກອນທີ່ດິນເພີ່ມຂຶ້ນ ແລະ ການເກັບອາກອນທີ່ດິນ ຈະສອດຄ່ອງກັບລະດັບການ ຂະ ຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ ເຖິງແມ່ນວ່າອັດຕາອາກອນ ບໍ່ມີການປ່ຽນແປງ ແຕ່ການເກັບລາຍຮັບຈະໄດ້ເພີ່ມຂຶ້ນຕາມລະດັບ ຂອງການຂະ ຫຍາຍຕົວທາງດ້ານເສດຖະກິດ (ໂດຍອີງໃສ່ລາຄາທີ່ມີການປະເມີນທຸກໆ 3 ປີ ຕາມກົດໝາຍວ່າດ້ວຍທີ່ດິນ); ຫັນການຄຸ້ມຄອງຈັດເກັບອາກອນທີ່ດິນ ເປັນລະບົບທີ່ທັນສະໄໝ ໃຫ້ມີຄວາມສະດວກ, ໂປ່ງໃສ່ ແລະ ສາມາດກວດສອບໄດ້; ພັດທະນາລະບົບ IT ເຊິ່ງປະກອບມີ ເລກລະຫັດ, ລະບົບຄິດໄລ່ ແລະ ການຊຳລະສະສາງ ຜ່ານຫລາຍຮູບແບບ ເພື່ອອຳນວຍຄວາມສະດວກ ໃຫ້ຜູ້ເສຍອາກອນທີ່ດິນ ແລະ ຜູ້ມອບອາກອນທີ່ດິນ ໄດ້ເຂົ້າເຖິງຂໍ້ມູນ ເພື່ອການມອບ ແລະ ຕິດຕາມ ຜູ້ທີ່ຍັງບໍ່ທັນເສຍອາກອນທີ່ດິນໄດ້.

ຂ່າວ: ກິດຕາ

ພາບ: ອ່າຍຄຳ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version